ຣຽວ ມາດຣິດ ປ່ອຍ ລູກາ ໂຢວິດ ໄປຟີອໍເຣນຕີນາ ແບບບໍ່ມີຄ່າຕົວ
July 10, 2022 - 9:25 AM




ຟີອໍເຣນຕີນາ ຖະແຫລງຢືນຢັນຄວ້າ ລູກາ ໂຢວິດ ກອງຫນ້າຕົກອັບຈາກ ຣຽວ ມາດຣິດ ມາຮ່ວມທີມເປັນທີ່ຮຽບຮ້ອຍແບບບໍ່ມີ ຄ່າຕົວ ໂດຍຕົງລົງເຊັນສັນຍາ 2 ປີ.
ສຳລັບ ໂຢວິດ ເຄີຍເປັນກອງຫນ້າທີ່ໄດ້ຮັບການຈັບຕາເບິ່ງຢ່າງຫລາຍ ຫລັງເຮັດຜົນງານໂດດເດ່ັນກັບ ໄອທຣັກ ແຟຣັງເຟີ ທີມ ໃນບຸນເດສລີກາ ເຢຍລະມັນ ໃນໄລຍະປີ 2017-19 ຈົນຖືກ ຣຽວ ມາດຣິດ ແຫ່ງ ລາ ລີກາ ສະເປນ ຊື້ຕໍ່ດ້ວຍຄ່າຕົວສູງເຖິງ 60 ລ້ານຢູໂຣ.
ແນວໃດກໍຕາມ ໂຢວິດ ພັດສະແດງຜົນງານບໍ່ອອກ ລົງຫລິ້ນໃຫ້ທີມໄປ 51 ນັດລວມທຸກລາຍການ ຍິງໄດ້ພຽງ 3 ປະຕູ ສຸດທ້າຍ ຖືກປ່ອຍໃຫ້ຍ້າຍໄປ ຟີອໍເຣນຕີນາ ແບບບໍ່ມີຄ່າຕົວ ທັງທີ່ມີສັນຍາກັບທີມເຖິງປີ 2025.
ນອກຈາກນີ້ ຟໍອໍເຣນຕີນາ ຍັງໄດ້ ປີແອລຸຍຈິ ກອລລີນີ ຜູ້ຮັກສາປະຕູຈາກຄູ່ແຂ່ງຮ່ວມລີກ ອະຕາລັນຕາ ມາຮ່ວມທີມດ້ວຍ ສັນຍາຢືມຕົວຕະຫລອດລະດູການ ໂດຍ ມືກາວອາຍຸ 27 ປີ ເຄີຍເປັນເດັກຝຶກຫັດໃນລະບົບເຍົາວະຊົນຟີອໍເຣນຕີນາ ໃນໄລຍະປີ 2010-12.