ຢູ່ຫ້ອງແອໝົດມື້ ສ່ຽງເປັນ ເຍື່ອດັງອັກເສບ
July 16, 2022 - 9:51 AM

ຢູ່ຫ້ອງແອໝົດມື້ ໃຜວ່າສະບາຍ ຖ້າມີອາການດັງແຫ້ງ ຫາຍໃຈແລ້ວແສບດັງ ອາດສ່ຽງເປັນ ພະຍາດເຍື່ອດັງອັກເສບ ໄດ້ໂດຍບໍ່ຮູ້ຕົວ
- ເຍື່ອດັງອັກເສບແມ່ນຫຍັງ?
ອາການເຍື່ອດັງອັກເສບເກີດຂຶ້ນໄດ້ກັບຜູ້ທີ່ຢູ່ໃນອຸນຫະພູມທັງແຫ້ງ ແລະ ເຢັນເປັນຕົ້ນແມ່ນຢູ່ໃນຫ້ອງແອເປັນເວລາຫລາຍຊົ່ວໂມງ ດ້ວຍສະພາບທີ່ຮ້ອນຊື້ນ
- ສາເຫດຂອງເຍື່ອດັງອັກເສບ
ໃນຫ້ອງປັບອາກາດແອເຢັນໆ ຈະເຮັດໃຫ້ອາກາດຮອບຕົວເຢັນ ແລະ ແຫ້ງ ດັງສູບເອົາອາກາດເຂົ້າໄປ ພາຍໃນດັງຈະພະຍາຍາມປັບອາກາດໃຫ້ອຸ່ນ ເພື່ອໃຫ້ເໝາະສົມກັບຮ່າງກາຍ ກ່ອນຈະສົ່ງຕໍ່ໄປໃນລະບົບທາງເດີນຫາຍໃຈສ່ວນລຸ່ມ ຂະບວນນີ້ດັງຕ້ອງເພີ່ມພື້ນທີ່ຂອງເຍື່ອດັງ ຈຶ່ງເຮັດໃຫ້ດັງບວມຂຶ້ນ ອາດເຮັດໃຫ້ເຮົາຮູ້ສຶກຄັນດັງ ເຮັດໃຫ້ເຍື່ອດັງສູນເສຍຄວາມຊື້ນ ແລະ ຄວາມຮ້ອນ
- ອາການເຍື່ອດັງອັກເສບ
ເມື່ອເຍື່ອດັງຖືກກະຕຸ້ນຈາກອາກາດທີ່ເຢັນ ແລະ ແຫ້ງ ໃຫ້ຫລັ່ງສານ ຮີຕາມິນອອກມາ ຈະເຮັດໃຫ້ເກີດອາການຜິດປົກກະຕິກັບດັງໄດ້ດັ່ງນີ້:
- ດັງແຫ້ງ ແສບ ປວດ
- ຫາຍໃຈຍາກ ຄັນດັງ
- ຈາມ ມີນ້ຳມູກໄຫລ
- ຫາກຈຳເປັນຕ້ອງຢູ່ໃນຫ້ອງແອດົນໆຄວນເຮັດແນວໃດ?
- ພົ່ນ ແລະ ລ້າງດັງດ້ວຍນ້ຳເກືອ
- ປັບອຸນຫະພູມໃຫ້ຢູ່ໃນລະດັບ 25 ອົງສາ ແລະ ບໍ່ໃຫ້ແອຖືກໂຕໂດຍກງ
- ເອົານ້ຳມາໃສ່ພາຊະນະປາກກວ້າງ ເພື່ອເພີ່ມຄວາມຊື້ນໃນອາກາດ
- ດື່ມນ້ຳຕະຫລອດ