ທຳລາຍສິນຄ້າປະເພດເຄື່ອງສຳອາງໝົດອາຍຸ ແລະ ສິນຄ້າຕ້ອງຫ້າມ ມູນຄ່າ 32,8 ລ້ານກວ່າກີບ

ວັນທີ 8 ກໍລະກົດ 2022 ຜ່ານມາ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ລາຍງານວ່າ: ໄດ້ມີພິທີທໍາລາຍສິນຄ້າໝົດອາຍຸການນໍາໃຊ້ ແລະ ສິນຄ້າຫ້າມຜະລິດ, ນຳເຂົ້າ, ສົ່ງຜ່ານ, ຊື້-ຂາຍ ປະເພດຢາສູບໄຟຟ້າ ໂດຍການເຂົ້າຮ່ວມຂອງທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີ (ຜູ້ຊີ້ນຳວຽກງານການຄ້າພາຍໃນ), ທ່ານ ພູວຽງ ພົງສາ ຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນຈາກກອງກວດກາອາຫານ ແລະ ຢາກະຊວງສາທາລະນະສຸກ ລວມທັງໝົດ 22 ທ່ານ. ການຈັດຕັ້ງພິທີໃນຄັ້ງ ແມ່ນເພື່ອປະຕິບັດຕາມແຜນປົກກະຕິ, ຕາມແຫຼ່ງຂ່າວ ແລະ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້.
ໃນຕົ້ນເດືອນເມສາ ປີ 2022 ຜ່ານມາ ກົມການຄ້າພາຍໃນ ໃນນາມອົງການຈັດຕັ້ງປະຕິບັດວຽກງານກວດກາການຄ້າຂັ້ນສູນກາງໄດ້ແຕ່ງຕັ້ງເຈົ້າໜ້າທີ່ກວດກາການຄ້າລົງເຄື່ອນໄຫວຕິຕາມກວດກາຕາມແຫຼ່ງ ທີ່ມີການໂຄສະນາການຊື້-ຂາຍຢາສູບໄຟຟ້າ ທາງອອນລາຍ ເຊິ່ງເປັນຜະລິດຕະພັນຫ້ານຜະລິດ, ນໍາເຂົ້າ, ສົ່ງຜ່ານ, ຊື້-ຂາຍ ຕາມທີ່ໄດ້ກໍານົດໄວ້ໃນ ຂໍ້ 2 ມາດຕາ 48 ພາກ 8 ຂອງກົດໝາຍວ່າດ້ວຍການຄວບຄຸມຢາສູບ ສະບັບເລກທີ 09/ສພຊ, ລົງວັນທີ 16 ພະຈິກ 2021 ແລະ ມີການຈຳໜ່າຍສິນຄ້າທີ່ໝົດອາຍຸຕາມຫ້າງສັບພະສິນຄ້າ.
ຜ່ານການລົງກວດກາຕົວຈິງ ຂອງເຈົ້າໜ້າທີ່ກວດກາການຄ້າ ແມ່ນພົບເຫັນຫົວໜ່ວຍທຸລະກິດທີ່ມີການຈຳໜ່າຍສິນຄ້າ ເຊິ່ງເປັນຜະລິດຕະພັນເຄື່ອງສຳອາງປະເພັດ: ໂຟມລ້າງໜ້າ, ຄີມທາຜິວ, ລິບສະຕິກ, ຢາສິດຜົມ, ໂລຊັນກັນແດດ, ແປ້ງ ແລະ ອື່ນ ທີ່ໝົດອາຍຸການນໍາໃຊ້ ມີ 23 ລາຍການ, ຫ້າຮ້ອຍກວ່າກ່ອງ/ກັບ ລວມມູນຄ່າ 10.200.000 ກີບ.
ຢາສູບໄຟຟ້າພ້ອມດ້ວຍອຸປະກອນ, ນ້ຳຢາຕື່ມຢາສູບ ຈຳນວນ 226 ອັນ ລວມມູນຄ່າ 22.635.000 ກີບ ສິນຄ້າ, ລວມມູນຄ່າທັງໝົດ 32.835.000 ກີບ. ຜະລິດຕະພັນດັ່ງກ່າວ ເປັນສິນຄ້າໝົດອາຍຸການນໍາໃຊ້, ບໍ່ມີເອກະສານຢັ້ງຢືນແຫຼ່ງທີ່ມາ ບໍ່ຮັບປະກັນຄວາມປອດໄພແກ່ຜູ້ຊົມໃຊ້, ສະເພາະຢາສູບໄຟຟ້າ ກໍເປັນຜະລິດຕະພັນທີ່ຫ້າມການຜະລິດ, ນໍາເຂົ້າ ແລະ ຊື້-ຂາຍ ຢູ່ ສປປ ລາວ.
ຕໍ່ກັບບັນຫາດັ່ງກ່າວ ຖືເປັນການລະເມີດກົດໝາຍ ແລະ ລະບຽບການສະນັ້ນ, ຄະນະລົງກວດກາ ຈິ່ງໄດ້ຢຶດສິນຄ້າ, ຜະລິດຕະພັນດັ່ງກ່າວມາລາຍ ນີ້ກໍເພື່ອປົກປ້ອງຜົນປະໂຫຍດອັນຊອບທໍາໃຫ້ແກ່ຜູ້ຊົມໃຊ້ ແລະ ເປັນການປ້ອງກັນສຸຂະພາບ ແລະ ຈັດຕັ້ງປະຕິບັດກົດໝາຍຄອບຄຸມຢາສູບໃຫ້ປະກົດຜົນເປັນຈິງ. ພ້ອມດຽວກັນນັ້ນກໍໄດ້ມີມາດຕະການຕໍ່ຫົວໜ່ວຍທຸລະກິດທີ່ລະເມີດ ຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.