ພົບລະເບີດບໍ່ທັນແຕກ 761 ລູກຢູ່ບ້ານວັງເຮືອ ແຂວງວຽງຈັນ

ຂ່າວແຂວງວຽງຈັນວັນໃໝ່ ລາຍງານວັນທີ 8 ກໍລະກົດ 2022 ຜ່ານມານີ້ໃຫ້ຮູ້ວ່າ: ປະຊາຊົນບ້ານວັງເຮືອ ເມືອງທຸລະຄົມ ແຂວງວຽງຈັນ ພົບລະເບີດບໍ່ທັນແຕກເທິງໜ້າດິນ ທີ່ຕົກຄ້າງປາງຄົມຄາມ ທີ່ບ້ານວັງເຮືອ ເມືອງທຸລະຄົມ ແຂວງວຽງຈັນ ຖ້າສຳຫລວດຢ່າງລະອຽດອາດຈະພົບຫລາຍກວ່ານີ້.
ທ່ານ ໄມ ໄຊຍະວົງ ຫົວຫນ້າຫ້ອງການ ແຮງງານ ແລະ ສະຫວັດດີການ ສັງຄົມເມືອງ ໃຫ້ຂໍ້ມູນວ່າ : ລະເບີດບໍ່ທັນແຕກຢູ່ບ້ານວັງເຮືອ ແມ່ນການພົບເຫັນຂອງປະຊາຊົນ ແລ້ວມາລາຍງານ ມີເຖິງ 761 ກວ່າລູກ ຖ້າວ່າສຳຫລວດ ແລະ ກວດກາຢ່າງລະອຽດອາດຈະພົບຫລາຍກວ່ານີ້ກໍເປັນໄດ້, ຈຳນວນດັງກ່າວ ໄດ້ທຳລາຍໄປແລ້ວ 300 ລູກ ຍັງລໍການທຳລາຍ 400 ກວ່າລູກ, ຄາດຈະທຳລາຍໃນໄວໆນີ້.
ນອກຈາກນີ້ ໃນພື້ນທີ່ດັ່ງກ່າວຄາດວ່າຍັງຈະພົບອີກຈຳນວນຫລາຍ ເນື່ອງຈາກເປັນພື້ນທີ່ທີ່ຍັງບໍ່ທັນໄດ້ມີການກວດກາຈາກພາກສ່ວນກ່ຽວຂ້ອງເທື່ອ ຈຶ່ງຝາກເຖິງປະຊາຊົນທີ່ຢູ່ພື້ນທີ່ດັ່ງກ່າວຈົ່ງລະມັດລະວັງ ຫາກພົບເຫັນໃຫ້ຮີບແຈ້ງທາງການຈັດຕັ້ງເພື່ອຈະໄດ້ມີການຈັດການຢ່າງຖືກວິທີ.