FAO ເຕືອນ ລາຄາອາຫານໃນອາຊີຈະເພີ່ມສູງຂຶ້ນໃນໄຕມາດທີ 3

FAO ເຕືອນ ລາຄາອາຫານໃນອາຊີຈະເພີ່ມສູງຂຶ້ນໃນໄຕມາດທີ 3 - 293103171 763475418434494 787887950571942526 n - FAO ເຕືອນ ລາຄາອາຫານໃນອາຊີຈະເພີ່ມສູງຂຶ້ນໃນໄຕມາດທີ 3
FAO ເຕືອນ ລາຄາອາຫານໃນອາຊີຈະເພີ່ມສູງຂຶ້ນໃນໄຕມາດທີ 3 - kitchen vibe - FAO ເຕືອນ ລາຄາອາຫານໃນອາຊີຈະເພີ່ມສູງຂຶ້ນໃນໄຕມາດທີ 3
ຂ່າວຕ່າງປະເທດຫລາຍສຳນັກລາຍງານ ເມື່ອວັນທີ 12 ກໍລະກົດ 2022 ທີ່ຜ່ານມາວ່າ: ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ໄດ້ເປີດເຜີຍວ່າ ລາຄາອາຫານໂລກຫຼຸດລົງຢ່າງຕໍ່ເນື່ອງເປັນເດືອນທີ 3 ຕິດຕໍ່ກັນ ແຕ່ກໍຍັງຄົງຢູ່ໃນລະດັບໃກ້ຄຽງກັບຈຸດສູງທີ່ສຸດເປັນປະຫວັດສາດເມື່ອເດືອນມີນາທີ່ຜ່ານມາ.
ນອກຈາກນີ້ FAO ຍັງໄດ້ລະບຸວ່າ ດັດຊະນີລວມຂອງລາຄາອາຫານໃນເດືອນມິຖຸນາ ຫຼຸດລົງ 2,3% ເມື່ອທຽບແບບລາຍເດືອນຢູ່ທີ່ລະດັບ 154,42 ຈຸດ ຕ່ຳກວ່າລະດັບສູງທີ່ສຸດເມື່ອເດືອນມີນາ 2022 ຊຶ່ງຢູ່ທີ່ 159,7 ຈຸດ ໂດຍລາຄາອາຫານທີ່ຫຼຸດລົງນັ້ນໄດ້ຮັບແຮງໜູນມາຈາກລາຄານ້ຳມັນພືດ, ທັນຍາພືດ ແລະ ນ້ຳຕານໃນຕະຫຼາດໂລກຫຼຸດລົງ ແຕ່ກໍຍັງສູງກວ່າໄລຍະດຽວກັນຂອງປີ 2021 ທີ່ລະດັບ 23,1%. ບັນດານັກວິເຄາະຂອງທະນາຄານໂນມູຣະ ກ່າວວ່າ ລາຄາອາຫານຂອງທະວີບອາຊີຍັງບໍ່ເຖິງລະດັບສູງທີ່ສຸດ ແຕ່ຄາດວ່າຈະເກີດຂຶ້ນໃນໄລຍະໄຕມາດທີ 3 ຂອງປີນີ້. ທ່ານ ໂຊນານ ວາມາ ຫົວໜ້ານັກເສດຖະສາດຂອງໂນມູຣະ ປະຈຳພາກພຶ້ນອິນເດຍ ແລະ ອາຊີ ໂດຍບໍ່ລວມເອົາຍີ່ປຸ່ນກ່າວວ່າ ລາຄາອາຫານໃນອາຊີມີທ່າອ່ຽງປັບຕົວຂຶ້ນຊ້າກວ່າລາຄາອາຫານທົ່ວໂລກ ເນື່ອງຈາກລັດຖະບານປະເທດຕ່າງໆໄດ້ອອກມາດຕະການໃຫ້ຄວາມຊ່ວຍເຫຼືອ ແລະ ຄວບຄຸມລາຄາເພື່ອຢຸດຕິການເພີ່ມຂຶ້ນຊົ່ວຄາວ.
ໂນມູຣະ ຍັງໄດ້ລະບຸວ່າ ລາຄາອາຫານຂອງປະເທດໃນອາຊີເຊັ່ນ: ສິງກະໂປ, ສ ເກົາຫຼີ, ຟີລິບປິນ ແລະ ອິນເດຍ ມີທ່າອ່ຽງຢູ່ລະດັບສູງທີ່ສຸດເປັນປະຫວັດສາດໃນໄລຍະ 6 ເດືອນທ້າຍປີ 2022 ນີ້. ນອກຈາກນີ້, ທ່ານ ວາມາ ແລະ ທິມງານ ຍັງໄດ້ກ່າວວ່າ ໂດຍອີງຕາມບົດລາຍງານລາຄາອາຫານໃນເດືອນມິຖຸນາທີ່ຜ່ານມາ ມີມູນຄ່າການນຳເຂົ້າອາຫານໃນຟີລິບປິນກວມອັດຕາສ່ວນຫຼາຍກວ່າ 2% ຂອງໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຊຶ່ງສູງທີ່ສຸດເປັນອັນດັບສອງຂອງພາກພື້ນ ບໍ່ລວມເອົາຍີ່ປຸ່ນ ຮອງຈາກຮົງກົງ(ຈີນ). ນອກຈາກນີ້, ອັດຕາເງິນເຟີ້ທີ່ເກີດຈາກລາຄາອາຫານໃນຟີລິບປິນ ຍັງມີອັດຕາສ່ວນເກືອບ 35% ຂອງດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕາວັດເງິນເຟີ້ຈາກການໃຊ້ຈ່າຍຂອງຜູ້ບໍລິໂພກ. ຂະນະທີ່, ສ ເກົາຫຼີ ແລະ ສິງກະໂປຍັງມີຄາມສ່ຽງທີ່ອັດຕາເງິນເຟີ້ຈະເພີ່ມຂຶ້ນເຊັ່ນດຽວກັນ ເພາະຕ້ອງອາໄສການນຳເຂົ້າອາຫານສູງຫຼາຍ.
FAO ເຕືອນ ລາຄາອາຫານໃນອາຊີຈະເພີ່ມສູງຂຶ້ນໃນໄຕມາດທີ 3 - 3 - FAO ເຕືອນ ລາຄາອາຫານໃນອາຊີຈະເພີ່ມສູງຂຶ້ນໃນໄຕມາດທີ 3
FAO ເຕືອນ ລາຄາອາຫານໃນອາຊີຈະເພີ່ມສູງຂຶ້ນໃນໄຕມາດທີ 3 - 5 - FAO ເຕືອນ ລາຄາອາຫານໃນອາຊີຈະເພີ່ມສູງຂຶ້ນໃນໄຕມາດທີ 3
FAO ເຕືອນ ລາຄາອາຫານໃນອາຊີຈະເພີ່ມສູງຂຶ້ນໃນໄຕມາດທີ 3 - 4 - FAO ເຕືອນ ລາຄາອາຫານໃນອາຊີຈະເພີ່ມສູງຂຶ້ນໃນໄຕມາດທີ 3