ການນຳພັກ-ລັດ ລາວ-ຫວຽດນາມ ຊົມຮູບພາບການເຄື່ອນໄຫວປະຫວັດສາດ

ວັນທີ 17 ກໍລະ ກົດນີ້ ທີ່ຫໍພິພິທະພັນໄກສອນ ພົມວິຫານ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022,ສະຫາຍ ຫວໍ ວັນ ເຖື້ອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຊີ້ນໍາລະດັບຊາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2022, ບັນດາການນໍາພັກ-ລັດ ລາວ- ຫວຽດນາມ ໄດ້ເຂົ້າຮ່ວມຊົມຮູບພາບ, ເອກະສານ, ວັດຖຸພັນ ແລະ ປຶ້ມພາຍໃຕ້ຫົວຂໍ້ “ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ”
ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກກ່າວວ່າ: ຫ້ອງວ່າການສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດ ນາມ ໄດ້ນໍາເອົາຮູບພາບການເຄື່ອນໄຫວຂອງສອງພັກ, ສອງລັດ ແລະປະຊາຊົນສອງຊາດ ລາວ-ຫວຽດ ນາມ ມາວາງສະແດງຢູ່ສອງຈຸດຄື ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ຫໍພິພິທະພັນການປະຕິວັດ ຫວຽດນາມ. ສຳລັບຢູ່ ຫໍພິພິທະພັນ ໄກສອນ ພົມຫານ ມີ 400 ຮູບແບ່ງອອກເປັນ 3 ພາກ ຄື
ພາກທີ I: ປະຫວັດສາດສາຍພົວພັນທີ່ເປັນມູນເຊື້ອຮ່ວມສໍາພັນສູ້ຮົບ ແລະ ການສ້າງສາຍພົວພັນການທູດ ລາວ- ຫວຽດນາມ, ຫວຽດນາມ-ລາວ (1930-1975);
ພາກທີ II: ເພີ່ມທະວີຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ (1976-1986)
ພາກທີ III: ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຕະຫຼອດ 36 ປີແຫ່ງການປ່ຽນແປງໃໝ່ (1986-2022).
ຮູບພາບ ແລະ ການເຄື່ອນໄຫວທັງໝົດຍັງມີອີກຫຼາຍ ທີ່ບໍ່ສາມາດເກັບທ້ອນໂຮມເຂົ້າໃນອາຄານ ຫຼື ສະຖານທີ່ໃດໜຶ່ງໝົດໄດ້, ແຕ່ທັງໝົດນັ້ນລ້ວນແຕ່ສ່ອງແສງເຖິງຄວາມມີຊີວິດຊີວາ, ຄວາມເປັນມາ, ການເຕີບໃຫຍ່ຂະ ຫຍາຍຕົວ, ມູນເຊື້ອການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະກັນ ບໍ່ວ່າໃນໄລຍະຕໍ່ສູ້ກູ້ຊາດກໍຄືໄລຍະການປົກປັກຮັກສາ ແລະພັດທະນາສ້າງສາປະເທດຊາດ.
ຄວາມສາມັກຄີພິເສດຂອງສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດນາມທີ່ມີໜຶ່ງບໍ່ມີສອງຫາຫຍັງຈະມາປຽບທຽບໄດ້ ຊຶ່ງຍາມໃດພັກ-ລັດແລະ ປະຊາຊົນສອງຊາດ ກໍໄດ້ເພີ່ມພູນຄູນສ້າງໃຫ້ເກີດດອກອອກຜົນ ແລະນັບມື້ນັບສະຫງ່າງາມ ດັ່ງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ກ່າວວ່າ: “ເຖິງພູຈະເຈື່ອນ ແມ່ນໍ້າລໍາເຊຈະເຫືອດແຫ້ງ ແຕ່ສາຍພົວພັນມິດຕະພາບລາວ-ຫວຽດນາມ ຈະໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ” ແລະ ບົດກະວີອັນລືຊື່ຂອງປະທານ ໂຮ່ຈິມິງ ທີ່ວ່າ: ຮັກຫອມກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່ ຫຼາຍນໍ້າໃຫຍ່ ແລະ ໂຄກກວ້າງຂວາງຂັ້ນກໍດຸ່ງໄປ ສອງຊາດລາວ-ຫວຽດນາມໄດ້ ຝັງຄວາມຮັກຢູ່ໃນໃຈ ຮົງຮາທັງແມ່ຂອງ ບໍ່ເລິກປຸນປານໄດ້.