ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ

ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ - 293573323 1938639843006453 8886389731001061818 n - ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ
ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ - kitchen vibe - ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຜູ້ພັດທະນາເຂດເສດຖະກິດພິເສດບໍ່ເຕັນແດນງາມ ໄດ້ຕົກລົງເພີ່ມທະວີການຮ່ວມມືດ້ານແຮງງານ ແລະ ການປະກັນສັງຄົມແບບມີຈຸດສຸມ, ເປັນລະບົບ, ສອດຄ່ອງຕາມກົດໝາຍ ແລະ ລະບຽບການແນໃສ່ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 ກໍຄືແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີຄັ້ງທີ 5 (2021-2025) ໃຫ້ເກີດດອກອອກຜົນ.

ສຳລັບຂອບການຮ່ວມມືທີ່ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງຮສສ ແລະ ທ່ານ Lan Jia Wei ຫົວໜ້າສູນດຳເນີນການບໍລິການ ເຂດເສດຖະກິດພິເສດບໍ່ເຕັນແດນງາມ ຮ່ວມລົງນາມໃນວັນທີ12 ກໍລະກົດ 2022 ໂດຍທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ຄໍາໄຫລ ສີປະເສີດ ເຈົ້າແຂວງໆຫລວງນໍ້າທາ ພ້ອມດ້ວຍພະນັກງານກ່ຽວຂອງສອງຝ່າຍ ເປັນສັກຂີພະຍານນັ້ນ ເນັ້ນສົ່ງເສີມການປະຊາສຳພັນ ແລະ ເຜີຍແຜ່ບັນດານິຕິກໍາທີ່ກ່ຽວຂ້ອງກັບແຮງງານ ແລະ ການປະກັນສັງຄົມໃຫ້ແກ່ຫົວໜ່ວຍວິສາຫະກິດ ແລະ ຜູ້ອອກແຮງງານຢູ່ເຂດເສດຖະກິດພິເສດບໍ່ເຕັນແດນງາມ; ຊຸກຍູ້ສົ່ງເສີມ ແລະ ອໍານວຍຄວາມສະດວກໃຫ້ແກ່ການຂຶ້ນທະບຽນແຮງງານລາວ ແລະ ແຮງງານຕ່າງປະເທດທີ່ເຮັດວຽກຢູ່ເຂດດັ່ງກ່າວໃນລະບົບຂໍ້ມູນຂ່າວສານແຮງງານທີ່ທັນສະໄໝ,ເກັບ ກໍາຂໍ້ມູນຕໍາແໜ່ງງານວ່າງ, ຄວາມຕ້ອງການນຳໃຊ້ແຮງງານເພື່ອດັດສົມລະຫວ່າງຄວາມຕ້ອງການ ແລະ ຄວາມສາມາດສະໜອງແຮງງານໃນຕະຫລາດແຮງງານຂອງເຂດ. ຂະນະດຽວກັນຍັງເປັນການອຳນວຍຄວາມສະດວກໃຫ້ທັງສອງຝ່າຍເຂົ້າເຖິງຂໍ້ມູນຂ່າວສານຕະຫລາດແຮງງານໂດຍຮ່ວມກັນສ້າງຂອດປະສານງານການຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນໃຫ້ມີປະສິດທິພາບ; ຮ່ວມມືກັນຊຸກຍູ້ສົ່ງເສີມການພັດທະ ນາສີມືແຮງງານຕາມທ່າແຮງທີ່ມີ ແລະ ສົມທົບກັບບັນດາຫົວໜ່ວຍແຮງງານ, ພາກສ່ວນກ່ຽວຂ້ອງຢູ່ເຂດເສດຖະກິດພິເສດໃນການຝຶກ ແລະ ທົດສອບສີມືແຮງງານຕາມສາຂາອາຊີບຕ່າງ ເພື່ອສະໜອງແຮງງານທີ່ມີສີມື ແລະ ຍົກສູງຜະລິດຕະພາບຂອງຫົວໜ່ວຍແຮງງານໃຫ້ສູງຂຶ້ນ.

ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ
ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ - Visit Laos Visit SALANA BOUTIQUE HOTEL - ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ

ພ້ອມນີ້ຕ້ອງສົ່ງເສີມໃຫ້ແກ່ຜູ້ອອກ ແຮງງານລາວທີ່ມີໃບນຳສົ່ງຈາກກົມການຈັດຫາງານ, ຈຸດບໍລິການຈັດຫາງານ, ບັນດາບໍລິສັດຈັດຫາງານທີ່ ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງແຮງງານໄດ້ເຂົ້າສູ່ຕຳແໜ່ງງານວ່າງຢູ່ເຂດເສດຖະກິດພິເສດບໍ່ເຕັນແດນງາມ; ສົ່ງເສີມການຄຸ້ມຄອງແຮງງານໂດຍການອຳນວຍຄວາມສະດວກໃຫ້ແກ່ເຈົ້າໜ້າທີ່ລົງກວດກາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍແຮງງານ ແລະ ລະບຽບການ; ການປົກປ້ອງສິດຜົນປະໂຫຍດຂອງແຮງງານລາວ ແລະ ຕ່າງປະເທດ ໂດຍການເຂົ້າຮ່ວມໃນລະບົບປະກັນສັງຄົມຕາມກົດໝາຍວ່າດ້ວຍການປະກັນສັງຄົມ; ປັບປຸງກົນໄກ ທີ່ສະດວກໃຫ້ແກ່ການອະນຸຍາດນໍາໃຊ້ແຮງງານຕ່າງປະເທດຢູ່ເຂດໃຫ້ວ່ອງ ໄວຂຶ້ນໂດຍໃຫ້ມີຜູ້ຕາງໜ້າຂອງອົງການຄຸ້ມຄອງແຮງງານມາປະຈຳຢູ່ສູນບໍລິການປະຕູດຽວຂອງເຂດ ແລະ ສຸມໃສ່ພັດທະນາລະບົບການຂໍອະນຸມັດໂກຕາ ແລະ ອອກບັດແຮງງານຕ່າງປະເທດແບບອອນລາຍ ແລະ ສົມທົບກັບພາກສ່ວນກ່ຽວຂ້ອງເຊື່ອມບັດແຮງງານ ແລະ ບັດພັກເຊົາເຂົ້າເປັນບັດດຽວເພື່ອຊຸກຍູ້ການພັດ ທະນາ ແລະ ດຶງດູດການລົງທຶນຢູ່ພາຍໃນເຂດພິເສດ ແລະ ເຂດຮ່ວມມືລາວ-ຈີນ.

ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ - 3 - ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ
ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ - 4 - ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ
ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ - 5 - ສປປ ລາວ ເລັ່ງແກ້ໄຂບັນຫາແຮງງານນອກລະບົບໃຫ້ຖືກຕ້ອງຕາມລະບຽບກົດໝາຍ