ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ

ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ - 292503560 1934098953460542 8804259694766375970 n - ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ
ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ - kitchen vibe - ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ

ວັນທີ 8 ກໍລະກົດ 2022 ກອງປະຊຸມປຶກສາຫາລືກ່ຽວກັບ ຄວາມຄືບໜ້າໃນການກະກຽມກອງປະຊຸມສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ໄລຍະ 2016-2020 ແລະ ກອງປະຊຸມການສະຫລຸບຂະບວນການແຂ່ງຂັນຍ້ອງຍໍຮັກຊາດ-ພັດທະນາ ໄລຍະ 2015-2020 ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ, ຫົວໜ້າຄະນະຮັບຜິດຊອບກະກຽມ ດໍາເນີນການສະຫລຸບວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍມີບັນດາສະຫາຍໃນຄະນະຮັບຜິດຊອບ ແລະ ພາກສ່ວນຊ່ວຍວຽກ ເຂົ້າຮ່ວມ ເພື່ອລາຍງານຄວາມຄືບໜ້າໃນການກະກຽມ ກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ແລະ ລາຍງານຄວາມຄືບໜ້າການກະກຽມຄວາມພ້ອມ ຈັດກອງປະຊຸມສະຫລຸບຂະບວນການແຂ່ງຂັນຍ້ອງຍໍຮັກຊາດ-ພັດທະນາ ແລະ ຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກໄລຍະ 5 ປີ ຜ່ານມາ ແລະ ທິດທາງຕໍ່່ໜ້າ

ສະຫາຍ ບຸນທອງ ຈິດມະນີ ໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມບາງບັນຫາສຳຄັນ ຄື: ກ່ຽວກັບເນື້ອໃນຂອງບົດສະຫລຸບຕີລາຄາ ແລະ ທິດທາງໃນຕໍ່ໜ້າຂອງວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານ ພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ແມ່ນໃຫ້ກຳນົດເອົາການຈັດຕັ້ງປະຕິບັດວຽກງານຕົວຈິງ ໃນໄລຍະ ປີ 2016-2020 ແລະ ກໍານົດທິດທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າຮອດ ປີ2025.

ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ - Visit Laos Visit SALANA BOUTIQUE HOTEL - ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ
ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ - Visit Laos Visit SALANA BOUTIQUE HOTEL - ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ

ສ່ວນວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກໍານົດເອົາການສະຫລຸບຕີລາຄາຜົນງານ ແຕ່ລະໄລຍະ ປີ 2015 ເຖິງປະຈຸບັນ ໂດຍຕິດພັນກັບມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ໃນແຕ່ລະໄລຍະ ໃຫ້ເປັນເອກະພາບກັນໃນດ້ານຂອບເຂດ ແລະ ເວລາ.

ກ່ຽວກັບເນື້ອໃນກອງປະຊຸມທັງສອງວາລະຄື: ກອງປະຊຸມກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ແລະ ກອງປະຊຸມສະຫລຸບ ຜົນງານວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ແມ່ນຈະໄດ້ປັບປຸງຄືນເນື້ອໃນຂອງທັງ 2 ຮ່າງບົດສະຫລຸບຕີລາຄາດັ່ງກ່າວໃຫ້ສ່ອງແສງເຖິງຄວາມເປັນຈິງ ໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາຢ່າງພາວະວິໄສ ແລະ ກຳນົດທິດທາງໃນຊຸມປີຕໍ່ໜ້າ ໂດຍໃຫ້ມີຄວາມສອດຄ່ອງກັບມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຕິດພັນກັບ 2 ວາລະແຫ່ງຊາດ.

ພ້ອມກັນນັ້ນ, ກໍໃຫ້ກວດກາຄືນບັນດາເປົ້າໝາຍຕົວແບບ, ຕົວເດັ່ນ ທີ່ຈະຍ້ອງຍໍຕື່ມ; ໃຫ້ກະກຽມການຈັດສຳມະນາກ່ຽວກັບ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ໂດຍເນັ້ນໃສ່ບັນຫາກ່ຽວກັບການປົກຄອງທ້ອງຖິ່ນ, ບັນດານິຕິກຳຕ່າງໆທີ່ກ່ຽວຂ້ອງທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ.
ຂ່າວ: ຫ້ອງວ່າການສູນກາງພັກ

ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ - 5 - ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ
ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ - 4 - ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ
ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ - 3 - ສາຫາລື ຄວາມຄືບໜ້າການກະກຽມກອງປະຊຸມ ສະຫລຸບຕີລາຄາວຽກງານກໍ່ສ້າງຮາກຖານການເມືອງ