5ອັນຕະລາຍຈາກການດື່ມນໍ້າອັດລົມທີ່ເຈົ້າອາດຈະຄິດບໍ່ເຖິງ

ການດື່ມນ້ຳອັດລົມເປັນປະຈຳຄວນນຳມາເຊິ່ງໂທດຮ້າຍແຮງຕໍ່ສຸຂະພາບ. ຈາກທີ່ເຮົາເຫັນຊັດເຈນກັນນັ້ນກໍຄື ພະຍາດຕຸ້ຍ ຫຼື ອ້ວນ ເຊິ່ງຈະເຮັດໃຫ້ສາວໆ ຜູ້ທີ່ຮັກຫຸ່ນມີຮູບຮ່າງອ້ວນບໍ່ງາມ, ຜິວພັນກໍຫ່ຽວແຫ້ງໂຊມງ່າຍ. ເພາະນ້ຳອັດລົມມີນ້ຳຕານສູງເຊິ່ງຄວາມຫວານທີ່ເຂົ້າສູ່ໃນຮ່າງກາຍປະລິມານຫລາຍເກີນໄປ. ມີຜົນເຮັດໃຫ້ເຮົາແກ່ເຖົ້າກ່ອນໄວອັນຄວນນັ້ນເອງ ແລະ ຍັງມາພ້ອມພະຍາດຕ່າງໆ ໃນອະນາຄົດອີກດ້ວຍ. ໃຜທີ່ດື່ມດົນໆ ອາດຈະບໍ່ເປັນຫຍັງຫລາຍ ແຕ່ຫາກໃຜດື່ມຈົນຕິດໄປແລ້ວ, ຖ້າຫາກບໍ່ຮີບຫລຸດຜ່ອນ ລະເລີກກໍລະວັງເລີຍ ອັນຕະລາຍຈາກການດື່ມນ້ຳອັດລົມອາດຈະມາເຢືອນໃນໄວໆນີ້. ເຮົາມາເບິ່ງນຳກັນວ່າອັນຕະລາຍຈາກການດື່ມນ້ຳອັດລົມນັ້ນມີຜົນເສຍຕໍ່ສຸຂະພາບແນວໃດແດ່?
- ຮ່າງກາຍຂາດສານອາຫານ.
ເວລາທີ່ເຮົາດື່ມນ້ຳອັດລົມຈະເຮັດໃຫ້ເຮົາຮູ້ສຶກບໍ່ຄ່ອຍຢາກກິນອາຫານ ຫຼື ກິນໄດ້ໜ້ອຍລົງ. ເນື່ອງຈາກນ້ຳອັດລົມມີກາສພາຍໃນປະລິມານຫລາຍຈຶ່ງເຮັດໃຫ້ເຮົາຮູ້ສຶກອີ່ມ ແໜ້ນທ້ອງ. ຖ້າຫາກເດັກນ້ອຍຄົນໃດຕິດນ້ຳອັດລົມຫລາຍກໍຈະເຮັດໃຫ້ບໍ່ຢາກກິນເຂົ້າຈົນຮ່າງກາຍເຂົ້າສູ່ພາວະຂາດສານອາຫານຕາມມາໄດ້ນັ້ນເອງ.
- ລະບົບຍ່ອຍອາຫານເຮັດວຽກໄດ້ບໍ່ດີ.
ການດື່ມນ້ຳອັດລົມຫລາຍເກີນໄປ ກາສທີ່ມີໃນນ້ຳອັດລົມຈະເຂົ້າໄປເຮັດໃຫ້ທ້ອງອືດ, ອາຫານບໍ່ຍ່ອຍ ແລະ ແໜ້ນທ້ອງຕາມມາ. ສົ່ງຜົນໃຫ້ມີອາການເຈັບທ້ອງ ແລະ ສຳລັບຄົົນທີ່ເປັນພະຍາດກະເພາະຍິ່ງບໍ່ຄວນດື່ມເລີຍ ເພາະຈະເຮັດໃຫ້ອາການຂອງພະຍາດເປັນໜັກຂຶ້ນ.
- ສ່ຽງເປັນຫລາຍພະຍາດ.
ການທີ່ເຮົາດື່ມນ້ຳອັດລົມເປັນເວລາດົນໆ ອາດຈະບໍ່ເປັນຫຍັງເທົ່າໃດ ແຕ່ຖ້າຫາກຕິດດື່ມເປັນປະຈຳຫລາຍເກີນໄປ. ກໍຈະສົ່ງຜົນໃຫ້ເປັນພະຍາດອ້ວນ ແລະ ພະຍາດເບົາຫວານຕາມມາໄດ້. ທັງຍັງເຮັດໃຫ້ມີໂອກາດສ່ຽງໃນການເກີດພະຍາດກະດູກແຕກຫັກໄດ້ງ່າຍອີກດ້ວຍ.
- ເຮັດໃຫ້ນອນບໍ່ຫລັບ
ປົກກະຕິແລ້ວ ຄາເຟອິນໃນກາເຟຈະເຮັດໃຫ້ເຮົານອນບໍ່ຫລັບແມ່ນບໍ່? ແຕ່ຖ້າຫາກເຮົາດື່ມນ້ຳອັດລົມ ເຊິ່ງຫລາຍຄົນອາດຈະຍັງບໍ່ຮູ້ວ່າມັນມີປະລິມານຄາເຟອິນສູງຫລາຍເຊັ່ນກັນ. ຖ້າຫາກດື່ມໃນເວລາໃກ້ຈະນອນ ຫຼື ຕອນກາງຄືນ ຄາເຟອິນຈາກນ້ຳອັດລົມຈະກະຕຸ້ນໃຫ້ຮ່າງກາຍຕື່ນຕົວ, ສົດຊື່ນໄດ້ເຊັ່ນດຽວກັນ ສົ່ງຜົນໃຫ້ເຮົານອນຫລັບຍາກໄປດ້ວຍນັ້ນເອງ.
- ກະດູກແຕກຫັກໄດ້ງ່າຍ
ເພາະຄວາມຫວານທີ່ມີຢູ່ໃນນ້ຳອັດລົມມີປະລິມານສູງເຊິ່ງເປັນຕົວການທີ່ໃຫ້ກະດູກຂອງເຮົາເບາະບາງລົງ ແລະ ແຕກຫັກໄດ້ງ່າຍ.