10 ສັນຍານເຕືອນອັນຕະລາຍ ແພ້ຄາເຟອິນ

ແພ້ຄາເຟອິນ ອາດເກີດຂຶ້ນໄດ້ໃນບາງຄົນ ເຊິ່ງສົ່ງຜົນເຮັດໃຫ້ມີອາການຄັນ ບວມ ຜິວແດງ ຫາຍໃຈລຳບາກ ໃຈສັ່ນຜິດປົກກະຕິ, ການແພ້ຄາເຟອິນອາດມີສາເຫດມາຈາກລະບົບພູມຕ້ານທານໃນຮ່າງກາຍຕໍ່ຕ້ານຄາເຟອິນເໝືອນກັບການຕໍ່ຕ້ານສິ່ງແປກປອມອື່ນໆ ກຳມະພັນ ລວມທັງສານກໍ່ພູມແພ້ ຫລື ເຊື້ອຣາບາງຊະນິດໃນເມັດກາເຟ ດັ່ງນັ້ນຜູ້ທີ່ແພ້ ຄາເຟອິນຄວນຫລີກລ່ຽງອາຫານທີ່ມີສ່ວນປະສົມຂອງຄາເຟອິນ ເພື່ອປ້ອງກັນການເກີດອາການແພ້
- ອາການ ແພ້ຄາເຟອິນ ແມ່ນຫຍັງ?
ແພ້ຄາເຟອິນ ຄືອາການແພ້ທີ່ເກີດຂື້ນເນື່ອງຈາກລະບົບພູມຕ້ານທານໃນຮ່າງກາຍຕໍ່ຕ້ານຄາເຟອິນ ເໝືອນກັບຕໍ່ຕ້ານເຊື້ອພະຍາດເຂົ້າສູ່ຮ່າງກາຍເຮັດໃຫ້ເກີດອາການແພ້ ເຊັ່ນ ການອັກເສບ, ບວມ, ຜິວແດງ, ຫາຍໃຈລຳບາກ ໃນບາງຄົນອາການແພ້ຄາເຟອິນອາດເກີດຂຶ້ນຢ່າງຮຸນແຮງຈົນກະທົບຕໍ່ຂະບວນການເຮັດວຽກຂອງຮ່າງກາຍ ເຊິ່ງເຮັດໃຫ້ໝົດສະຕິ ຫລື ເສຍຊີວິດໄດ້
- ສາເຫດຂອງການແພ້ຄາເຟອິນ
ໂດຍປົກກະຕິເມື່ອກິນ ຫລື ດື່ມເຄື່ອງດື່ມທີ່ມີຄາເຟອິນ ຄາເຟອິນ ຈະຖຶກດູດຊຶມພາຍໃນລຳໄສ້ເຂົ້າສູ່ກະແສເລືອດ ຈາກນັ້ນລິດຂອງຄາເຟອິນຈະສົ່ງຜົນຕໍ່ການເຮັດວຽກຂອງອະໄວຍະວະຕ່າງໆພາຍໃນຮ່າງກາຍ ອາດເຮັດໃຫ້ມີອາການນອນບໍ່ຫລັບ ຕື່ນຕົວ ກະສັບກະສ່າຍ ເນື່ອງຈາກມີລິດກະຕຸ້ນປະສາດ ເຊິ່ງຈະແຕກຕ່າງກັບອາການແພ້ຄາເຟອິນເພາະຮ່າງກາຍຂອງຜູ້ທີ່ແພ້ຈະຕໍ່ຕ້ານຄາເຟອິນເຊັ່ນດຽວກັນກັບການຕ້ານເຊື້ອພະຍາດ ໂດຍລະບົບພູມຕ້ານທານຈະຜະລິດແອນຕີບໍດີ ເປັນຕົ້ນ ອີມູໂນໂກບິນ ອີ (Immunoglobulin e) ເຊິ່ງມີໜ້າທີ່ກຳຈັດສິ່ງແປກປອມທີ່ເຂົ້າສູ່ຮ່າງກາຍ ແລະ ເຂົ້າໄປກະຕຸ້ນໃຫ້ເຊວປ່ອຍ ຮີສຕາມິນ (histamine) ເຊິ່ງເປັນສານທີ່ຊ່ວຍຕ້ານອາການແພ້ ເຊັ່ນ: ການອັກເສບ, ລົມພິດ, ອາການຄັນ,ບວມ
