ເຂົ້າໜຽວລາວ ສັກຂີພະຍານແຫ່ງໂອກາດການພັດທະນາໃໝ່ລະຫວ່າງ ຈີນ-ອາຊຽນ

ວິທະຍຸສາກົນແຫ່ງປະເທດຈີນ (CRI) ລາຍງານວ່າ: ເມື່ອບໍ່ດົນນີ້, ເຂົ້າໜຽວຂອງສປປ ລາວ 4 ຕູ້ຄອນເທີເນີ ໄດ້ຂົນສົ່ງຈາກນະຄອນຫລວງວຽງຈັນສປປ ລາວ ສູ່ນະຄອນຈຸງກິ່ງ ພາກຕາເວັນຕົກຂອງຈີນ ພາຍໃນ 4 ວັນຜ່ານທາງລົດໄຟ ລາວ-ຈີນ ແລະ ຈະສົ່ງໄປສູ່ແຂວງອື່ນໆທາງພາກຕາເວັນຕົກຂອງຈີນອີກ.ເຂົ້າ ໜຽວຈຳນວນໜຶ່ງໃນງວດນີ້ຈະຖືກປຸງແຕ່ງເປັນເຂົ້າໜົມ“ຈຸ້ງຈື” ໃນບຸນຕ່ວນອູ, ອີກຈຳນວນໜຶ່ງຈະປຸງແຕ່ງເປັນເຂົ້າໜົມບົວລອຍ ແລະ ເຍື່ອງອື່ນໆທີ່ມີເອກະລັກພິເສດຂອງຈີນ. ນີ້ແມ່ນທາງສາຍໃໝ່ຂອງເຂົ້າໜຽວລາວເຂົ້າສູ່ຕະຫລາດພາກຕາເວັນຕົກສຽງໃຕ້ຂອງປະເທດຈີນໂດຍຜ່ານທາງລົດໄຟ ລາວ-ຈີນ ເປັນເທື່ອທຳອິດ ແລະ ການທີ່ເຂົ້າໜຽວຂອງສປປ ລາວ ໄດ້ຮັບຄວາມນິຍົມໃນຕະຫລາດຈີນ ຍ້ອນມີກິ່ນຫອມ, ອ່ອນ ແລະ ໜຽວ, ແຕ່ຖ້າຂົນສົ່ງຕາມເສັ້ນທາງຂົນສົ່ງສິນຄ້າເກົ່າ, ເຂົ້າໜຽວລາວຈະຕ້ອງສົ່ງໄປເຖິງທ່າເຮືອປະ ເທດໄທ ຫລື ປະເທດຫວຽດນາມ ກ່ອນ ຈຶ່ງຈະໄປເຖິງຕົວເມືອງພາກຕາເວັນອອກຂອງຈີນໂດຍຜ່ານທາງທະເລ, ສຸດທ້າຍ ຈະຜ່ານແມ່ນ້ຳຢາງເຊ ຈຶ່ງສາມາດສົ່ງໄປເຖິງຕະຫລາດພາກຕາເວັນຕົກສຽງໃຕ້ຂອງຈີນ ທີ່ຕ້ອງໃຊ້ເວລາໜຶ່ງເດືອນ ຊຶ່ງບໍ່ພຽງແຕ່ໃຊ້ເວລາດົນເທົ່ານັ້ນ ຍັງຕ້ອງຈ່າຍຄ່າຂົນສົ່ງແພງອີກດ້ວຍ. ສະ ນັ້ນ ຢູ່ຕະຫລາດພາກຕາເວັນຕົກສຽງໃຕ້ຂອງຈີນ ຈຶ່ງບໍ່ຄ່ອຍມີເຂົ້າໜຽວລາວຈຳໜ່າຍ.
ພາຍຫລັງທາງລົດໄຟລາວ-ຈີນເປີດບໍລິການ, ເວລາຂົນສົ່ງໄດ້ຫລຸດເຫລືອພຽງ 4 ມື້ເທົ່ານັ້ນ. ຂະນະທີ່ ຄ່າຂົນສົ່ງແຕ່ລະຕູ້ຄອນເທັນເນີສາມາດປະຢັດໄດ້ 200 ໂດລາສະຫະລັດ ສົ່ງຜົນມຫ້ຄວາມສາມາດແຂ່ງ ຂັນຂອງເຂົ້າໜຽວລາວ ໃນຕະຫລາດຈີນ ເພີ່ມຂຶ້ນຢ່າງຫລວງຫລາຍ ແລະ ຖືເປັນໂອກາດໃໝ່ທີ່ຈະ ແບ່ງ ປັນຜົນປະໂຫຍດຈາກຕະຫລາດຂອງປະເທດຈີນໄດ້. ສິນຄ້າທີ່ເປັນຜົນພວງມາຈາກການເປີດຂະບວນເດີນ ທາງສາຍໃໝ່ບໍ່ພຽງແຕ່ເຂົ້າໜຽວເທົ່ານັ້ນຍັງມີຜະລິດຕະພັນກະສິກຳ, ຢາງພາລາ, ປຸ໋ຍໂປຕາສ, ແຮ່ເຫລັກ ແລະ ສິນຄ້າອື່ນໆຜ່ານທາງລົດໄຟ ລາວ-ຈີນ ຈາກປະເທດ ແລະ ເຂດແຄວ້ນອາຊຽນສົ່ງໄປປະເທດຈີນ; ສ່ວນອຸປະກອນການສື່ສານ, ເຄື່ອງໃຊ້ປະຈຳວັນ, ດອກໄມ້ສົດ, ຜັກສົດ, ອາຫານສັດ ແລະອື່ນໆຈາກປະ ເທດຈີນ ກໍຖືກຂົນສົ່ງຜ່ານທາງລົດໄຟ ຈີນ-ລາວ ມາເຖິງນະຄອນຫລວງວຽງຈັນແລ້ວສືບຕໍ່ສົ່ງໄປປະເທດ ແລະ ເຂດແຄວ້ນໃນອາຊຽນ.
