6 ເຄັດລັບງ່າຍໆ ເບິ່ງແຍງຕົນເອງໃຫ້ຫ່າງໄກມະເຮັງເຕົ້ານົມ
July 18, 2022 - 10:03 AM

ຈາກສະຖິຕິການເປັນພະຍາດມະເຮັງເຕົ້ານົມຂອງແມ່ຍິງທົ່ວໂລກທີ່ສູງຂຶ້ນທຸກມື້ ຈຶ່ງຖືເປັນພະຍາດໜຶ່ງທີ່ບໍ່ຄວນຖືເບົາ, ແຕ່ໂຊກດີທີ່ພະຍາດນີ້ຍັງສາມາດປິ່ນປົວໃຫ້ເຊົາຂາດໄດ້ ຫາກກວດພົບໃນໄລຍະເລີ່ມຕົ້ນ ແລະ ຍັງມີການຄົ້ນພົບອີກວ່າ ພະຍາດນີ້ອາດເກີດຈາກກຳມະພັນໄດ້ນຳ ເຊິ່ງໝາຍຄວາມວ່າ ຫາກມີຄົນໃນຄອບຄົວເປັນພະຍາດດັ່ງກ່າວ ທ່ານກໍອາດມີໂອກາດເປັນພະຍາດນີ້ໄດ້ຄືກັນ, ແຕ່ທ່ານກໍສາມາດປ້ອງກັນພະຍາດນີ້ໄດ້ງ່າຍໆ ພຽງແຕ່ປັບພຶດຕິກຳການໃຊ້ຊີວິດປະຈຳວັນ.
+ ວິທີຫລຸດຄວາມສ່ຽງໃນການເປັນພະຍາດມະເຮັງເຕົ້ານົມ ມີຄື :
- ອອກກຳລັງກາຍ : ຫາກເຮົາໄດ້ອອກກຳລັງກາຍງ່າຍໆ ປະມານອາທິດລະ 4 ຊົ່ວໂມງເປັນຢ່າງໜ້ອຍ ເຊັ່ນ : ແລ່ນຈັອກກິ້ງ ຫລື ລອຍນຳ້ ກໍຈະຊ່ວຍຫລຸດຄວາມສ່ຽງເປັນພະຍາດມະເຮັງເຕົ້ານົມລົງໄດ້.
- ງົດເຄື່ອງດື່ມອານກໍຮໍ : ການດື່ມເຄື່ອງດື່ມທີ່ມີອານກໍຮໍມື້ລະ 2 – 5 ຈອກ ຈະມີໂອກາດໃນການເພີ່ມຄວາມສ່ຽງໃຫ້ແມ່ຍິງເປັນພະຍາດມະເຮັງເຕົ້ານົມເຖິງ 40%.
- ພະຍາຍາມກິນປາເປັນປະຈຳ : ເນື່ອງຈາກຊີ້ນແດງຂອງສັດມີໂອກາດເພີ່ມຄວາມສ່ຽງເປັນມະເຮັງເຕົ້ານົມໄດ້. ສະນັ້ນ, ຄວນລອງປ່ຽນມາກິນຊີ້ນປາ ເຊັ່ນ : ປາແຊວມັອນ ເຊິ່ງຈະຊ່ວຍປ້ອງກັນການເປັນພະຍາດມະເຮັງເຕົ້ານົມໄດ້.
- ອອກໄປສຳຜັດແສງແດດອ່ອນໆໃນຕອນເຊົ້າ ຫລື ຕອນແລງໆ ເປັນໄລຍະເວລາທີ່ເໝາະສົມແກ່ການຕາກແດດອ່ອນໆປະມານ 15 ນາທີ ເຊິ່ງຈະຊ່ວຍເຮັດໃຫ້ທ່ານຮັບວິຕາມິນ D ແລະ ຍັງຊ່ວຍຫລຸດຄວາມສ່ຽງການເປັນມະເຮັງເຕົ້ານົມໄດ້ນຳ.
- ດື່ມນຳ້ໝາກກ້ຽງ ຫລື ນຳ້ໝາກນາວເປັນປະຈຳ ເພາະການດື່ມເຄື່ອງດື່ມທັງສອງຊະນິດນີ້ທຸກມື້ ຈະຊ່ວຍໃຫ້ຮ່າງກາຍໄດ້ຮັບວິຕາມິນ C ເປັນປະຈຳ ແລະ ຍັງດີຕໍ່ສຸຂະພາບຮ່າງກາຍນຳ.
- ດື່ມນຳ້ເຕົ້າຫູ້ ຫລື ນຳ້ນົມຖົ່ວເຫລືອງເປັນປະຈຳ ຈະຊ່ວຍຫລຸດຄວາມສ່ຽງໃນການເກີດມະເຮັງເຕົ້ານົມ ແລະ ມະເຮັງປາກມົດລູກໄດ້ເປັນຢ່າງດີ.