IMF ປັບຫຼຸດການຄາດຄະເນ GDP ອາເມລິກາໃນປີນີ້ເຫຼືອ 2,3%
ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 14 ກໍລະກົດ 2022 ຜ່ານມານີ້ວ່າ: ກອງທຶນເງິນຕາສາກົນ (IMF) ໄດ້ປັບຫຼຸດການຄາດຄະເນໂຕເລກການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງອາເມລິກາໃນປີ 2022 ລົງເຫຼືອ 2,3% ຈາກໂຕເລກການຄາດຄະເນໄວ້ທີ່ລະດັບ 2,9% ຫຼັງຈາກອາເມລິກາເປີດເຜີຍຂໍ້ມູນທີ່ສະແດງໃຫ້ເຫັນວ່າ ການໃຊ້ຈ່າຍຂອງຜູ້ບໍລິໂພກຫົດຕົວລົງ.
ຂະນະດຽວກັນ IMF ຍັງໄດ້ກ່າວເຕືອນວ່າ ອາເມລິກາກໍາລັງປະເຊີນກັບຄວາມທ້າທາຍໃນການຫຼີກລ່ຽງພາວະເສດຖະກິດຖົດຖອຍ.
ນອກຈາກນີ້, IMF ຍັງໄດ້ປັບຫຼຸດການຄາດຄະເນ GDP ໃນປີ 2023 ລົງເຫຼືອ 1% ຈາກໂຕເລກການຄາດຄະເນໄວ້ທີ່ 1,7%. ໂດຍການປັບຫຼຸດການຄາດຄະເນ GDP ມີຂຶ້ນຫຼັງຈາກ IMF ປະຊຸມຮ່ວມກັບເຈົ້າໜ້າທີ່ອາເມລິກາເພື່ອປະເມີນນະໂຍບາຍເສດຖະກິດປະຈຳປີຂອງອາເມລິກາ. ຂ່າວແຈ້ງວ່າ ການທົບທວນໂຕເລກ GDP ຄັ້ງຫຼ້າສຸດຂອງອາເມລິການັ້ນມີຂຶ້ນຫຼັງຈາກອາເມລິກາປັບຫຼຸດການຄາດຄະເນໂຕເລກ GDP ໃນໄຕມາດທຳອິດ ໂດຍລະບຸວ່າ GDP ຫົດຕົວ 1,6% ຈາກເດີມທີ່ມີການລາຍງານວ່າຫົດຕົວພຽງ 1,4% ແລະ 1,5% ໃນໂຕເລກການຄາດຄະເນຄັ້ງທີ 1 ແລະ 2 ຕາມລຳດັບ.
ນອກນີ້, ອາເມລິກາຍັງໄດ້ເປີດເຜີຍໂຕເລກການໃຊ້ຈ່າຍຂອງຜູ້ບໍລິໂພກທີ່ຫົດຕົວລົງໃນເດືອນພຶດສະພາ ໂດຍກະຊວງການຄ້າອາເມລິກາໄດ້ເປີດເຜີຍວ່າ ຈຳນວນການຄ້າຍ່ອຍຫຼຸດລົງ 0,3% ໃນເດືອນພຶດສະພາ ເມື່ອທຽບແບບລາຍເດືອນ ຊຶ່ງເປັນການຫຼຸດລົງຄັ້ງທຳອິດໃນຮອບ 5 ເດືອນ ສວນທາງກັບທີ່ນັກວິເຄາະຄາດວ່າ ອາດຈະເພີ່ມຂຶ້ນ 0,2%. ທັງນີ້, IMF ຍັງລະບຸເຖິງຄວາມທ້າທາຍກ່ຽວກັບບັນຫາເງິນເຟີ້ ແລະ ການທີ່ທະນາຄານກາງອາເມລິກາ (ເຟດ) ຈຳເປັນຕ້ອງປັບຂຶ້ນອັດຕາດອກເບ້ຍເພື່ອສະກັດກັ້ນເງິນເຟີ້.
ຄະນະບໍລິຫານຂອງ IMF ລະບຸໃນຖະແຫຼງການວ່າ ໂຕເລກເງິນເຟີ້ທີ່ເພີ່ມຂຶ້ນເປັນວົງກວ້າງກຳລັງກໍ່ໃຫ້ເກີດຄວາມສ່ຽງໃນຮູບແບບເສດຖະກິດທັງໃນອາເມລິກາ ແລະ ທົ່ວໂລກ ນະໂຍບາຍການເງິນທີ່ດີນັ້ນຄວນຈະໃຫ້ຄວາມສຳຄັນກັບການຫົດຕົວລົງຂອງໂຕເລກຄ່າແຮງງານ ແລະ ອັດຕາເງິນເຟີ້ ໂດຍບໍ່ເຮັດໃຫ້ເສດຖະກິດຖົດຖອຍ ຖືວ່າເປັນພາລະກິດທີ່ຕ້ອງໃຊ້ກົນລະຍຸດ.
IMF ຄາດວ່າ ການເຂັ້ມງວດນະໂຍບາຍການເງິນຂອງເຟດຈະຊ່ວຍໃຫ້ອັດຕາເງິນເຟີ້ຫຼຸດລົງມາຢູ່ທີ່ລະດັບ 6,6% ພາຍໃນໄຕມາດທີ 4 ຂອງປີ 2022 ແລະ ຫຼຸດລົງສູ່ລະດັບ 1,9% ພາຍໃນໄຕມາດທີ 4 ຂອງປີ 2023. ນອກຈາກນີ້, ໃນຖະແຫຼງການຂອງ IMF ຍັງໄດ້ລະບຸວ່າ ການເຂັ້ມງວດນະໂຍບາຍການເງິນຈະເຮັດໃຫ້ເສດຖະກິດອາເມລິກາຂະຫຍາຍຕົວຊ້າລົງ ແຕ່ກໍຄາດວ່າ ອາເມລິກາຈະສາມາດຫຼີກລ່ຽງພາວະເສດຖະກິດທີ່ຖົດຖອຍໄດ້.