ປກສ ເມືອງໄຊເສດຖາ ຈັບຕົວກຸ່ມມົ້ວສຸມຢາເສບຄິດ ແລະ ຄອບຄອງອາວຸດເສິກ

ຂ່າວປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນລາຍງານໃຫ້ຮູ້ວ່າ: ວັນທີ 13 ກໍລະກົດ 2022 ຜ່ານມາ ປກສ ເມືອງໄຊເສດຖາ ສົມທົບກັບກົມຄຸ້ມຄອງຄົນຕ່າງປະເທດກົມໃຫຍ່ສັນຕິບານແກ້ໄຂຄະດີຢາເສບຕິດ ຢູ່ ບ້ານນາໄຊ ສາມາດຈັບຕົວຜູ້ກະທຳຜິດໄດ້ທັງໝົດຈຳນວນ 8 ຄົນ ຍິງ 2 ຄົນ ພ້ອມຂອງກາງຄະດີ ຢາບ້າ 250 ເມັດ, ຢາເຄ 4 ຖົງນ້ອຍ. ປືນຍາວຊະນິດ M16 1 ກະບອກ ພ້ອມລູກປືນ 8 ລູກ ແລະ ປືນສັ້ນ1 ກະບອກ ພ້ອມລູກປືນ 80 ລູກ, ເງິນຝາກ 404.000 ບາດ ແລະ ເງິນກີບ 8.196.000 ກີບ, ເງິນຢວນ 100 ຢວນ, ໂທລະສັບ ຈໍານວນ 7 ໜ່ວຍ, ສາຍຄໍຄ້າຍຄືຄຳ 1 ເສັ້ນ ນໍ້າໜັກປະມານ 01 ບາດ, ຕຸ້ມຫູ 2 ຄູ່. ຈາກນັ້ນ ຈິ່ງໄດ້ເອົາຕົວພວກກ່ຽວມາ ສືບສວນ-ສອບສວນ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ສຸລິນທອນ ອາຍຸ 28 ປີ ກຳມະກອນ ໄດ້ໃຫ້ການວ່າ: ໃນໄລຍະປີ 2018 ຜູ້ກ່ຽວໄດ້ແຍກກັນກັບເມຍ ແລ້ວອອກໄປຊອກຫ້ອງແຖວ ຢູ່ເຂດບ້ານນາໄຊ. ພໍຮອດປີ 2021 ທ້າວ ສຸລິນທອນ ໄດ້ມາພົວພັນກັບທ້າວ ຕານ້ອຍ ເຊິ່ງເປັນຄົນບ້ານດຽວກັນ ແຕ່ປັດຈຸບັນ ທ້າວ ຕານ້ອຍ ໄດ້ຍ້າຍໄປຢູ່ບ້ານ ຫນອງປີງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ຈາກນັ້ນ ພວກກ່ຽວທັງສອງກໍ່ໄດ້ຕິດຕໍ່ພົວພັນການຊື້-ຂາຍຢາເສບຕິດນໍາກັນ ຈົນມາຮອດປັດຈຸບັນ.
ມາຮອດເດືອນມັງກອນ 2022 ທ້າວ ສຸລິນທອນ ໄດ້ຕິດຕໍ່ພົວພັນກັບຊາຍຜູ້ຢູ່ໄທ ສັ່ງຊື້ປືນສັ້ນ ພ້ອມລູກປືນ 80 ລູກ, ປືນຍາວຊະນິດ M16 ພ້ອມລູກປືນ 08 ລູກ; ສ່ວນການຈ່າຍເງິນ ທັງສອງແມ່ນໂອນເງິນໃຫ້ກັນເອງພາຍຫຼັງ ທ້າວ ສຸລິນທອນ ໂອນເງິນໃຫ້ ຊາຍຜູ້ຢູ່ໄທ ຈາກນັ້ນ ກໍຂົນສົ່ງຄືທີ່ຜ່ານມາ.
ວັນທີ 13 ກໍລະກົດ 2022 ເວລາ 9:00 ໂມງ ເຈົ້າໜ້າທີ່ ປກສ ເມືອງ ໄຊເສດຖາ ຈຶ່ງໄດ້ຈັບຕົວພວກກ່ຽວທີ່ພວມຈັດງານສັງສັນ ພ້ອມພາກັນມາມົ້ວສຸມເສບຢາເຄ ຈຶ່ງໄດ້ນໍາສົ່ງພວກຖືກສົງໄສມາກອງຄະດີອາຍາ ເພື່ອເປີດການສືບສວນ-ສອບສວນ.
ສ່ວນຄະດີນີ້ ແມ່ນຢູ່ຂັ້ນຕອນສືບຕໍ່ເກັບກໍາຂໍ້ມູນຫຼັກຖານ ຈາກຄໍາໃຫ້ການບໍ່ກົງກັນເພື່ອໃຫ້ຈະແຈ້ງ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