ເປີດຕົວເປັນທາງການ ຢູເວນຕຸສ ຖະແຫລງຄວ້າ ອັງເຄລ ດີ ມາເຣຍ ແບບບໍ່ມີຄ່າຕົວ ເຊັນສັນຍາ 1 ປີ

ຢູເວນຕຸສ ຖະແຫລງຂ່າວຢືນຢັນຄວ້າ ອັງເຄລ ດິ ມາເຣຍ ມາຮ່ວມທີມແບບບໍ່ມີຄ່າຕົວຮຽບຮ້ອຍແລ້ວ ໂດຍຕົກລົງເຊັນສັນຍາ 1 ປີ ເປັນການຫລິ້ນໃນຢູໂຣບທີມສຸດທ້າຍ ກ່ອນກັບໄປຫລິ້ນໃນບ້ານເກີດອາເຈນຕີນາ.
ຢູເວນຕຸສ ແຫ່ງເວທີ ເຊເຣຍ ອາ ອິຕາລີ ຖະແຫລງຂ່າວຢືນຢັນຄວ້າ ອັງເຄລ ດິ ມາເຣຍ ກອງກາງທີມຊາດ ອາເຈນຕີນາ ມາຮ່ວມທີມແບບບໍ່ມີຄ່າຕົວຮຽບຮ້ອຍແລ້ວ ໂດຍຕົກລົງເຊັນສັນຍາ 1 ປີ.
ດິ ມາເຣຍ ຫມົດສັນຍາກັບ ປາຣີ ແຊັງ ແຊັກແມັງ ທີມແຫ່ງ ລີກ ເອິງ ຝຣັ່ງ ເມື່ອລະດູການຫລ້າສຸດ ເຊິ່ງຢູເວນຕຸສ ຕົກເປັນຂ່າວເລັ່ງດຶງມາໃຊ້ງານຕໍ່ ໂດຍທັງ 2 ຝ່າຍໃຊ້ເວລາເຈລະຈາກັນຢູ່ໄລຍະຫນຶ່ງ ກ່ອນບັນລຸຂໍ້ຕົກລົງໄດ້ດັ່ງກ່າວ.
ການເຈລະຈາລະຫວ່າງ 2 ຝ່າຍເກີດຄວາມຍຶດເຍື້ອຢູ່ບ້າງ ເພາະ ດິ ມາເຣຍ ຢາກໄດ້ສັນຍາພຽງປີດຽວ ຈາກນັ້ນຈະກັບໄປຫລິ້ນໃນ ອາເຈນຕີນາບ້ານເກີດໄລຍະບັ້ນປາຍອາຊີບ ຂະນະທີ່ຢູເວນຕຸສຢາກໃຫ້ນັກເຕະອາຍຸ 34 ປີ ຢູ່ດົນກວ່ານີ້ ແຕ່ສຸດທ້າຍກໍຈົບດ້ວຍ ຂໍ້ຕົກລົງຕາມທີ່ຕົວນັກເຕະຮ້ອງຂໍ.
ທັງນີ້ ຢູເວນຕຸສ ຍັງຕົກເປັນຂ່າວໃກ້ຈະໄດ້ ພອລ ປ໊ອກບາ ກອງກາງທີມຊາດຝຣັ່ງ ມາຮ່ວມທີມແບບບໍ່ມີຄ່າຕົວນຳອີກ ນອກນັ້ນ ຍັງມີຂ່າວເຊື່ອມໂຍງກັບ ນິໂຄໂລ ຊານິໂອໂລ ກາງກາງໂຣມາ ແລະ ຄາລິດູ ຄູລິບາລີ ກອງຫລັງນາໂປລີ.