ຖວທ ລາວ-ຫວຽດນາມ ຮ່ວມເສີມຂະຫຍາຍການຮ່ວມມື ແລະ ປະສົບຜົນສຳເລັດຫລາຍດ້ານ

ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດກະກຽມສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດ ນາມ 2022 ໂດຍການຍົກໃຫ້ເຫັນຜົນສຳເລັດຫລາຍດ້ານໃນໄລຍະຜ່ານມາ ເຊິ່ງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ມີສັນຍາການຮ່ວມມືກັບບັນດາກະຊວງ, ທະບວງຂອງຫວຽດນາມເຊັ່ນ: ກະຊວງຖະແຫລງຂ່າວ ແລະ ການສື່ສານ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ, ບັນດາອົງ ການສື່ຂອງຫວຽດນາມທີ່ເປັນສື່ທຽບເທົ່າກະຊວງກໍມີສັນຍາສະເພາະກັບບັນດາສື່ມວນຊົນລາວເຮົາເຊັ່ນ: ວິທະຍຸ, ໂທລະພາບ ແລະ ສື່ສິ່ງພິມຕ່າງໆ.
ສຳລັບວຽກງານຖະແຫລງຂ່າວ ແລະ ການທ່ອງທ່ຽວ, ບັນດາອົງການສື່ມວນຊົນທີ່ຂຶ້ນກັບ ກະຊວງ ຖວທ ໄດ້ສືບຕໍ່ຮ່ວມມືເປັນຢ່າງດີ ໂດຍສະເພາະ ສສ ຫວຽດນາມ ໄດ້ຊ່ວຍເຫລືອກໍ່ສ້າງພື້ນຖານໂຄງລ່າງ, ສະໜອງວັດຖຸອຸປະກອນຮັບໃຊ້ໃຫ້ແກ່ການຜະລິດລາຍການ, ຜະລິດຂ່າວ, ການກໍ່ສ້າງບຸກຄະລະກອນເພື່ອຍົກສູງຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານວິຊາການລາວ ທັງໄລຍະສັ້ນ ແລະ ໄລຍະຍາວ ເປັນຕົ້ນ ຊ່ວຍສ້າງສະຖານີວິທະຍຸ-ໂທລະພາບຖ່າຍທອດຕໍ່ ແລະ ສະ ຖານີວິທະຍຸກະຈາຍສຽງ ແລະ ໂທລະພາບຢູ່ 6 ແຂວງ ຄືແຂວງຫລວງພະບາງ; ຈຳປາສັກ; ອຸດົມໄຊແລະ ແຂວງສະຫວັນນະເຂດ) ໃນນີ້ໄດ້ນຳໃຊ້ເປັນປົກກະຕິແລ້ວຢູ່ 4 ແຂວງ ແລະ ພວມທົດລອງນຳໃຊ້ 2 ແຫ່ງຢູ່ແຂວງບໍ່ແກ້ວ ແລະ ໄຊສົມບູນ. ຂະນະທີ່ສົກປີ 2021-2022 ລັດຖະບານຫວຽດນາມ ຈະ ສືບ ຕໍ່ສະໜັບສະໜູນທຶນກໍ່ສ້າງສະຖານີວິທະຍຸ-ໂທລະພາບ ແຂວງຫົວພັນ.
ຂົງເຂດວັດທະນະທໍາ ແລະ ທ່ອງ ທ່ຽວ, ສສ ຫວຽດນາມ ໄດ້ຊ່ວຍສ້າງໂຮງຮຽນສິລະປະແຫ່ງຊາດ ເຊິ່ງມອບຮັບສົກປີ 2009-2010 ມູນຄ່າ77 ຕື້ດົງ; ປັດຈຸບັນ, ສປປ ລາວ ພວມກຽມເອກະສານນຳສະເໜີປ່າສະຫງວນແຫ່ງຊາດຫີນໜາມໜໍ່ ເຂົ້າເປັນມໍລະດົກໂລກທາງທຳມະຊາດແບບເຊື່ອມຕໍ່ຂະຫຍາຍກັບອຸທະຍານຟອງຍາແກບາງ ມໍລະດົກໂລກທໍາມະຊາດຂອງ ສສ ຫວຽດນາມໂດຍທັງສອງຂະແໜງການພວມຮ່ວມກັນກຽມເອກະສານຕ່າງໆເພື່ອສະເໜີຕໍ່ອົງການ UNESCO.
ສໍາລັບການຮ່ວມມືທ່ອງທ່ຽວ ກໍມີປະສິດທິຜົນທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ແນໃສ່ໂຄສະນາທຸລະກິດການທ່ອງທ່ຽວອອກສູ່ສາຍຕາທັງລະດັບພາກພື້ນ ແລະ ສາກົນທັງໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວຂອງສອງປະເທດສາມາດເຂົ້າເຖິງຕະຫລາດໄດ້ເປັນຢ່າງດີ ແລະ ໄດ້ເຂົ້າຮ່ວມວາງສະແດງທ່ອງທ່ຽວໂຮ່ຈິມິງສາກົນທີ່ນະຄອນໂຮ່ຈິນມິງເປັນເຈົ້າພາບຈັດຂຶ້ນທຸກປີ ແນໃສ່ຊື້ຂາຍຜະລິດຕະພັນທ່ອງທ່ຽວພາກພື້ນສາກົນ ໂດຍມີບັນດາບໍລິສັດປະກອບການທຸລະກິດທ່ອງທ່ຽວ, ເຄືອຂ່າຍໂຮງແຮມ, ຮ້ານອາຫານຈາກທົ່ວໂລກເຂົ້າຮ່ວມ.
