5 ເດືອນຕົ້ນປີ ສປ ຈີນ ສາມາດຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານໝູນວຽນໄດ້ 43,49 ລ້ານກິໂລວັດ

ອີງຕາມການລາຍງານຂ່າວຂອງ CRI ປະຈຳລາວ ວັນທີ 11 ກໍລະກົດ 2022 ນີ້ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ ຫາເດືອນພຶດສະພາປີ 2022 ນີ້, ກຳລັງຕິດຕັ້ງເຄື່ອງຈັກຜະລິດໄຟຟ້າດ້ວຍພະລັງງານໝູນວຽນເພີ່ມຂຶ້ນ ທົ່ວປະເທດຈີນມີເຖິງ 43,49 ລ້ານກິໂລວັດ ກວມເອົາ 82,1% ຂອງຈຳນວນເຄື່ອງຈັກຜະລິດໄຟຟ້າທີ່ເພີ່ມຂຶ້ນໃໝ່, ພະລັງງານໝູນວຽນໄດ້ກວມສ່ວນໃຫຍ່ໃນເຄື່ອງຈັກຜະລິດໄຟຟ້າທີ່ເພີ່ມຂຶ້ນ. ເມື່ອ 10 ປີກ່ອນ, ການຜະລິດໄຟຟ້າດ້ວຍພະລັງງານໝູນວຽນຂອງຈີນແມ່ນກວມພຽງແຕ່ 2,7%, ໃນໂຄງປະກອບດ້ານພະລັງງານທີ່ຖືຖ່ານຫີນເປັນຫຼັກ, ປະສິດທິພາບຂອງພະລັງງານອ່າວຕ່ຳ, ໃນຂະນະທີ່ໄດ້ຄ້ຳຊູເສດຖະກິດຈີນພັດທະນາໄປຢ່າງວ່ອງໄວນັ້ນ, ກໍໄດ້ເກີດມີບັນຫາການຜະລິດ ແລະ ການບໍລິໂພກພະລັງງານ ໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ສິ່ງແວດລ້ອມນິເວດ ແລະ ບັນຫາອື່ນໆ.
ໃນກອງປະຊຸມຄັ້ງທີ 6 ຂອງໜ່ວຍງານຊີ້ນຳວຽກງານເສດຖະກິດການເງິນ ຂັ້ນສູນກາງເມື່ອເດືອນມິຖຸນາປີ 2014, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີຍຸດທະສາດໃໝ່ກ່ຽວກັບຄວາມໝັ້ນຄົງດ້ານພະລັງງານ ຢ່າງມີຫົວຄິດປະດິດສ້າງ, ຊີ້ນຳ ແລະ ຊຸກຍູ້ການປະຕິຮູບດ້ານການບໍລິໂພກພະລັງງານ, ການປະຕິຮູບດ້ານການສະໜອງພະລັງງານ, ການປະຕິຮູບດ້ານເຕັກນິກພະລັງງານ, ແລະ ການປະຕິຮູບໂຄງປະກອບພະລັງງານ, ເພີ່ມທະວີການຮ່ວມມືສາກົນຢ່າງຮອບດ້ານ, ອອກແຮງສ້າງລະບົບພະລັງງານທີ່ສະອາດ ກາກບອນຕ່ຳ ປອດໄພ ແລະ ມີປະສິດທິຜົນສູງ. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນ ຄັ້ງທີ 18 ເປັນຕົ້ນມາ, ຈີນໄດ້ປະກາດໃຊ້ແຜນການ ແລະ ນະໂຍບາຍສຳຄັນຕ່າງໆໃນຂົງເຂດພະລັງງານ ຊຶ່ງໄດ້ກາຍເປັນລະບົບແຜນຍຸດທະສາດທີ່ຊຸກຍູ້ການປະຕິຮູບດ້ານພະລັງງານ. ພ້ອມກັນນັ້ນ, ຍັງໄດ້ລົງເລິກຊຸກຍູ້ການປະຕິຮູບໂຄງປະກອບດ້ານພະລັງງານໄຟຟ້າ ນ້ຳມັນ ແລະ ອາຍແກັສທຳມະຊາດ, ໂດຍສະເພາະແມ່ນຕັ້ງໜ້າພັດທະນາອຸດສາຫະກຳພະລັງງານໃໝ່ທີ່ມີລັກສະນະຍຸດທະສາດ, ໄດ້ກຳນົດ 15 ທິດທາງສຳຄັນໃນການປະດິດສ້າງໃໝ່ຂອງວິທະຍາສາດເຕັກນິກດ້ານພະລັງງານ.
ໃນ 10 ປີທີ່ຜ່ານມາ, ພະລັງງານໝູນວຽນໄດ້ປະກອບສ່ວນເຂົ້າໃນການສ້າງຄວາມສີວິໄລດ້ານນິເວດຂອງຈີນ. ປີ 2021 ພຽງປີດຽວ, ຂະໜາດການນຳໃຊ້ພະລັງງານໝູນວຽນເທົ່າກັບຖ່ານຫີນມາດຕະຖານ 753 ລ້ານໂຕນ, ໄດ້ຫຼຸດການລະບາຍກາກບອນດີອົກຊິດ 2 ຕື້ 70 ລ້ານໂຕນ, ຫຼຸດການລະບາຍຊຸນເຟີດີອົກຊິດ 4 ແສນໂຕນ ແລະ ສານນີໂຕຣເຈນອົກຊິດ 450.000 ໂຕນ.