ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ

ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ - 288902874 2050824825105235 4819406759007030387 n - ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ
ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ - kitchen vibe - ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ

ໂດຍ: ທິດກໍ່າ

ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໄດ້ດຳເນີນມາເປັນເວລາ 20 ວັນເຕັມ ເຊິ່ງໄດ້ໄຂຂຶ້ນແຕ່ວັນທີ 13 ມິຖຸນາ ຫາວັນທີ 8 ກໍລະກົດ 2022 ທີ່ຜ່ານມາ ໄດ້ປິດລົງຢ່າງເປັນທາງການ ແລະ ດ້ວຍຜົນສຳເລັດທຸກປະການ. ກອງປະຊຸມຄັ້ງນີ້ນອກຈາກໄດ້ຮັບຮອງເອົາເອກະສານສຳຄັນຫລາຍສະບັບ ເປັນຕົ້ນບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2022 ແລະ ແຜນ 6 ເດືອນທ້າຍປີ 2022 ແລ້ວ, ຍັງໄດ້ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຄືກົດໝາຍວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ, ກົດໝາຍວ່າດ້ວຍຊັບສິນຂອງລັດ ແລະ ກົດໝາຍວ່າດ້ວຍແຮ່ທາດ.

ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ - Visit Laos Visit SALANA BOUTIQUE HOTEL - ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ
ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ - Visit Laos Visit SALANA BOUTIQUE HOTEL - ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ

ນີ້ຖືວ່າເປັນຄັ້ງທຳອິດທີ່ໄດ້ມີການປະເມີນຜົນນັບແຕ່ມີການປະກາດໃຊ້ລັດຖະທຳມະນູນ ແລະ ກົດໝາຍເປັນຕົ້ນມາ. ນອກຈາກບັນດາກົດໝາຍນີ້ແລ້ວ ຍັງໄດ້ພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບທິດທາງການປະຕິຮູບລັດວິສາຫະກິດ ລວມທັງການປັບປຸງໂຄງສ້າງທະນາຄານທຸລະກິດຂອງລັດ, ການຈັດຕັ້ງປະຕິບັດແຜນການທ່ອງທ່ຽວສີຂຽວ ແລະ ການເປີດປະເທດຕິດພັນກັບການປ້ອງກັນ ແລະ ຮັບມືກັບການແພ່ລະບາດຂອງພະຍາດໂຄວິດ-19. ພິເສດອີກອັນໜຶ່ງກໍຄືໄດ້ພິຈາລະນາຮັບຮອງເອົາກົດໝາຍໃໝ່ 3 ສະບັບຄື: ກົດໝາຍວ່າດ້ວຍວິຈິດສິນ, ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ ແລະ ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ.

ໄປຄຽງຄູ່ກັນນັ້ນ, ໃນວາລະກອງປະຊຸມຄັ້ງນີ້ຍັງໄດ້ຄົ້ນຄວ້າແກ້ໄຂບັນຫາອັນເລັ່ງດ່ວນທີ່ຕິດພັນກັບປາກທ້ອງຂອງປະຊາຊົນ ເປັນຕົ້ນບັນຫາການຂາດແຄນນ້ຳມັນ, ບັນຫາເງິນກີບເຟີ້ ແລະ ທັງສິນຄ້າພຸ້ງຕົວຂຶ້ນສູງໃນທ້ອງຕະຫລາດອັນມີຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ.

ອີງໃສ່ສະພາວະວິກິດທາງດ້ານເສດຖະກິດທີ່ໄດ້ກ່າວມານັ້ນ, ໃນວາລະກອງປະຊຸມບັນດາຜູ້ແທນຫລາຍທ່ານໃນແຕ່ລະເຂດເລືອກຕັ້ງກໍໄດ້ຕາງໜ້າໃຫ້ປະຊາຊົນສະເໜີຄວາມຄິດເຫັນຫລາຍປະເດັນດ້ວຍຄວາມຮັບຜິດຊອບສູງ ແລະ ເປັນຫ່ວງເປັນໄຍຕໍ່ຊາຕາກຳຂອງປະເທດຊາດບ້ານເມືອງ ເປັນຕົ້ນບັນຫາການສໍ້ລາດບັງຫລວງທີ່ບໍ່ຢຸດຢ່ອນ, ຢາເສບຕິດ, ບັນຫາການຫລິ້ນເສັ້ນຫລິ້ນສາຍພັກພວກກຸ່ມກ້ອນ ແລະ ອື່ນໆ. ຕໍ່ຄຳຄິດເຫັນ ແລະ ຄຳສະເໜີທີ່ໄດ້ໃຈສັງຄົມ ກໍຄືປະຊາຊົນໃນກອງປະຊຸມຄັ້ງນີ້ ກໍແມ່ນບັນດາຜູ້ແທນເພດຍິງ ທ່ານນາງ ວາລີ ເວດສະພົງ ຜູ້ແທນເຂດເລືອກຕັ້ງນະຄອນຫລວງ ແລະ ເຂດອື່ນໆ ຕ່າງກໍໄດ້ຮັບຄຳຊົມເຊີຍສະໜັບສະໜູນຢ່າງຫລວງຫລາຍໃນສັງຄົມ.

