ກຳປູເຈຍຍົກເລີກກັກຕົວ “ນັກເດີນທາງຂາເຂົ້າ” ທີ່ສັກວັກຊີນປ້ອງກັນໂຄວິດບໍ່ຄົບໂດສ ຫລື ຍັງບໍ່ສັກ ແຕ່ຕ້ອງກວດ ATK ເມື່ອມາເຖິງ
ວັນທີ 8 ກໍລະກົດຜ່ານມາ, ສຳນັກຂ່າວຊິນຮົວລາຍງານວ່າ: ກຳປູເຈຍເປີດເຜີຍແຜນຍົກເລີກຂໍ້ບັງຄັບກັກຕົວນັກເດີນທາງຂາເຂົ້າທີ່ສັກວັກຊີນປ້ອງກັນພະຍາດໂຄວິດບໍ່ຄົບໂດສ ຫລື ບໍ່ໄດ້ສັກ, ແຕ່ຍັງບັງຄັບກວດພະຍາດດ້ວຍຊຸດກວດ ATK ເມື່ອມາເຖິງ.
ຖະແຫລງການຈາກທ່ານ ແມມ ບຸນເຮັງ ລັດຖະມົນຕີກະຊວງສາທາລະນະສຸກຂອງກຳປູເຈຍ ລະບຸວ່າ: ມະຕິດັ່ງກ່າວຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 11 ກໍລະກົດເປັນຕົ້ນໄປ ໂດຍຖ້າຜົນກວດ ATK ເປັນລົບ ນັກເດີນທາງຈະສາມາດເດີນທາງໄປເຮືອນ ຫລື ຈຸດໝາຍປາຍທາງໂດຍບໍ່ຕ້ອງກັກຕົວ.
ທ່ານ ບຸນເຮັງ ກ່າວອີກວ່າ: ຖ້າຜົນກວດ ATK ເປັນບວກ ແຕ່ມີອາການເລັກໜ້ອຍ ກໍສາມາດກັກຕົນເອງ ແລະ ປິ່ນປົວຢູ່ເຮືອນ, ສ່ວນຜູ້ທີ່ມີອາການໜັກຕ້ອງເຂົ້າຮັບການປິ່ນປົວຢູ່ໂຮງໝໍສຳລັບພະຍາດໂຄວິດທີ່ໄດ້ຮັບອະນຸຍາດຈາກທາງການກຳປູເຈຍ.
ນອກຈາກນັ້ນ, ທ່ານ ບຸນເຮັງ ລະບຸວ່າ: ນັກເດີນທາງຕ່າງປະເທດທີ່ສັກວັກຊີນປ້ອງກັນພະຍາດໂຄວິດ ບໍ່ຄົບໂດສ ຫລື ບໍ່ໄດ້ສັກ ຕ້ອງຈ່າຍຄ່າກວດ ATK 5 ໂດລາສະຫະລັດ ພ້ອມກະຕຸ້ນນັກເດີນທາງເຫລົ່ານັ້ນຮັບວັກຊີນໂດຍບໍ່ເສຍຄ່າໃຊ້ຈ່າຍຕາມຈຸດສັກວັກຊີນທົ່ວປະເທດນຳອີກ.
ທັງນີ້, ກຳປູເຈຍກັບມາດຳເນີນກິດຈະກຳທາງສັງຄົມ ແລະ ເສດຖະກິດ ລວມທັງເປີດຊາຍແດນຕ້ອນຮັບນັກເດີນທາງທີ່ສັກວັກຊີນປ້ອງກັນພະຍາດໂຄວິດຄົບໂດສ ໂດຍບໍ່ຕ້ອງກັກຕົວ ນັບແຕ່ເດືອນພະຈິກປີຜ່ານມາ ເນື່ອງຈາກປະຊາຊົນໃນປະເທດມີອັດຕາການສັກວັກຊີນຢູ່ໃນລະດັບສູງ.
ປັດຈຸບັນກຳປູເຈຍໄດ້ສັກວັກຊີນປ້ອງກັນພະຍາດໂຄວິດໃຫ້ປະຊາຊົນເກືອບ 15,1 ລ້ານຄົນ ຫລື 94,3% ຂອງປະຊາກອນ.