ອິນໂດເນເຊຍ ກຽມບັອກ “Facebook-Google-WhatsApp” ຖ້າບໍ່ຈົດທະບຽນໃບອະນຸຍາດ

ວັນທີ 19 ກໍລະກົດ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ທາງການອິນໂດເນເຊຍກຽມປິດກັ້ນການນຳໃຊ້ຫລາຍແອັບພລິເຄຊັນໂຊຊຽວມີເດຍ ແລະ ເວັບໄຊອອນລາຍ ເຊິ່ງລວມທັງ Google, Facebook ແລະ WhatsApp ໃນມໍ່ໆນີ້ ຖ້າບໍລິສັດດັ່ງກ່າວບໍ່ຈົດທະບຽນນຳກະຊວງການສື່ສານ ແລະ ຂໍ້ມູນຂ່າວສານຂອງອິນໂດເນເຊຍ.
ບັນດາຍັກໃຫຍ່ດິຈິຕອນສາມາດຈົດທະບຽນເພື່ອຮັບໃບອະນຸຍາດໃຫ້ສຳເລັດພາຍໃນວັນທີ 20 ກໍລະກົດ. ບໍ່ດັ່ງນັ້ນ ກະຊວງການສື່ສານ ແລະ ຂໍ້ມູນຂ່າວສານ ຈະຈັດໃຫ້ພວກເຂົາຢູ່ໃນລາຍຊື່ຜິດກົດໝາຍ ແລະ ບໍ່ຖືກຕ້ອງຕາມກົດໝາຍຂອງປະເທດ.
“ຂ້າພະເຈົ້າເຕືອນບໍລິສັດເຕັກໂນໂລຊີທ້ອງຖິ່ນ ແລະ ຕ່າງປະເທດ ທັງຜູ້ໃຫ້ບໍລິການອອນລາຍ, ເວັບໄຊ ແລະ ແອບພລິເຄເຊັນຫລາຍເທື່ອແລ້ວວ່າຕ້ອງຈົດທະບຽນ ຖ້າບໍ່ຕ້ອງການສ່ຽງຖືກປິດກັ້ນການນຳໃຊ້, ຂ້າພະເຈົ້າໃຫ້ເວລາພວກເຂົາມາແຕ່ 6 ເດືອນກ່ອນ” ທ່ານ ເຊມູເອລ ອາບຣິຈານີ ຜູ້ອຳນວຍການສຳນັກງານແອບພລິເຄຊັນຂໍ້ມູນຂ່າວສານ ສັງກັດກະຊວງການສື່ສານ ແລະ ຂໍ້ມູນຂ່າວສານ ເຜີຍຕໍ່ສື່ມວນຊົນໃນວັນທີ 19 ກໍລະກົດ.
ການຈົດທະບຽນນີ້ເປັນສ່ວນໜຶ່ງໃນຂໍ້ບັງຄັບໃໝ່ຂອງອິນໂດເນເຊຍທີ່ມີຜົນບັງຄັບໃຊ້ນັບແຕ່ເດືອນມັງກອນ 2022 ເຊິ່ງກຳນົດໃຫ້ແພກຟອມເຕັກໂນໂລຊີທັງໝົດຕ້ອງມີໃບອະນຸຍາດຈຶ່ງຈະສາມາດໃຫ້ບໍລິການໃນອິນໂດເນເຊຍໄດ້ ແລະ ເປີດທາງໃຫ້ທາງການສາມາດສັ່ງການແພກຟອມລົບເນື້ອໃນທີ່ຜິດກົດໝາຍ, ບໍ່ເໝາະສົມ ແລະ “ລົບກວນຄວາມສະຫງົບຮຽບຮ້ອຍຂອງສາທາລະນະ” ພາຍໃນ 4 ຊົ່ວໂມງຖ້າຖືວ່າຮີບດ່ວນ ແລະ ພາຍໃນ 24 ຊົ່ວໂມງຖ້າບໍ່ຮີບດ່ວນ.
ທັງນີ້, ລັດຖະບານອິນໂດເນເຊຍກຳລັງພະຍາຍາມຫລຸດການເຜີຍແຜ່ຂໍ້ມູນປອມ ແລະ ຕົວະຍົວະຫລອກລວງ ໂດຍສະເພາະກ່ອນໜ້າການເລືອກຕັ້ງທົ່ວໄປທີ່ຈະມີຂຶ້ນໃນປີ 2024.