ສະຫຼອງວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີ

ພີທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີ (15 ກໍລະກົດ 1962-15 ກໍລະກົດ 2022) ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນແຂວງອຸດົມໄຊຄົບຮອບ 60 ປີ ໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດ ນີ້ ຢູ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງອຸດົມໄຊ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ບຸນທອງ ຈິດມະນີ ກໍາມະການກົມເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມດ້ວຍບັນດາທ່ານອະດີດເຈົ້າແຂວງອຸດົມໄຊ, ມີບັນດາຄະນະບໍລິຫານງານພັກແຂວງ, ອະດີດການນໍາຂັ້ນສູງຂອງແຂວງ, ພະແນກການຕ່າງໆອ້ອມຂ້າງແຂວງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໂອກາດນີ້, ທ່ານ ບຸນຄົງ ຫຼ້າຈຽມພອນ ໄດ້ກ່າວປາໄສຕໍ່ພິທີໂຮມຊຸມນຸມນີ້ວ່າ: ການຈັດງານສະເຫຼີມສະຫຼອງວັນ ສ້າງຕັ້ງແຂວງແຂວງອຸດົມໄຊ ຄົບຮອບ 60 ປີ ແລະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບແຂວງ ຄົບຮອບ 60 ປີ ໃນຄັ້ງນີ້ ເຮັດໃຫ້ຈົດຈໍາເຖິງເຫດການສໍາຄັນດ້ານປະຫວັດສາດອັນລະອິດລະອ້ຽວ ແລະ ຫວນຄືນມູນເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ໃນພາລະກິດປົກປັກຮັກສາ, ພັດທະນາແຂວງ, ພັດທະນາກຳລັງປ້ອງກັນຄວາມສະຫງົບແຂວງອຸດົມໄຊ ຊຶ່ງພວກເຮົາມີຄວາມເອກອ້າງທະນົງໃຈ ຕໍ່ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນສຳເລັດອັນສຳຄັນໃນຫຼາຍດ້ານທີ່ຍາດມາໄດ້ໃນ 60 ປີທີ່ຜ່ານມາ ຊຶ່ງເເຂວງໃນເມື່ອກ່ອນເປັນກິ່ງແຂວງໄຊຍະພູມ ຂຶ້ນກັບແຂວງຫຼວງພະບາງ ຊຶ່ງ ປະກອບມີ 3 ເມືອງ ຄື: ເມືອງໄຊ, ເມືອງຮຸນ ແລະ ເມືອງປາກທາ ມີສຳນັກງານຕັ້ງຢູ່ເມືອງໄຊ ເປັນດິນແດນທີ່ມີມູນເຊື້ອປະຕິວັດອັນອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ມີຂະບວນການປະຕິວັດຕໍ່ສູ້ປົດປ່ອຍຊາດ ພາຍໃຕ້ການນຳພາ ຂອງພັກກອມມູນິດອິນດູຈີນ ມາແຕ່ກ່ອນ ຊຸມປີ 1945, ຕໍ່ມາກໍໄດ້ກາຍເປັນເຂດທີ່ໝັ້ນອັນແຂງແກ່ນ ຂອງການປະຕິວັດລາວ, ພາຍຫຼັງເມືອງໄຊໄດ້ຮັບການປົດປ່ອຍໃນວັນທີ 15 ເມສາ ປີ 1961, ສູນກາງພັກໄດ້ຕົກລົງເອົາກິ່ງແຂວງໄຊຍະພູມ ສ້າງຕັ້ງເປັນແຂວງຢ່າງເປັນທາງການໃນວັນທີ 15 ກໍລະກົດ ປີ 1962 ຊຶ່ງເອີ້ນວ່າ: “ແຂວງລ້ານຊ້າງ” ຮອດປີ 1965 ແຂວງລ້ານຊ້າງ ໄດ້ປ່ຽນຊື່ມາເປັນ “ແຂວງເມືອງໄຊ” ແລະ ມາຮອດປີ 1967 ແຂວງເມືອງໄຊ ໄດ້ປ່ຽນຊື່ມາເປັນ “ແຂວງອຸດົມໄຊ” ຈົນເຖິງປັດຈຸບັນ.
