ສີລັງກາ ປັບຫລຸດລາຄານ້ຳມັນເຊື້ອໄຟ
July 19, 2022 - 9:56 AM

ຂ່າວຈາກ ຊິນຮວາ,ບໍລິສັດCeylon Petroleum Corporation (CPC) ຂອງລັດຖະບານສີລັງກາ ແລະ ບໍລິສັດLanka Indian Oil Corporation (LIOC)ປັບຫລຸດລາຄາຂາຍຍ່ອຍນ້ຳມັນເຊື້ອໄຟ ໃນວັນທີ 17 ກໍລະກົດ 2022 ຊຶ່ງລາຄາຂາຍຍ່ອຍນ້ຳມັນແອັດຊັງ ທຳມະດາຫລຸດລົງ 20 ຣູປີ ເຫລືອ 450 ຣູປີ ຕໍ່ລິດ, ສ່ວນລາຄານ້ຳມັນ ແອັດຊັງພິເສດຫລຸດລົງ 10 ຣູປີ ຍັງເຫລືອ ຢູ່ທີ່ 540 ຣູປີ ຕໍ່ລິດ.
ຂະນະດຽວກັນນ້ຳມັນກາຊວນ ປັບຫລຸດ 20ຣູປີ ເຫລືອ 440 ຣູປີ ຕໍ່ລິດ ແລະ ລາຄາ ນ້ຳມັນກາຊວນພິເສດຢູ່ທີ່510 ຣູປີ ຕໍ່ລິດ ຫລັງຈາກປັບລາຄາລົງ 10 ຣູປີແລ້ວ.
ນອກຈາກນີ້ ກະຊວງພະລັງງານສີລັງກາຈະເລີ່ມໃຊ້ລະບົບດີຈິຕອນແບບໃໝ່ເພື່ອຈັດການລະບົບຈັດສັນນ້ຳມັນເຊື້ອໄຟຕັ້ງແຕ່ວັນທີ21 ກໍລະກົດ ເປັນຕົ້ນໄປໂດຍທັງ 2 ບໍລິສັດດັ່ງກ່າວ ຈະມີສ່ວນຮ່ວມໃນໂຄງການນີ້ຫລັງຈາກມີການນຳເຂົ້ານ້ຳມັນແອັດຊັງ ແລະ ກາຊວງແລ້ວ.
ຂປລ