ແນວໃດກໍດີ, ຜ່ານການຕິດຕາມກອງປະຊຸມ ກໍຄືຈິດໃຈຂອງຜູ້ແທນ ກໍຄືປະຊາຊົນບັນດາເຜົ່າຮຽກຮ້ອງຕ້ອງການນັ້ນ ແມ່ນຢາກໃຫ້ລັດຖະບານເລັ່ງແກ້ໄຂບັນຫານ້ຳມັນຂາດແຄນ, ເງິນກີບລາວເຟີ້, ສິນຄ້າຂຶ້ນລາຄາ, ບັນຫາການສໍ້ລາດບັງຫລວງ ແລະ ການໃຊ້ມາດຕະການທາງກົດໝາຍຕໍ່ຜູ້ກະທຳຜິດ ເພາະໃນຜ່ານມາເຫັນວ່າມັນຊັກຊ້າ, ອືດອາດ, ບໍ່ເຂັ້ມແຂງເດັດຂາດ ເຮັດໃຫ້ຜູ້ກະທຳຜິດ ແລະ ພວກສວຍໂອກາດບໍ່ເກງກົວຕໍ່ໜ້າກົດໝາຍ.

ເຖິງຢ່າງໃດກໍດີ, ນັບແຕ່ກອງປະຊຸມໄດ້ສຳເລັດມາບໍ່ພໍເທົ່າໃດວັນກໍເຫັນຜົນໄດ້ຮັບຈາກກອງປະຊຸມຢ່າງຈະແຈ້ງ ແລະ ຫລາຍອັນມີການປ່ຽນແປງທີ່ດີຂຶ້ນ ເຊັ່ນບັນຫານ້ຳມັນຂາດແຄນກໍໄດ້ກ້າວເຂົ້າສູ່ສະພາບປົກກະຕິແລ້ວ. ສົມກັບຄຳປະຕິຍານຂອງລັດຖະມົນຕີກະຊວງການເງິນ ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ສັນຍາກັບປະຊາຊົນນັບແຕ່ວັນທີ 22 ມິຖຸນາ 2022 ເປັນຕົ້ນໄປ ບັນຫານ້ຳມັນຈະກ້າວເຂົ້າສູ່ສະພາບປົກກະຕິ. ສ່ວນໃນເລື່ອງເງິນກີບລາວເຟີ້ນັ້ນ ມາຮອດປັດຈຸບັນກໍເຫັນວ່າເງິນກີບລາວໄດ້ແຂງຕົວຂຶ້ນເລັກໜ້ອຍ ເຫັນໄດ້ວ່າອັດຕາແລກປ່ຽນລະຫວ່າງເງິນກີບລາວກັບເງິນບາດໄທໄດ້ຂະຫຍັບລົງມາຄົງທີ່ 1 ບາດຕໍ່ 350 ກີບແລ້ວ, ສ່ວນໄລຍະຕໍ່ໆໄປມັນຈະຂຶ້ນ ຫລື ລົງ ແມ່ນຂຶ້ນກັບການຄຸ້ມຄອງທີ່ເດັດຂາດຈາກມະຫາພາກທີ່ກ່ຽວຂ້ອງ.

ອີກສິ່ງໜຶ່ງທີ່ໜ້າເປັນຫ່ວງນັ້ນ ຄືບັນຫາສິນຄ້າລາຄາຂຶ້ນແລ້ວບໍ່ຍອມລົງ ຍ້ອນພວກແມ່ຄ້າທັງຫລາຍສວຍໂອກາດອ້າງເຫດຜົນວ່າສາເຫດທີ່ລາຄາສິນຄ້າຂຶ້ນແລ້ວບໍ່ຍອມລົງນັ້ນແມ່ນໄປຊື້ຕອນເງິນຂຶ້ນວ່າຊັ້ນ ! ຕ້ອງຂາຍຈຳນວນທີ່ຊື້ມານີ້ໝົດກ່ອນ, ເມື່ອໃດຂາຍໝົດໄປຊື້ໃໝ່ລາຄາຖືກລົງກໍຂາຍຖືກລົງນີ້. ຈາກສາເຫດນີ້ ຮຽກຮ້ອງໃຫ້ກະຊວງການຄ້າຕ້ອງໄດ້ໃຊ້ມາດຕະການທາງກົດໝາຍ ແລະ ຕ້ອງເຮັດວຽກໜັກຂຶ້ນ, ຖ້າບໍ່ດັ່ງນັ້ນສິນຄ້າຈະບໍ່ເຕ້ຍລົງຄືລຳສາລະວັນ.

ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ - 3 - ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ
ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ - 5 - ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ
ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ - 4 - ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