- ສາເຫດຂອງການແພ້ອາດຍັງບໍ່ທັນເປັນທີ່ແນ່ຊັດ ແຕ່ອາດເກີດຈາກສາເຫດບາງປະການເຊັ່ນ:
- ການສືບທອດທາງກຳມະພັນ
- ວິທີການຜະລິດ ທີ່ມາຈາກເມັດກາເຟອາດມີສານກໍ່ພູມແພ້
- ການປົນເປື້ອນຂອງເຊື້ອຣາ ແອສເປີຈີລັສ (Aspergillus) ແລະ ເພນນີຊີລຽມ (penicillium)
- ສັນຍານອັນຕະລາຍ ອາການແພ້ຄາເຟອິນ
- ໄອ ຈາມ ຄັນດັງ ນ້ຳມູກໄຫລ
- ຫາຍໃຈມີສຽງຫວີດ
- ຕາແດງ ຄັນຕາ ນ້ຳຕາໄຫລ
- ລົມພິດ ຜື່ນແດດ ຄັນ
- ຄັນປາກ ຄັນລີ້ນ ລີ້ນບວມ
- ຕາ ໃບໜ້າບວມ
- ຫາຍໃຈລຳບາກ ມີບັນຫາໃນການເວົ້າ
- ໄອ ປວດຮາກ ເຈັບທ້ອງ
- ເຈັບຫົວ ໃຈສັ່ນ ຫົວໃຈເສັ້ນໄວ
- ຊ໋ອກ ໝົດສະຕິ ຫລື ເສຍຊີວິດ
- ການປິ່ນປົວອາການແພ້ຄາເຟອິນ
ການແພ້ຄາເຟອິນ ສາມາດຮັກສາໄດ້ຫລາຍວິທີດັ່ງນີ້:
- ຫລີກລ່ຽງການສຳຜັດກັບສານກໍ່ພູມແພ້ ອາດເປັນວິທີທີ່ດີທີ່ສຸດໃນການປ້ອງກັນອາການແພ້ໂດຍການຫລີກລ່ຽງການກິນອາຫານຫລື ເຄື່ອງດື່ມ ທີ່ມີສ່ວນປະສົມຂອງຄາເຟອິນເຊັ່ນ: ກາເຟ, ຊາ, ນ້ຳອັດລົມ ຊ໋ອກໂກແລັດ ເຄື່ອງຊູກຳລັງ ຢາບາງຊະນິດ
- ກິນຢາພູມແພ້ ເມື່ອສັງເກດມີອາການແພ້ ດັ່ງນີ້:
- ຢາແກ້ແພ້ ເຊັ່ນ: ຄໍລເຟນິຣາມິນ (Chlorpheniramine) ໄດເຟນໄຣດຣາມິນ (Diphenhy dramine) ໄຣດໍຣໄຊຊິນ (Hydroxyzine) ສຳຫລັບຜູ້ທີ່ມີອາການແພ້ບໍ່ຮຸນແຮງ
- ຢາໃຊ້ເພື່ອຫລຸດອາການຄັນດັງ ເຊັ່ນ ຢາຕ້ານ ຮິສຕາມິນ (Antihistamine) ຢາ ຫົດຫລອດເລືອດ (Decongestant)
- ຢາສະເຕຣອຍ ເຊັ່ນ ເພຣດນີໂຊໂລນ (prednisolone) ເບຕາເມທາໂຊນ ໄດໂພຣພີໂອເນດ (Betamethasone Di propionate) ໂຄລເບທາຊອລ (Clobetasol) ສາມາດຊ່ວຍຫລຸດການອັກເສບທີ່ເກີດຈາກອາການແພ້ ບັນເທົາອາການລົມພິດ ພະຍາດຫອບຫືດ
- ຢາສະເພາະທີ່ເປັນໂລຊັນ ແລະ ຄຣີມ: ຄາລາມາຍ ອີໂມລລຽນ emollients ເພື່ອໃຫ້ຄວາມຊຸ່ມຊື່ນກັບຜິວ ຫລຸດອາການຜິວແດງ ຄັນ ແລະ ຫລຸດອາການອັກເສບ