ຄຽງຄູ່ກັບສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫລື RCEP ມີຜົນບັງຄັບໃຊ້ຢ່າງເປັນທາງການໃນເດືອນມັງກອນປີນີ້, ຄວາມຕ້ອງການດ້ານການຂົນສົ່ງສິນຄ້າລະຫວ່າງ ຈີນ-ລາວ ນັບມື້ເພີ່ມຂຶ້ນ, ສະຖານີລົດໄຟວຽງຈັນໃຕ້, ນາເຕີຍ, ວັງວຽງ, ຫລວງພະບາງ, ໂພນໂຮງ ແລະ ສະຖານີອື່ນໆ ໄດ້ເປີດການຂົນສົ່ງສິນຄ້າຕາມລຳດັບ, ການຄົ້ນຄວ້າຮູບແບບການຂົນສົ່ງສາກົນຕ່າງໆເຊັ່ນ “ສາຍດ່ວນແມ່ ນ້ຳລ້ານຊ້າງ-ແມ່ນ້ຳຂອງ ປະສົມກັບການຄ້າເອເລັກໂຕຣນິກຂ້າມປະເທດ”, “ທາງລົດໄຟລາວ-ຈີນ ເຊື່ອມຈອດກັບຂະບວນລົດໄຟຈີນ-ເອີຣົບ”, “ທາງລົດໄຟລາວ-ຈີນ ເຊື່ອມຈອດກັບຂະບວນລົດໄຟຕາມຊ່ອງທາງ ໃໝ່ທາງທະເລ-ທາງບົກພາກຕາເວັນຕົກ” ຊຶ່ງໄດ້ເພີ່ມສີສັນໃຫ້ແກ່ເສັ້ນທາງລົດໄຟ ລາວ-ຈີນທັງໄດ້ຍົກສູງຄວາມສາມາດການຂົນສົ່ງສິນຄ້າຂ້າມປະເທດອີກດ້ວຍ.
ພາຍຫລັງເປີດນຳໃຊ້ຢ່າງເປັນທາງການເປັນເວລາເຄິ່ງປີ, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງສິນຄ້າທັງໝົດ 4,03 ລ້ານໂຕນ, ໃນນັ້ນສິນຄ້າຂ້າມປະເທດ 6,47 ແສນໂຕນ; 21 ແຂວງ ແລະ ກຳແພງນະຄອນຂອງປະເທດຈີນ ໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າຂ້າມປະເທດໂດຍຜ່ານທາງລົດໄຟ ລາວ-ຈີນ, ຂົນສົ່ງສິນ ຄ້າຫລາຍກວ່າ 100 ກວ່າຊະນິດ, ສາມາດສົ່ງໄປເຖິງປາຍທາງໄດ້ 10 ປະເທດ ແລະ ເຂດແຄວ້ນເຊັ່ນ: ລາວ, ໄທ, ມຽນມາ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະອື່ນໆ.
ທາງລົດໄຟລາວ-ຈີນ ໄດ້ສ້າງຊ່ອງທາງຂົນສົ່ງສິນຄ້າທີ່ສະດວກ ແລະ ມີປະສິດທິພາບສູງລະຫວ່າງຈີນ- ອາຊຽນ ຊຶ່ງເຮັດໃຫ້ເວລາ ແລະ ຕົ້ນທຶນຂົນສົ່ງສິນຄ້າຫລຸດລົງຢ່າງຫລວງຫລາຍ, ກາຍເປັນເສັ້ນທາງສາຍ ຄຳດ້ານການຂົນສົ່ງສິນຄ້າສາກົນທີ່ບໍ່ພຽງແຕ່ສາມາດຕອບສະໜອງທັນຄວາມຕ້ອງການຂອງຜູ້ບໍລິໂພກຍັງ ສາມາດສ້າງໂອກາດການພັດທະນາໃໝ່ໃຫ້ແກ່ປະເທດ ແລະ ເຂດແຄວ້ນທີ່ຢູ່ລຽບຕາມທາງລົດໄຟສາຍນີ້ອີກດ້ວຍ.