ຣັດເຊຍ ອະນຸມັດສັນຊາດໃຫ້ຊາວຢູເຄຣນທຸກຄົນ
July 12, 2022 - 4:51 PM

ເວັບໄຊ bangkokbiznews ລາຍງານຂ່າວວ່າ: ທ່ານ Vladimir Putin ປະທານາທິບໍດີ ຣັດເຊຍ, ໄດ້ລົງນາມ ໃນລັດຖະດຳລັດ ສະບັບໃໝ່ ເມື່ອບໍ່ດົນມານີ້ ທີ່ອະນຸຍາດ ໃຫ້ພົນລະເມືອງ ຢູເຄຣນ ທັງໝົດ ສາມາດ ສະໝັກ ສັນຊາດ ຣັດເຊຍ ໄດ້ໂດຍໄວ.
ກ່ອນໜ້ານີ້, ມີພຽງແຕ່ ປະຊາຊົນ ທີ່ອາໄສ ຢູ່ເຂດ Donatsk ແລະ Luhansk ທາງພາກຕາເວັນອອກ ຂອງຢູເຄຣນ ລວມທັງ ຜູ້ທີ່ອາໄສຢູ່ໃນ Zaporizhia ແລະ ແຄວ້ນ Kherson ຊຶ່ງລ້ວນຢູ່ ພາຍໃຕ້ ການຄວບຄຸມ ຂອງລັດຖະບານ ມົດສະກູ ທີ່ໄດ້ຮັບ ອະນຸຍາດ ໃຫ້ເລືອກຢືນຂໍ ສັນຊາດ ຣັດເຊຍ ໄດ້.
ໃນຕົ້ນປີ 2022 ມີປະຊາກອນ ຊາວຢູເຄຣນ ປະມານ 18% ໃນເຂດທີ່ກຸ່ມກະບົດຍຶດຄອງຢູ່ໄດ້ຮັບໜັງສືເດີນທາງ ຂອງ ຣັດເຊຍ ແລ້ວ.