ບໍ່ແກ້ວ ທຳລາຍອາວຸດລ່າເນື້ອ ແລະ ເຄື່ອງຈັກຕັດໄມ້
July 15, 2022 - 9:30 AM


ໃນວັນທີ 14 ກໍໍລະກົດ 2022 ນີ້ຢູ່ທີກອງບັນຊາການ ປກສ ແຂວງ ບໍ່ແກ້ວ ໄດ້ມີພິທີທໍາລາຍອາວຸດລ່າເນື້ອ ແລະ ຈັກສະຕິນ ທີ່ຢຶດມາໄດ້
ໂດຍການເປັນປະທານ ຂອງທ່ານ ພັອ ກາຍຍາສອນ ສິງວິໄຊ ຮອງກອງບັນຊາການ ມີຄະນະພັກ, ຫົວໜ້າຫ້ອງ, ຮອງຫ້ອງ, ກອງກວດກກາປ່າໄມ້ແຂວງ ແລະ ພະນັກງານອ້ອມຂ້າງ ກອງບັນຊາການເຂົ້າຮ່ວມ.
ໃນນີ້ມີອາວຸດລ່າເນື້ອ ປະເພດປືນແກັບ ຈໍານວນ 287 ກະບອກເລົາປືນແກັບທີ່ມີຈ້າມຈັບ ຈໍານວນ 28 ເລົາ, ຈັກສະຕິນ ຈໍານວນ 15 ເຄື່ອງ ຫຼັງຈາກນັ້ນກໍ່ໄດ້ພ້ອມກັນທໍາລາຍ ດ້ວຍວິທີການຈູດທໍາລາຍອາວຸດດັ່ງກ່າວ.