5 ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ເພື່ອຫ່າງໄກຈາກພະຍາດມະເຮັງ
July 18, 2022 - 9:54 AM

+ ສິ່ງທີ່ຄວນເຮັດເປັນປະຈຳສະໝໍ່າສະເໝີໃນຊີວິດປະຈຳວັນຕໍ່ໄປນີ້ຈະຊ່ວຍໃຫ້ທ່ານມີສຸຂະພາບທີ່ແຂງແຮງ ແລະ ຫ່າງໄກຈາກພະຍາດມະເຮັງຮ້າຍໄດ້ :
- ອອກກຳລັງກາຍເປັນປະຈຳ ຢ່າງໜ້ອຍມື້ລະ 30 ນາທີ.
- ເຮັດຈິດໃຈໃຫ້ແຈ່ມໃສ, ຢ່າຄິດຫລາຍ, ຢ່າເຄັ່ງຄຽດຈົນເກີນໄປ.
- ກິນຜັກສົດ ແລະ ໝາກໄມ້ສົດ ໃຫ້ໄດ້ມື້ລະເຄິ່ງກິໂລກຣາມ.
- ກິນອາຫານໃຫ້ຫລາກຫລາຍ, ບໍ່ກິນແບບເກົ່າຊຳ້ໆ.
- ກວດສຸຂະພາບຮ່າງກາຍເປັນປະຈຳ.
+ ສິ່ງທີ່ທ່ານຄວນຫລີກເວັ້ນ ຫລື ຢຸດເຊົາ ເພື່ອໃຫ້ສຸຂະພາບຫ່າງໄກຈາກມະເຮັງ ມີຄື :
- ບໍ່ສູບຢາ ແລະ ບໍ່ໄປຢູ່ໃກ້ຄົນທີ່ສູບຢາ ເພື່ອຫລີກເວັ້ນການສືບດົມເອົາຄວັນຢາສູບເຂົ້າສູ່ປອດ.
- ບໍ່ດື່ມເຫລົ້າ ຫລື ເຄື່ອງດື່ມມຶນເມົາທຸກຊະນິດ.
- ບໍ່ກິນປານຳ້ຈືດແບບດິບໆທຸກຊະນິດ.
- ບໍ່ປ່ຽນຄູ່ນອນຢູ່ຕະຫລອດ ເພາະຈະສ່ຽງຕໍ່ການຕິດເຊື້ອພະຍາດຕິດຕໍ່ທາງເພດສຳພັນ.
- ບໍ່ຕາກແດດກ້າໆ ເພາະຈະເຮັດໃຫ້ສ່ຽງເປັນພະຍາດມະເຮັງຜິວໜັງໄດ້.