ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ

ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ - 125917333 426e048eee8bf251f8fa5aecfa89886d87e9b57e278 354 2938 16531000x563 - ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ
ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ - kitchen vibe - ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ

ທ່ານ ມາຣິໂອ ດຣາກີ ນາຍົກລັດຖະມົນຕີຂອງອິຕາລີ ຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານສຳຄັນ ຄືພັກ Five Star ຖອນການສະໜັບສະໜູນໃນການລົງມະຕິບໍ່ໄວ້ວາງໃຈ ໃນວັນທີ 14 ກໍລະກົດ.

ທ່ານ ດຣາກີ ເຊິ່ງດຳລົງຕຳແໜ່ງຫົວໜ້າລັດຖະບານປະສົມ ມາແຕ່ເດືອນກຸມພາ 2021 ລະບຸໃນຖະແຫລງການວ່າ: ສັນຍາແຫ່ງຄວາມໄວ້ວາງໃຈທີ່ຄ້ຳຈູນລັດຖະບານແຫ່ງຊາດໄດ້ໝົດລົງແລ້ວ.

ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ
ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ - Visit Laos Visit SALANA BOUTIQUE HOTEL - ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ

ເຖິງຢ່າງໃດກໍຕາມ, ປະທານາທິບໍດີ ແຊຣ໌ໂຈ ມັດຕາເຣລລາ ປະຕິເສດການລາອອກຂອງທ່ານ ພ້ອມທັງຂໍໃຫ້ທ່ານ ດຣາກີ ຊີ້ແຈງຕໍ່ລັດຖະສະພາ ເພື່ອໃຫ້ເຫັນພາບທີ່ຊັດເຈນຂອງສະຖານະການທາງການເມືອງໃນປະເທດ. ທັງນີ້ ທ່ານ ມັດຕາເຣລລາ ແຕ່ງຕັ້ງທ່ານ ດຣາກີ ເຊິ່ງເປັນອະດີດປະທານທະນາຄານກາງເອີຣົບ (ECB) ໃຫ້ມາເປັນຜູ້ນຳອິຕາລີຟື້ນຕົວຈາກການລະບາດຂອງໂຄວິດ ແລະ ກອບກູ້ປະເທດຈາກຄວາມໄຮ້ສະຖຽນລະພາບ.

ຍັງບໍ່ແນ່ນອນວ່າ: ການຢັບຢັ້ງການລາອອກໂດຍປະທານາທິບໍດີ ມັດຕາເຣລລາ ຈະສົ່ງຜົນແນວໃດ ໂດຍຄາດວ່າທ່ານ ດຣາກີ ຈະເຂົ້າຊີ້ແຈງຕໍ່ລັດຖະສະພາໃນວັນທີ 20 ກໍລະກົດນີ້ ແລະ ຖ້າໄດ້ຮັບສຽງສະໜັບສະໜູນພຽງພໍ ທ່ານອາດດຳລົງຕຳແໜ່ງນາຍົກລັດຖະມົນຕີອິຕາລີຕໍ່ໄປ.

ການເຄື່ອນໄຫວເຫລົ່ານີ້ເກີດຂຶ້ນຫລັງຈາກທ່ານ ຈູເຊບເປ ຄອນເຕ ຫົວໜ້າພັກ Five Star ປະຕິເສດຈະສະໜັບສະໜູນມາດຕະການຊ່ວຍເຫລືອທາງເສດຖະກິດຂອງລັດຖະບານມູນຄ່າ 2,3 ໝື່ນລ້ານເອີໂຣ ໂດຍໃຫ້ເຫດຜົນວ່າ: ມາດຕະການດັ່ງກ່າວບໍ່ສາມາດຊ່ວຍທຸລະກິດ ແລະ ປະຊາຊົນຈາກຄ່າຄອງຊີບທີ່ເພີ່ມສູງຂຶ້ນໄດ້.

