ລັດຖະບານສີລັງກາປະກາດສະຖານະການສຸກເສີນ ຫລັງປະທານາທິບໍດີຫລົບໜີໄປມັລດີຟ

ສີລັງກາປະກາດສະຖານະການສຸກເສີນຫລັງປະທານາທິບໍດີ ໂກຕາບາຢາ ຣາຊປັກສາ ໃຊ້ເຮືອບິນທະຫານຫລົບໜີໄປມັລດີຟ, ຂະນະທີ່ຜູ້ປະທ້ວງຈຳນວນຫລາຍຍັງປັກຫລັກປິດລ້ອມສຳນັກງານນາຍົກລັດຖະມົນຕີເພື່ອກົດດັນໃຫ້ລາອອກ.
ຈາກການເປີດເຜີຍຂອງໂຄສົກນາຍົກລັດຖະມົນຕີສີລັງກາ ການຕັດສິນໃຈປະກາດສະຖານະການສຸກເສີນມີຂຶ້ນພຽງບໍ່ເທົ່າໃດຊົ່ວໂມງຫລັງຈາກທ່ານ ຣາຊປັກສາ ຫລົບໜີອອກນອກປະເທດ ໂດຍໃຫ້ເຫດຜົນວ່າເພື່ອແກ້ໄຂສະຖານະການຄວາມບໍ່ສະຫງົບພາຍໃນປະເທດ ພາຍໃຕ້ການນຳຂອງນາຍົກລັດຖະມົນຕີ ຣານິລ ວິກຳສິງເຫ ເຊິ່ງປັດຈຸບັນເປັນຜູ້ຮັກສາການໃນຕຳແໜ່ງປະທານາທິບໍດີ.
ສ່ວນບັນຍາກາດຢູ່ນອກທຳນຽບປະທານາທິບໍດີໃນຕອນນີ້ ກຸ່ມຜູ້ປະທ້ວງຍັງປັກຫລັກຢູ່ຢ່າງສະຫງົບ ບາງສ່ວນເລີ່ມມີການສະເຫລີມສະຫລອງຫລັງຮູ້ຂ່າວການຫລົບໜີຂອງທ່ານ ຣາຊປັກສາ ເຖິງວ່າຈະຍັງບໍ່ຊັດເຈນວ່າທ່ານຈະຍອມລາອອກຈາກຕຳແໜ່ງຕາມທີ່ຮັບປາກໄວ້ ຫລື ບໍ່, ແຕ່ຜູ້ປະທ້ວງຕ່າງມີຄວາມຫວັງວ່ານີ້ອາດເປັນຈຸດເລີ່ມຕົ້ນຂອງການສິ້ນສຸດຍຸກສະໄໝການປົກຄອງຂອງຕະກູນຣາຊປັກສາ.
ຂະນະດຽວກັນ, ຢູ່ບໍລິເວນສຳນັກນາຍົກລັດຖະມົນຕີສີລັງກາຍັງມີກຸ່ມຜູ້ປະທ້ວງຫລາຍຮ້ອຍຄົນປິດລ້ອມຢູ່ ເພື່ອຮຽກຮ້ອງໃຫ້ນາຍົກລັດຖະມົນຕີ ຣານິລ ວິກຳສິງເຫ ລາອອກໃນທັນທີ ເຖິງວ່າກ່ອນໜ້ານີ້ທ່ານໄດ້ເຄີຍໃຫ້ສັນຍາໄວ້ວ່າຈະລາອອກຈາກຕຳແໜ່ງ ຖ້າພັກການເມືອງໃນສີລັງກາສາມາດຈັດຕັ້ງລັດຖະບານແຫ່ງຊາດໄດ້ແລ້ວ.
ການເຄື່ອນໄຫວຫລ້າສຸດນີ້ມີຂຶ້ນຫລັງຈາກໃນເຊົ້າວັນທີ 13 ກໍລະກົດ ມີລາຍງານຈາກສື່ຫລາຍສຳນັກວ່າ: ປະທານາທິບໍດີສີລັງກາໜີອອກຈາກປະເທດສຳເລັດແລ້ວ ໂດຍເດີນທາງດ້ວຍເຮືອບິນທະຫານໄປມັລດີຟ ຫລັງພະຍາຍາມນັ່ງເຮືອບິນການຄ້າເດີນທາງໄປດູໄບ ແຕ່ຖືກເຈົ້າໜ້າທີ່ສະໜາມບິນຂັດຂວາງ. ຂະນະດຽວກັນ ທ່ານກໍບໍ່ກ້າເຂົ້າສູ່ຂະບວນການກວດຄົນເຂົ້າເມືອງຕາມປົກກະຕິ ເພາະອາດຜະເຊີນກັບການປະທ້ວງຂອງປະຊາຊົນ.
ອ້າງອີງ:
https://www.straitstimes.com/…/the-thieves-are-running…