ນອກນີ້, ຫວຽດນາມ ຍັງໄດ້ໃຫ້ທຶນຝຶກອົບຮົມໄລຍະສັ້ນແກ່ພະນັກງານ, ຜູ້ກອບການທຸລະກິດທ່ອງທ່ຽວ ແລະ ໂຮງແຮມ 20 ທຶນໃນຫົວ ຂໍ້ ການບໍລິການ ແລະ ຄຸ້ມຄອງການທ່ອງທ່ຽວ. ກ່ອນໄລຍະການແພ່ລະບາງພະຍາດໂຄວິດ-19 ສົກປີ 2016-2020, ນັກທ່ອງທ່ຽວຫວຽດນາມ ເຂົ້າມາທ່ອງທ່ຽວສປປ ລາວ ເພີ່ມຂື້ນ ຈັດຢູ່ອັນດັບ 2 ຂອງຈໍານວນນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວສປປ ລາວ ຖັດຈາກໄທ ໂດຍມີ 3.868.683 ເທື່ອຄົນ.
ທ່ານນາງ ສວນສະຫວັນ ກ່າວອີກວ່າ: ເພື່ອສະເຫລີມສະຫລອງປີສາມັກຄີມິດຕະພາບລາວ-ຫວຽດ ນາມ 2022, ຂະແໜງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວສອງປະເທດຈະຈັດຫລາຍກິດຈະກໍາເປັນ ຕົ້ນກອງປະຊຸມສຳມະນາວິທະຍາສາດມູນເຊື້ອການພົວພັນຮ່ວມມືການສ້າງບຸກຄະລາກອນຖະແຫລງຂ່າວ; ຜະລິດເນື້ອໃນໂຄສະນາສາຍພົວພັນການຮ່ວມມືລົງໃນໜ້າໜັງສືພິມ, ວິທະຍຸ ແລະ ໂທລະພາບ, ຜະລິດລາຍການພິເສດສາຍໃຈການພົວພັນຮ່ວມມືໂດຍການລົງສໍາພາດການຄະນະນໍາ, ນັກທຸລະກິດລາວ-ຫວຽດ ນາມ, ປະຊາຊົນລາວ-ຫວຽດນາມ ແລະ ກົງສູນໃຫຍ່ຫວຽດນາມປະຈໍາພາກໃຕ້ ແລະ ພາກເໜືອຢູ່ບັນດາແຂວງ ແລະ ນະຄອນຫລວງວຽງຈັນ; ກຽມການຮັບໃຊ້ການສະເຫລີມສະຫລອງເຊັ່ນ:ພິທີໂຮງຊຸມນຸມໃຫຍ່, ຮັບໃຊ້ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງພັກ-ລັດສອງປະເທດ ແລະ ຖ່າຍທອດສົດຜ່ານທາງສື່ວິທະຍຸ, ໂທລະ ພາບ ແລະ ສື່ອອນລາຍລວມທັງອອກຂ່າວທາງໜັງສືພິມ; ເດືອນກໍລະກົດປີ 2022 ຈະໄດ້ຈັດສັບປະດາວັດທະນະທໍາ ລາວ-ຫວຽດນາມ ຢູ່ ສປປ ລາວ ແລະ ສສ ຫວຽດນາມ; ຈັດກອງປະຊຸມສໍາມະນາແລກບົດຮຽນການຄຸ້ມຄອງວັດທະນະທຳລາວ-ຫວຽດນາມ ໂດຍຈະຈັດຕັ້ງຢູ່ 3 ແຂວງຂອງລາວ; ຈັດວາງສະແດງຮູບມູນເຊື້ອການພົວພັນ, ປີສາມັກຄີມິດຕະພາບລາວ-ຫວຽດນາມ ທີ່ສປປ ລາວ ພາຍໃນໃນເດືອນທັນວາ 2022; ຈັດພິມວາລະສານຮູບພາບຜົນສຳເລັດການສະເຫລີມສະຫລອງປີສາມັກຄີ ມິດຕະ ພາບລາວ-ຫວຽດນາມປີ 2022; ຈັດວາງສະແດງປື້ມຂອງການຮ່ວມມືລາວ-ຫວຽດນາມທີ່ສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ໂດຍພິມປື້ມທີ່ດີເດັ່ນຂອງຫວຽດນາມເປັນຕົ້ນປື້ມທິດສະດີການເມືອງ, ບົດຮຽນການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ; ກຽມນັກສະແດງສິລະປະວັນນະຄະດີລາວ ເພື່ອສະແດງຮັບໃຊ້ການສະເຫລີມສະຫລອງ ປີສາມັກຄີມິດຕະພາບລາວ-ຫວຽດນາມ 2022; ຈັດກິດຈະກໍາປະກວດ,ແຕ່ງ ເພງ ທີ່ສ່ອງແສງເຖິງສາບພົວພັນການຮ່ວມມືລາວ-ຫວຽດນາມ; ຮ່ວມກັບສູນວັດທະນະທໍາຫວຽດນາມ ຈັດກິດຈະກໍາສະແດງສິລະປະວັນນະຄະດີ, ເທສະການຮູບເງົາຢູ່ບັນດາແຂວງທີ່ມີຊາຍແດນຕິດຈອດກັບ ສສ ຫວຽດນາມ ແລະ ອື່ນໆໃຫ້ມີຂະບວນຟົດຟື້ນ.