ແຕ່ງຕັ້ງທ່ານ ຄໍາເຜັ່ນ ບຸບຜາວົງ ເປັນຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາຜູ້ໃໝ່

ວັນທີ 12 ກໍລະກົດ 2022 ຜ່ານມານີ້ ໄດ້ມີພິທີ ມອບ-ຮັບໜ້າທີ່ຜູ້ອໍານວຍການບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ແລະຫວ່າງ ທ່ານ ອັກຄະວອນ ຫຼວງສຸວັນນະວົງ (ຜູ້ເກົ່າ) ແລະ ທ່ານ ຄໍາເຜັ່ນ ບຸບຜາວົງ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປເສີດ ລັດຖະມົນຕີກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານໃນການນໍາພາ-ຊີ້ນຳວຽກງານທີ່ໄດ້ຮັບມອບໝາຍ, ຊຶ່ງມີຜົນສຳເລັດພົ້ນເດັ່ນຫຼາຍດ້ານ, ສໍາລັບຜົນງານກໍ່ຄືການນຳພາ-ຊີ້ນຳຜ່ານມາແມ່ນໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ຫ້າວຫັນເຂົ້າໃນການສ້າງ, ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກ, ການດໍາເນີນກິດຈະການຫວຍພັດທະນາໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ.
ທັງນີ້, ເພື່ອແນໃສ່ເຮັດໃຫ້ກິດຈະການຫວຍພັດທະນາ, ສືບຕໍ່ເຄື່ອນໄຫວພິມ-ຈໍາໜ່າຍ ແລະ ເປັນຫົວໜ່ວຍໜຶ່ງທີ່ສາມາດປະກອບສ່ວນສ້າງລາຍຮັບໃຫ້ແກ່ງົບປະມານແຫ່ງລັດ, ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນບັນດາເຜົ່າ, ປະກອບສ່ວນຊ່ວຍເຫຼືອສັງຄົມ ນໍາອີກດ້ວຍ.