ການຮຽນບໍ່ມີອາຍຸກະສຽນ

ພໍ່ເຖົ້າ ຮຸຍກີ ເກີດເມື່ອປີ 1940 ເປັນນັກຮຽນຄົນດຽວຂອງໂຮງຮຽນ ມໍປາຍ ແທັງຊວັນ ຮ່າໂນ້ຍ ທີ່ມີອາຍຸສູງກວ່າໝູ່. ເຖິງແມ່ນວ່າອາຍຸຂອງເພິ່ນຈະສູງແລ້ວກໍຕາມ ແຕ່ເພິ່ນກໍຍັງໄຝ່ຝັນຫາການຮຽນຕະຫຼອດຊີວິດ.
ຜ່ານການສອບເສັງເປັນເວລາ 2 ວັນ ເຖິງແມ່ນດິນຟ້າອາກາດຈະຝົນ ຫຼື ແດດ ພໍ່ຕູ້ກໍບໍ່ມີຄວາມກັງວົນ ງໍ້ຫງ່ຽງແຕ່ຢ່າງໃດ, ຍາມໃດພໍ່ເຖົ້າກໍເບີກບານມ່ວນຊື່ນຢູ່ຕະຫຼອດເວລາ.
ເມື່ອຖືກນັກຂ່າວສອບຖາມເຖິງຫົວບົດສອບເສັງ, ພໍ່ຕູ້ຕີລາຄາວ່າ: “ປີນີ້, ຫົວບົດສອບເສັງວິຊາປະຫວັດສາດ ຢູ່ລະດັບປານກາງ ກໍບໍ່ຍາກ ແລະ ກໍບໍ່ງ່າຍ. ສ່ວນວິຊາເລກແມ່ນຢາກຍາກແດ່, ວິຊາວັນນະຄະດີ ມີລັກສະນະທ້າທາຍແນວຄວາມຄິດຂອງນັກຮຽນ”.
ໃນຊຸມປີຜ່ານມາ, ພໍ່ຕູ້ ຮຸຍກີ ເປັນປະທານສະມາຄົມຄົນພິການ ຢູ່ເມືອງ ແທັງຊວັນ ຮ່າໂນ້ຍ ເມື່ອອາຍຸສູງຂຶ້ນມາ, ເພີ່ນຄິດຢາກເປັນໝໍຢາພື້ນເມືອງ “ຢາກເປັນທ່ານໝໍໄດ້ກໍຕ້ອງໄດ້ຮຽນແພດ, ຍ້ອນແນວນັ້ນຂ້ອຍຈິ່ງໄດ້ມາສອບເສັງເອົາໃບປະກາດຈົບຊັ້ນ ມໍປາຍ ນັ້ນຄືຄວາມມຸ່ງຫວັງຂອງຂ້ອຍ” ພໍ່ເຖົ້າກ່າວ.
ພາຍຫຼັງສອບເສັງຈົບແລ້ວ, ພໍ່ຕູ້ອາຍຸ 82 ປີຄົນນີ້ ມີຄວາມມຸ່ງມາດປາຖະໜາຢາກເຂົ້າຮຽນຢູ່ໂຮງຮຽນການແພດຊັ້ນສູງ ຂອງນະຄອນຫລວງ ຮ່າໂນ້ຍ ພໍ່ຕູ້ກ່າວວ່າ: “ຂ້ອຍຄິດວ່າພວກລູກຫລານທີ່ໄປສອບເສັງນຳກັນນັ້ນ ຈົ່ງຮຽນໃຫ້ເກັ່ງ ເພາະປະເທດຊາດກຳລັງຕ້ອງການຄົນທີ່ເກັ່ງມາຮັບໃຊ້ປະເທດຊາດ”.
ແຫລ່ງຂ່າວ: ເຢິນຈີ້(Dân trí)