ຮອງປະທານປະເທດ ສປປ ລາວເຂົ້າຢ້ຽມຂໍ່ານັບ ປະທານປະເທດ ສສ ຫວຽດນາມ

ວັນທີ 17 ກໍລະກົດ 2022 ທີ່ນະຄອນຫລວງຮ່າໂນ້ຍ, ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານ ຫງວຽນ ຊວນ ຟຸກ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສສ ຫວຽດນາມຢ່າງເປັນທາງການ ເພື່ອຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດລາວ ແລະ ຫວຽດນາມ ພ້ອມທັງຕາງໜ້າພັກ-ລັດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າຮ່ວມພິທີສະເຫລີມສະຫລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄືວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ທີ່ ສສ ຫວຽດນາມ ແຕ່ວັນທີ 17-19 ກໍລະກົດ 2022.
ທ່ານ ຫງວຽນຊວນ ຟຸກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມສສ ຫວຽດ ນາມ ຢ່າງເປັນທາງການຂອງທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ສປປ ລາວ ເຊິ່ງເປັນການປະກອບສ່ວນສໍາຄັນສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ອ້າຍນ້ອງ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ລວມທັງເປັນການຊຸກຍູ້ການຮ່ວມມືລະຫວ່າງ ສອງປະເທດ ໃຫ້ເຂົ້າສູ່ລວງເລິກອີກບາດກ້າວໜຶ່ງ.