ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ

ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ -           4 - ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ
ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ - kitchen vibe - ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ

ແຫລ່ງຂ່າວລະດັບສູງໃນລັດຖະບານສີລັງກາເປີດເຜີຍ ປະທານາທິບໍດີ ໂກຕາບາຢາ ຣາຊປັກສາ ເດີນທາງອອກຈາກມັລດີຟເພື່ອມຸ່ງໜ້າໄປສິງກະໂປແລ້ວ ທ່າມກາງຄວາມຄຽດແຄ້ນຂອງກຸ່ມຜູ້ປະທ້ວງພາຍໃນປະເທດ ຫລັງຈາກທ່ານປະຕິເສດລາອອກຈາກຕຳແໜ່ງປະທານາທິບໍດີຕາມທີ່ໃຫ້ສັນຍາໄວ້ກ່ອນຫລົບໜີ.

ລາຍງານຂອງຊີເອັນເອັນອ້າງການຢືນຢັນຈາກແຫລ່ງຂ່າວລະດັບສູງທ່ານໜຶ່ງວ່າ: ທ່ານ ຣາຊປັກສາ ກຳລັງເດີນທາງໄປສິງກະໂປດ້ວຍສາຍການບິນຂອງຊາອຸດິອາຣະບີ ເຊິ່ງຄາດວ່າຈະເປັນຖ້ຽວບິນ Saudia 788 ໂດຍເດີນທາງອອກຈາກນະຄອນຫລວງມາເລ່ຂອງມັລດີຟ ເມື່ອເວລາປະມານ 11:30 ໂມງ ຕາມເວລາທ້ອງຖິ່ນ ແລະ ຈະຮອດສິງກະໂປໃນຕອນຄໍ່າວັນທີ 14 ກໍລະກົດ ຫລັງຈາກກ່ອນໜ້ານີ້ມີຂ່າວວ່າຜູ້ນຳສີລັງກາກຳລັງລໍຖ້າເຮືອບິນສ່ວນຕົວເພື່ອເດີນທາງໄປສິງກະໂປ.

ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ - Visit Laos Visit SALANA BOUTIQUE HOTEL - ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ
ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ - Visit Laos Visit SALANA BOUTIQUE HOTEL - ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ

ຂະນະທີ່ຊີເອັນເອັນໄດ້ຕິດຕໍ່ໄປຫາກະຊວງຕ່າງປະເທດຂອງສິງກະໂປ ແລະ ຊາອຸດິອາຣະບີ ເພື່ອກວດສອບເລື່ອງດັ່ງກ່າວ, ແຕ່ຍັງບໍ່ໄດ້ຮັບການຕອບຮັບຈາກກະຊວງຕ່າງປະເທດຂອງທັງສອງປະເທດ.

ທັງນີ້, ທ່ານ ຣາຊປັກສາ ໜີອອກຈາກສີລັງກາໃນຕອນເຊົ້າວັນທີ 13 ກໍລະກົດ ຫລັງຈາກຖືກກົດດັນໜັກຈາກກຸ່ມຜູ້ປະທ້ວງທີ່ບໍ່ພໍໃຈຄວາມລົ້ມເຫລວໃນການບໍລິຫານປະເທດຂອງທ່ານຈົນເຮັດໃຫ້ເກີດວິກິດເສດຖະກິດຄັ້ງຮຸນແຮງທີ່ສຸດໃນປະຫວັດສາດ, ປະຊາຊົນຈຳນວນຫລາຍໄດ້ຮັບຄວາມເດືອດຮ້ອນຈາກການຂາດເຂີນພະລັງງານເຊື້ອໄຟ, ອາຫານ, ຢາ ແລະ ເຄື່ອງອຸປະໂພກບໍລິໂພກຈຳເປັນໃນຊີວິດປະຈຳວັນ ຈົນເກີດການປະທ້ວງຮຸນແຮງຂຶ້ນທົ່ວປະເທດ.

ບໍ່ດົນຫລັງຈາກທ່ານ ຣາຊປັກສາ ເດີນທາງອອກຈາກສີລັງກາ, ບັນດາຜູ້ປະທ້ວງທີ່ຄຽດແຄ້ນຈຳນວນຫລາຍໄດ້ລວມຕົວກັນບຸກເຂົ້າຢຶດສຳນັກນາຍົກລັດຖະມົນຕີສີລັງກາ ເພື່ອກົດດັນໃຫ້ນາຍົກລັດຖະມົນຕີ ຣານິລ ວິກຳສິງເຫ ເຊິ່ງຮັກສາການໃນຕຳແໜ່ງປະທານາທິບໍດີລາອອກເຊັ່ນກັນ. ຂະນະດຽວກັນ ກໍລໍຖ້າຟັງຂ່າວການປະກາດລາອອກຢ່າງເປັນທາງການຂອງທ່ານ ໂກຕາບາຍາ ໂດຍປະທານລັດຖະສະພາສີລັງກາໄດ້ອອກມາເປີດເຜີຍໃນຕອນຄໍ່າວັນດຽວກັນວ່າ ໄດ້ຕິດຕໍ່ກັບທ່ານ ໂກຕາບາຍາ ທາງໂທລະສັບ ແລະ ມີການຢືນຢັນທ່ານຈະລາອອກຈາກຕຳແໜ່ງໃນວັນທີ 13 ກໍລະກົດ ຕາມທີ່ໃຫ້ສັນຍາຕໍ່ປະຊາຊົນໄວ້ກ່ອນໜ້ານີ້.

ເຖິງຢ່າງໃດກໍຕາມ, ເວລາເລີຍກາຍມາຮອດວັນທີ 14 ກໍລະກົດ ຍັງບໍ່ມີການປະກາດລາອອກຢ່າງເປັນທາງການມາຈາກທ່ານ ໂກຕາບາຍາ ເຊິ່ງໄດ້ສ້າງຄວາມຄຽດແຄ້ນໃຫ້ກຸ່ມຜູ້ປະທ້ວງຍິ່ງຂຶ້ນ ເຮັດໃຫ້ສະຖານະການຄວາມຮຸນແຮງພາຍໃນປະເທດສີລັງກາຍັງດຸເດືອດມາຈົນຮອດຕອນນີ້ ເຖິງວ່າລັດຖະບານຈະປະກາດສະຖານະການສຸກເສີນ ແລະ ໃຊ້ມາດຕະການເຄີຟິວ ເພື່ອຄວບຄຸມກຸ່ມຜູ້ຊຸມນຸມ, ແຕ່ປະຊາຊົນຈຳນວນຫລາຍຍັງຢືນຢັນວ່າພວກເຂົາຈະສະຫລາຍຕົວຖ້າປະທານາທິບໍດີ ແລະ ນາຍົກລັດຖະມົນຕີຍອມລົງຈາກຕຳແໜ່ງ.

ອ້າງອີງ:

https://edition.cnn.com/…/sri-lanka-gotabaya…/index.html

ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ - 3 - ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ
ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ - 5 - ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ
ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ - 4 - ປະທານາທິບໍດີສີລັງກາອອກຈາກມັລດີຟ ໄປສິງກະໂປດ້ວຍເຮືອບິນຊາອຸດິອາຣະບີ ແຕ່ຍັງປະຕິເສດລາອອກຈາກຕຳແໜ່ງ