ບຣາຊິນ ບັນລຸຂໍ້ຕົກລົງນຳເຂົ້ານ້ຳມັນກາຊວນຈາກຣັດເຊຍ
July 13, 2022 - 9:24 AM

ຂ່າວຊິນຮວາ, ເມື່ອບໍ່ດົນມານີ້, ທ່ານJair Bolsonaro, ປະທານາທິບໍດີບຣາຊິນປະກາດວ່າ, ລັດຖະບານບຣາຊິນ ບັນລຸຂໍ້ຕົກລົງ ການນຳເຂົ້ານ້ຳມັນກາຊວນ ຈາກຣັດເຊຍຊຶ່ງເປັນສ່ວນໜຶ່ງຂອງມາດຕະການ ຫລຸດລາຄາ ນ້ຳມັນເຊື້ອໄຟໃນປະເທດນໍ້າມັນກາຊວນຂອງຣັດເຊຍຈະຖືກສົ່ງໄປບຣາຊິນພາຍໃນ 60 ວັນ ເນື່ອງຈາກມີລາຄາຖືກວ່າປະເທດອື່ນໆນຳເຂົ້າໂດຍບໍລິສັດນ້ຳມັນ Petrobrasຂອງບຣາຊິນ.ປັດຈຸບັນ ບຣາຊິນ ນຳເຂົ້າ ນ້ຳມັນ ກາຊວງ ເກືອບ30% ຂອງປະລິມານທັງໝົດທີ່ໃຊ້ໃນປະເທດ.
ຂະນະທີ່ບຣາຊິນມີຄວາມເປັນກາງໃນຄວາມຂັດແຍ່ງກັນລະຫວ່າງຣັດເຊຍ ແລະ ອູແກຣນພາຍຫລັງບຣາຊິນ ແລະ ຣັດເຊຍໄດ້ຕົກລົງກັນສະໜອງຝຸ່ນຊີວະພາບ (ປຸຍ) ໃຫ້ແກ່ການຜະລິດກະສິກຳຂອງບຣາຊິນ