ການສ້າງຕັ້ງແຂວງອຸດົມໄຊ ເປັນຂີດໝາຍປະຫວັດສາດອັນສຳຄັນ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງແຂວງອຸດົມໄຊ ນັບແຕ່ນັ້ນມາ ຂະບວນການປົກປັກຮັກສາ ແລະ ພັດທະນາແຂວງອຸດົມໄຊ ໄດ້ກ້າວຂຶ້ນສູ່ຄຸນນະພາບໃໝ່ ແລະ ສາມາດຍາດໄດ້ຜົນສຳເລັດອັນໃຫຍ່ຫຼວງ ໃນຫຼາຍດ້ານ ເມື່ອທົບທວນຄືນເສັ້ນທາງແຫ່ງການປົກປັກຮັກສາ ແລະ ພັດທະນາແຂວງອຸດົມໄຊ, ຍິ່ງມີຄວາມອາໄລອາວອນຄິດຮອດຄິດເຖິງ ແລະ ຈາລຶກເຖິງຜົນງານ ຄຸນງາມຄວາມດີ ຂອງນັກຮົບປະຕິວັດ-ອະດີດການນຳ, ສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດ ແລະ ປະຊາຊົນ ບັນດາເຜົ່າ ທີ່ໄດ້ເສຍສະຫຼະເລືອດເນື້ອ ແລະ ຊີວິດ ເພື່ອພາລະກິດປະຕິວັດປົກປັກຮັກສາ ແລະ ສ້າງສາພັດທະນາ ແຂວງອຸດົມໄຊ ພ້ອມດຽວກັນນີ້ ພວກເຮົາມີຄວາມເອກອ້າງທະນົງໃຈທີ່ເຫັນວ່າຕະຫຼອດໄລຍະ 60 ປີທີ່ຜ່ານມາ ຄະນະພັກ-ຄະນະນໍາ ແຕ່ລະຮຸ່ນແຕ່ລະສະໄໝ ໄດ້ມີຄວາມຕັດສິນໃຈອັນສູງ ຜ່ານຜ່າອຸປະສັກ ຄວາມຫຍຸ້ງຍາກນາໆປະການ, ເສີມຂະຫຍາຍນໍ້າໃຈຮັກຊາດຈິດໃຈເອກະລາດ ເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມທຸກກຳລັງແຮງສັງລວມ ເຂົ້າໃນການປົກປັກຮັກສາຄວາມເປັນເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ໄວ້ຢ່າງໝັ້ນຄົງ, ສ້າງສາພັດທະນາທາງດ້ານເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ຕາມແນວທາງນະໂຍບາຍຂອງພັກ, ເຮັດໃຫ້ແຂວງ ມີຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ນັບມື້ນັບດີຂຶ້ນເປັນກ້າວໆ, ເຮັດໃຫ້ໂສມໜ້າໃໝ່ຂອງແຂວງອຸດົມໄຊ ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າໃນຫຼາຍດ້ານ, ການສະເຫຼີມສະຫຼອງວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີໃນຄັ້ງນີ້ ຍັງກົງກັບປີແຫ່ງຄວາມສາມັກຄີ, ມິດຕະພາບ ລາວ – ຫວຽດນາມ, ຫວຽດນາມ – ລາວ ຄືວັນ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ຊຶ່ງຕະຫຼອດໄລຍະຜ່ານມາ ແຂວງອຸດົມໄຊ ໄດ້ມີການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ 8 ແຂວງ, 1 ນະຄອນ ແລະ ກອງບັນຊາການທະຫານເຂດ II ຂອງ ຫວຽດນາມ ຄຽງຄູ່ກັບການຫວນຄືນມູນເຊື້ອວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີນີ້, ຍັງລະນຶກເຖິງ ມູນເຊື້ອວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ແຂວງຄົບຮອບ 60 ປີ ໃນວັນທີ 4 ເມສາ ປີ 1962 ຊຶ່ງການຈັດງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງແຂວງອຸດົມໄຊ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນແຂວງອຸດົມໄຊ ໃນຄັ້ງນີ້ ແຂວງອຸດົມໄຊ ຍັງໄດ້ຈັດຫຼາຍກິດຈະກໍາ ປິ່ນອ້ອມ ໂດຍສະເພາະການຈັດພິທີວາງພວງມະລາຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເເສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ຕັ້ງຢູ່ເທດສະບານແຂວງ ຂອງການນໍາຂັ້ນສູງຂອງແຂວງ, ການແຂ່ງຂັນກິລາ, ແຂ່ງຂັນສິລະປະວັນນະຄະດີ,ວາງສະແດງສິນຄ້າ ແລະ ຮູບພາບ ລວມເຖິງການປະດັບປະດາພາຍໃນເທດສະບານແຂວງ ໃຫ້ມີຄວາມສວຍງາມ ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 60 ປີ ມີບັນຍາກາດຟົດຟື້ນມ່ວນຊື່ນ.
ໃນພິທີທີ່ມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້ ຍັງໄດ້ຈັດພິທີປະດັບຫຼຽນໄຊອິດສະຫຼະຊັ້ນ 3 ຂອງປະທານປະເທດ ແລະ ໃບຢັ້ງຢືນໃຫ້ແຂວງອຸດົມໄຊຕື່ມອີກ ເພື່ອເປັນສິ່ງຢັ້ງຢືນເຖິງຜົນງານຂອງແຂວງທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ໂດຍແມ່ນ ທ່ານ ບຸນທອງ ຈິດມະນີ ເປັນຜູ້ປະດັບ ແລະ ຕາງໜ້າຄະນະພັກ ຄະນະນໍາຂອງແຂວງຂຶ້ນຮັບຫຼຽນໄຊອິດສະຫຼະຊັ້ນ 3 ໃນຄັ້ງນີ້ ໂດຍແມ່ນທ່ານ ບຸນຄົງ ຫຼ້າ ຈຽມພອນ.