ເຖິງວ່າລັດຖະບານສາມາດຫລຸດພົ້ນການລົງມະຕິບໍ່ໄວ້ວາງໃຈໃນວຸດທິສະພາມາໄດ້ແບບສະບາຍ ດ້ວຍການສະໜັບສະໜູນຈາກພັກຮ່ວມລັດຖະບານອື່ນໆ, ແຕ່ທ່ານ ດຣາກີ ເຊິ່ງໄດ້ຮັບສາຍາວ່າ: “ຊຸບເປີມາຣິໂອ” ກ່າວກ່ອນໜ້ານີ້ວ່າ: ຖ້າບໍ່ໄດ້ຮັບການສະໜັບສະໜູນຈາກພັກ Five Star ລັດຖະບານກໍບໍ່ສາມາດເດີນໜ້າຕໍ່ໄປໄດ້.

ທັງນີ້, ຫລັງຈາກເຂົ້າພົບປະທານາທິບໍດີ ມັດຕາເຣລລາ ແລະ ຫລັງຈາກຕຶກຕອງເຖິງອະນາຄົດຂອງຕົນແລ້ວ, ທ່ານ ດຣາກີ ຈຶ່ງຕັດສິນໃຈອອກຖະແຫລງການລາອອກ.

“ຄະແນນສຽງໃນລັດຖະສະພາມື້ນີ້ມີຄວາມສຳຄັນຫລາຍຈາກມຸມມອງທາງການເມືອງ, ສ່ຽງສ່ວນຫລາຍທີ່ສະໜັບສະໜູນລັດຖະບານນີ້ມາຕັ້ງແຕ່ການຈັດຕັ້ງບໍ່ມີຢູ່ອີກຕໍ່ໄປແລ້ວ” ທ່ານ ດຣາກີ ກ່າວຕໍ່ຄະນະລັດຖະບານ. ຈາກນັ້ນຈຶ່ງເດີນທາງກັບໄປທຳນຽບປະທານາທິບໍດີ ເພື່ອຍື່ນໜັງສືລາອອກຕໍ່ທ່ານ ມັດຕາເຣລລາ ໂດຍຫລີກລ່ຽງການໃຊ້ປະຕູຫລັກເພື່ອຫລີກນັກຂ່າວ.

ອິຕາລີກຳນົດຈັດການເລືອກຕັ້ງທົ່ວໄປໃນຕົ້ນປີ 2023 ແຕ່ຖ້າລັດຖະບານລົ້ມສະຫລາຍ ອາດມີທ່າອ່ຽງຈະມີການຈັດເລືອກຕັ້ງໃນລະດູໃບໄມ້ຫລົ່ນນີ້ ເຊິ່ງບັນດາພັກຝ່າຍຂວາສະແດງຄວາມກະຕືລືລົ້ນທີ່ຈະໃຫ້ມີການເລືອກຕັ້ງລ່ວງໜ້າ. ເຖິງຢ່າງໃດກໍດີ, ໄລຍະເວລາແຫ່ງຄວາມບໍ່ແນ່ນອນທາງການເມືອງຈະເປັນໄພຕໍ່ຄວາມພະຍາຍາມຂອງອິຕາລີໃນການແກ້ໄຂບັນຫາວິກິດດ້ານພະລັງງານ ແລະ ການຜ່ານງົບປະມານປະຈຳປີ.

ພັກ Five Star ເຄີຍເປັນພັກໃຫຍ່ທີ່ສຸດໃນພັກຮ່ວມລັດຖະບານ, ແຕ່ປະສົບບັນຫາສະມາຊິກພັກທະຍອຍລາອອກ ບວກກັບຄະແນນສະໜັບສະໜູນທີ່ຫລຸດລົງ. ທັງນີ້ ອະດີດຫົວໜ້າພັກ ລຸຍຈິ ດິ ມາໂຢ ກ່າວຫາພັກວ່າມີແຜນໂຄ່ນລົ້ມລັດຖະບານ ດຣາກີ ເພື່ອຈະກັບຂຶ້ນມາບໍລິຫານປະເທດເອງ ເຊິ່ງຈະເປັນການດຶງອິຕາລີສູ່ການລົ້ມສະຫລາຍທາງເສດຖະກິດ ແລະ ສັງຄົມ.

ອ້າງອີງ:

ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ - 4 - ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ
ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ - 5 - ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ
ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ - 3 - ນາຍົກລັດຖະມົນຕີອິຕາລີຍື່ນໜັງສືລາອອກ ຫລັງພັກຮ່ວມລັດຖະບານແຕກຄວາມສາມັກຄີ