ເຊົາເກດ ຢືນຢັນ ນັກເຕະບໍ່ສີດວັກຊີນໂຄວິດ-19 ບໍ່ໃຫ້ໄປບານໂລກ

ສື່ອັງກິດລາຍງານ ແກເຣັດ ເຊົາເກດ ຜູ້ຈັດການທີມຊາດອັງກິດ ອາດເລືອກຕັດບັນຫາຈຸກຈິກກວນໃຈ ດ້ວຍການບໍ່ຮຽກນັກເຕະທີ່ປະຕິເສດວັກຊີນໂຄວິດ ໄປເຕະໃນບານໂລກ.
ແກເຣັດ ເຊົາເກດ ຜູ້ຈັດການທີມຊາດອັງກິດ ອາດເລືອກຕັດບັນຫາຈຸກຈິກກວນໃຈດ້ວຍການບໍ່ຮຽກນັກເຕະທີ່ປະຕິ ເສດວັກຊີນໂຄວິດ ໄປເຕະໃນບານໂລກ 2022 ທີ່ປະເທດກາຕາ ທ້າຍປີນີ້ ຕາມລາຍງານຈາກ ເດລີ ເມລ ສື່ຊື່ດັງຂອງອັງກິດ.
ພາຍໃຕ້ລະບຽບປັດຈຸບັນນັກເຕະທີ່ບໍ່ໄດ້ຮັບວັກຊີນຈະຕ້ອງຖືກກັກຕົວເປັນເວລາ 5 ວັນ ຫລັງເດີນທາງເຂົ້າປະເທດ ກາຕາ ຂະນະທີ່ ອັງກິດ ມີລາຍການຈະລົງແຂ່ງນັດທຳອິດກັບ ອີຣ່ານ ໃນວັນທີ 21 ພະຈິກນີ້ ຫລື ອີກ 6 ມື້ ຫລັງຈາກ ເດີນທາງໄປເຖິງ ເຊິ່ງນັ້ນຫມາຍຄວາມວ່າ ນັກເຕະທີ່ຍັງບໍ່ໄດ້ຮັບວັກຊີນຈະຕ້ອງແຍກຊ້ອມດ່ຽວ ແລະມີໂອກາດສູງ ທີ່ຈະບໍ່ໄດ້ລົງສະຫນາມໃນເກມນັ້ນ.
ດ້ວຍເຫດນີ້ ເຊົາເກດ ຈຶ່ງພວມພິຈາລະນາວ່າ ຄວນຕັດບັນຫາດ້ວຍການຕັດສິນໃຈບໍ່ພະຍາຍາມດຶງນັກ ເຕະທີ່ບໍ່ສີດວັກຊີນໄປລຸຍບານໂລກ.