ເຈົ້າໜ້າທີ່ພາສີຫວຽດນາມ ຖືກຈັບຫລັງຂາຍນໍ້າມັນແອັດຊັງປອມ 200 ລ້ານລິດ

ແຫລ່ງຂ່າວ ຟາບລວດ (ກົດໝາຍ)ຂອງຫວຽດນາມ ລາຍງານວ່າ: ວັນທີ 5 ເດືອນມີນາ 2021 ຜ່ານມາ, ທ້າວ ໂງວັນຖຸຍ ອາຍຸ 57 ປີ ຊຶ່ງເປັນຫົວໜ້າຈຸກວດກາ, ປ້ອງກັນ ແລະ ຕ້ານການຄ້າຂາຍເຖື່ອນຢູ່ພາກໃຕ້ຫວຽດນາມ ຖືກເຈົ້າໜ້າທີ່ຕຳຫຼວດ ແຂວງດົງນາຍ ຈັບຫລັງຄ້າຂາຍນໍ້າມັນແອດຊັງປອມ ໂດຍມີທ້າວ ຟານແທັງຮີວ ອາຍຸ 64 ປີ ແລະ ທ້າວ ຮິວຕື້ ອາຍຸ 64 ປີເປັນຫົວໜ້າກຸ່ມ.
ແຫລ່ງຂ່າວລາຍງານວ່າ: ຂະນະທີ່ກວດຄົ້ນເຮືອນ ແລະ ຫ້ອງການເຮັດວຽກຂອງຜູ້ກ່ຽວ, ເຈົ້າໜ້າທີ່ຕຳຫຼວດ ພົບເຫັນເອກະສານຫຼາຍຢ່າງທີ່ກ່ຽວຂ້ອງກັບຄະດີດັ່ງກ່າວ.
ຂະນະນີ້ເຈົ້າໜ້າທີ່ຕຳຫລວດແຂວງ ດົງນາຍ ສາມາດຈັບໄດ້ 39 ຄົນທີ່ມີພຶດຕິກຳກ່ຽວຂ້ອງກັບຄະດີຜະລິດ ແລະ ຄ້າຂາຍສິນຄ້າປອມ, ຄ້າ-ຂາຍໃບບິນຜິດກົດໝາຍ, ໃບເກັບ-ຮັບລາຍໄດ້ແຫ່ງຊາດ ແລະ ຮັບສິນບົນ.
ຂະນະທີ່ທ້າຍປີ 2020 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດແຂວງ ດົງນາຍ ໄດ້ຮັບແຈ້ງວ່າມີປໍ້ານໍ້າມັນຈຳນວນໜຶ່ງຢູ່ພາຍໃນແຂວງຂາຍນໍ້າມັນແອດຊັງທີ່ບໍ່ໄດ້ຄຸນນະພາບ.
ຈາກນັ້ນເຈົ້າໜ້າທີ່ຕຳຫຼວດໄດ້ລົງກວດກາພົບເຫັນເຄືອຂ່າຍຄ້າຂາຍແອດຊັງປອມຂະໜາດໃຫຍ່ຢູ່ຫຼາຍແຂວງທົ່ວປະເທດຈຶ່ງໄດ້ລົງມືປາບປາມທັນທີໂດຍໄດ້ປະສານສົມທົບກັບເຈົ້າໜ້າທີ່ຕຳຫລວດອາຍາ ແລະ ກະຊວງຕຳຫລວດ ພ້ອມດ້ວຍເຈົ້າໜ້າທີ່ສືບລັບຫລາຍກວ່າ 500 ຄົນ.
ມາເຖິງຄືນວັນທີ 6 ກຸມພາ 2022, ເຈົ້າໜ້າທີ່ຕຳຫຼວດໄດ້ບຸກເຂົ້າໄປສະຖານທີ່ຜະລິດຂອງພວກເຂົາພ້ອມກັນທັງ 13 ແຫ່ງ, ສາມາດຈັບໄດ້ຄາທີ່ ຂະນະພວກເຂົາພວມປະສົມແອດຊັງປອມຢູ່.
ນອກນີ້ຍັງໄດ້ຢຶດເງິນຫຼາຍກວ່າ 100 ຕື້ດົງ, ໃບຕາດິນ 50 ຕອນ, ແຟ້ມເອກະສານ 12 ແຟ້ມ, ກຳປັ່ນບັນທຸກ 2.500 ໂຕນ 2 ລຳ, ເຮືອແພບັນທຸກ 400-1.000 ໂຕນ 5 ລຳ, ລົດບັນທຸກ 6 ຄັນ, ນໍ້າມັນແອັດຊັງ 2.680.000 ລິດ, ຝຸ່ນເຄມີ ແລະ ອື່ນໆອີກຫລາຍລາຍການ. ພວກກ່ຽວ ສາລະພາບວ່າ:ໄດ້ຈຳໜ່າຍນໍ້າມັນແອັດຊັງປອມອອກສູ່ທ້ອງຕະຫລາດແລ້ວ 200 ລ້ານລິດ.