ຮອງປະທານປະເທດ ແຫ່ງ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ປະທານປະເທດ ສສ ຫວຽດນາມ
July 18, 2022 - 1:43 PM
ໃນວັນທີ 17 ກໍລະກົດ 2022 ທີ່ນະຄອນຫລວງ ຮ່າໂນ້ຍ, ສະຫາຍ ບຸນທອງ ຈິດມະນີ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ຫງວຽນ ຊວນ ຟຸກ, ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດ ເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ. ພ້ອມທັງຕາງໜ້າ ພັກ-ລັດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າຮ່ວມພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື ໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ທີ່ ສສ ຫວຽດນາມ ແຕ່ວັນທີ 17-19 ກໍລະກົດ 2022 ນີ້.

ໂອກາດນີ້, ສະຫາຍ ຫງວຽນ ຊວນ ຟຸກ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ການຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງ ສະຫາຍ ບຸນທອງ ຈິດມະນີ ເຊິ່ງການຢ້ຽມຢາມນີ້ ຈະເປັນການປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ລວມທັງເປັນການກະຕຸກຊຸກຍູ້ໃຫ້ແກ່ການຮ່ວມມື ລະຫວ່າງ ສອງປະເທດ ໃຫ້ເຂົ້າສູ່ລວງເລິກອີກບາດກ້າວໜຶ່ງ.