ເກາະກວມດີໃຈຜູ້ນຳ ສປປ ເກົາຫລີ ເລື່ອນຍິງລູກສອນໄຟ
ທາງການເກາະກວມສະແດງຄວາມຍິນດີທີ່ທ່ານ ກິມ ຈອງອຶນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ຢຸດແຜນການຍິງລູກສອນໄຟໂຈມຕີດິນແດນຂອງອາເມລິກາແຫ່ງນີ້ຊົ່ວຄາວ.
+ ສປປ ເກົາຫລີ ຂູ່ຍິງລູກສອນໄຟຖະຫລົ່ມ ພື້ນທີ່ໃກ້ເກາະກວມຂອງອາເມລິກາ
+ ຍີ່ປຸ່ນ ແລະ ສ.ເກົາຫລີ ພ້ອມສະກັດ ຈະຫລວດ ສປປ ເກົາຫລີ ກ່ອນເຖິງເກາະກວມ
ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງຮາກັດຢາ ເກາະກວມ ປະເທດສະຫະລັດອາເມລິກາ ໃນວັນທີ 15 ສິງຫາວ່າ: ທ່ານ ເຣ ໂທໂນຣິໂອ ຮອງເຈົ້າຄອງເກາະກວມ ຖະແຫລງໃນວັນທີ 15 ສິງຫາ ສະແດງຄວາມຍິນດີທີ່ທ່ານ ກິມ ຈອງອຶນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ຢຸດການອະນຸມັດຄຳສັ່ງຍິງລູກສອນໄຟໂຈມຕີເກາະກວມຊົ່ວຄາວ ເຊິ່ງລັດຖະບານເກາະກວມເຊື່ອວ່າ: ຄຳຂົ່ມຂູ່ດັ່ງກ່າວອາດຈະເປັນການສະແດງອອກເຊິ່ງສັນຍາລັກ ເນື່ອງໃນວັນຄົບຮອບ 72 ປີ ການປົດແອກແຫລມເກົາຫລີອອກຈາກການຢູ່ພາຍໃຕ້ອິດທິພົນຂອງຈັກກະພັດຍີ່ປຸ່ນຫລາຍກວ່າ ແລະ ຖະແຫລງການຂອງລັດຖະບານພຽງຢາງບົ່ງບອກວ່າ: ທ່ານ ກິມ ຈອງອຶນ ສະຫງົບລົງຫລາຍເມື່ອທຽບໃສ່ໄລຍະເວລາ 1-2 ອາທິດກ່ອນໜ້ານີ້.
ທັງນີ້, ທ່ານ ໂທໂນຣິໂອ ກ່າວອີກວ່າ: ເຖິງວ່າຕົກຢູ່ໃນພາຍໃຕ້ຄຳຂົ່ມຂູ່ຂອງ ສປປ ເກົາຫລີ, ອຸດສາຫະກຳທ່ອງທ່ຽວຂອງເກາະກວມຍັງເຕີບໃຫຍ່ ແລະ ບັນຍາກາດຂອງການທ່ອງທ່ຽວຍັງເປັນປົກກະຕິ, ເຖິງວ່າມີຄວາມກັງວົນເລັກໜ້ອຍ, ແຕ່ທຸກຝ່າຍທີ່ກ່ຽວຂ້ອງມີຄວາມເຊື່ອໝັ້ນວ່າຈະໄດ້ຮັບການປົກປ້ອງຈາກກອງທັບອາເມລິກາ ເຊິ່ງມີທະຫານປະມານ 6.000 ຄົນປະຈຳການຢູ່ພາຍໃນຖານທັບອາກາດແອນເດິເຊນ. ເຖິງຢ່າງໃດກໍຕາມ, ທາງການເກາະກວມ ແລະ ທະຫານອາເມລິກາໃນພື້ນທີ່ຍັງເຝົ້າລະວັງເຫດການບໍ່ຄາດຝັນທີ່ອາດເກີດຂຶ້ນຕະຫລອດເວລາ.