ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ

ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ -           - ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ
ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ - kitchen vibe - ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ

ສື່ຫລາຍສຳນັກຢືນຢັນ ປະທານາທິບໍດີສີລັງກາໜີອອກຈາກປະເທດສຳເລັດ ໂດຍເດີນທາງດ້ວຍເຮືອບິນທະຫານໄປມັລດີຟ ຫລັງພະຍາຍາມຂີ່ເຮືອບິນການຄ້າເດີນທາງໄປດູໄບ ແຕ່ຖືກເຈົ້າໜ້າທີ່ສະໜາມບິນຂັດຂວາງ.

ສຳນັກຂ່າວເອເອັຟພີ ແລະ ເວັບໄຊບີບີຊີ ລາຍງານອ້າງແຫລ່ງຂ່າວກົງກັນວ່າ: ທ່ານ ໂຄຖາກຍະ ຣາຊປັກສາ ປະທານາທິບໍດີສີລັງກາ ເດີນທາງອອກນອກປະເທດສີລັງກາແລ້ວ ຫລັງມີລາຍງານຄວາມພະຍາຍາມໜີອອກນອກປະເທດນັບແຕ່ວັນທີ 11 ກໍລະກົດ ແຕ່ບໍ່ສຳເລັດ ເພາະຖືກເຈົ້າໜ້າທີ່ສະໜາມບິນຂັດຂວາງ. ຂະນະດຽວກັນທ່ານບໍ່ກ້າເຂົ້າສູ່ຂະບວນການກວດຄົນເຂົ້າເມືອງຕາມປົກກະຕິ ເພາະອາດຜະເຊີນກັບການປະທ້ວງຂອງປະຊາຊົນ.

ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ - Visit Laos Visit SALANA BOUTIQUE HOTEL - ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ
ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ - Visit Laos Visit SALANA BOUTIQUE HOTEL - ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ

ລາຍງານຂອງບີບີຊີລະບຸວ່າ: ຜູ້ນຳສີລັງກາອາດຈະອອກເດີນທາງເຖິງມັລດີຟເມື່ອເວລາ 03:00 ໂມງ ຕາມເວລາທ້ອງຖິ່ນ ຫລື 05:00 ໂມງ ຕາມເວລາປະເທດລາວ.

ສ່ວນລາຍງານຂອງສຳນັກຂ່າວເອເອັຟພີອ້າງວ່າ: ປະທານາທິບໍດີ ຣາຊປັກສາ, ພັນລະຍາຂອງທ່ານ ແລະ ບໍດີ້ກາດສ່ວນຕົວອີກ 1 ຄົນ ເປັນຜູ້ໂດຍສານໃນເຮືອບິນທະຫານ “Antonov-32” ເດີນທາງໄປປະເທດມັລດີຟ.

ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ເຊິ່ງເປີດເຜີຍຂໍ້ມູນນີ້ລະບຸວ່າ: ໜັງສືເດີນທາງຂອງທ່ານ ຣາຊປັກສາ ຖືກຈ້ຳກາເດີນທາງອອກນອກປະເທດ ດ້ວຍຖ້ຽວບິນພິເສດຂອງກອງທັບອາກາດສີລັງກາ.

ລາຍງານຍັງຢືນຢັນເພີ່ມຕື່ມຈາກແຫລ່ງຂ່າວໃນສະໜາມບິນມັລດີຟ ເຊິ່ງລະບຸວ່າ: ປະທານາທິບໍດີ ຣາຊປັກສາ ເດີນທາງເຖິງສະໜາມບິນປາຍທາງແລ້ວ ແລະ ເດີນທາງຕໍ່ໄປສະຖານທີ່ລັບທັນທີ ພາຍໃຕ້ການຄຸ້ມຄອງຄວາມປອດໄພຢ່າງເຂັ້ມງວດ.

ເຊັ່ນດຽວກັບທ່ານ ບາຊິລ ຣາຊປັກສາ ນ້ອງຊາຍທີ່ມີລາຍງານຢືນຢັນວ່າ: ສາມາດເດີນທາງອອກນອກປະເທດໄດ້ແລ້ວເຊັ່ນກັນ ຫລັງຖືກຕໍ່ຕ້ານບໍ່ໃຫ້ຂຶ້ນເຮືອບິນໄປຕ່າງປະເທດໃນມື້ກ່ອນ.

ອ້າງອີງ:

https://www.channelnewsasia.com/…/sri-lanka-president…

https://www.bbc.com/news/world-asia-62132271

ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ - 4 - ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ
ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ - 3 - ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ
ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ - 5 - ຜູ້ນຳສີລັງກາໜີອອກນອກປະເທດສຳເລັດ ຂີ່ເຮືອບິນທະຫານໄປມັລດີຟ ຫລັງຖືກຂັດຂວາງຂຶ້ນເຮືອບິນໄປດູໄບ