ສະເປີ ປະຕິເສດຂາຍ ເຄນ ໃຫ້ບາເຢິນ ມິວນິກ ທຸກລາຄາ
July 11, 2022 - 10:48 AM

ທັອດແນມ ຮັອດສະເປີ ວາງແຜນເປີດໂຕະເຈລະຈາຕໍ່ສັນຍາໃຫມ່ ແຮຣີ ເຄນ ກອງຫນ້າທີມຊາດອັງກິດ ແລະ ຈະບໍ່ຮັບຟັງຂໍ້ສະເຫນີໃດໆ ຈາກທີມອື່ນ ທ່າມກາງຂ່າວລືວ່າດາວຍິງອາຍຸ 28 ປີ ພວມໄດ້ຮັບຄວາມສົນໃຈຈາກ ບາເຢິນ ມິວນິກ.
ສື່ເຢຍລະມັນ ອ້າງວ່າ ບາເຢິນ ມິວນິກ ສົນໃຈດຶງ ເຄນ ໄປແທນທີ່ ໂຣເບີດ ເລວານດອບສະກີ ທີ່ໃກ້ຈະຍ້າຍອອກຈາກທີມ ແນວໃດກໍຕາມ ຟາບຣີຊີໂອ ໂຣມາ ຜູ້ສື່ຂ່າວຄົນດັງເປີດເຜີຍວ່າ ສະເປີ ຈະບໍ່ເຈລະຈາໃດໆກ່ຽວກັບ ເຄນ ແລະ ບໍ່ຂາຍເດັດຂາດບໍ່ວ່າລາຄາໃດກໍຕາມ ອີກທັງຈະບໍ່ເຈລະຈາຕໍ່ສັນຍາໃຫມ່ນຳອີກ ໂດຍສັນຍາເກ່ົາຈະຫມົດລົງໃນປີ 2024.
ແຮຣີ ເຄນ ຍິງ 27 ປະຕູ 10 ຈ່າຍໃຫ້ຫມູ່ຍິງຈາກ 50 ນັດທຸກລາຍການ ເມື່ອລະດູການກ່ອນ ເກືອບໄດ້ຍ້າຍທີມລະດູກ່ອນ ແຕ່ສຸດທ້າຍ ແມນ ຊິຕີ ກໍບໍ່ສູ້ລາຄາ ແຕ່ຫລັງຈາກທີ່ສະເປີ ຈົບອັນດັບ 4 ເຊື່ອວ່າ ເຄນ ພວມຫມັ້ນໃຈຫລາຍກວ່າສະເປີ ໃນຍຸກອັນໂດຕນີໂອ ຄອນເຕ ມີໂອກາດປົດລັອກຄວ້າແຊ໊ມໄດ້ຈັກເທື່ອ.