ເອຊຽນເກມ 2022 ປະກາດຈັດ 23 ກັນຍາ-8 ຕຸລາ ປີ 2023 ຫລັງຈາກເລື່ອນຫນີໂຄວິດ
July 20, 2022 - 8:59 AM

ພາຍຫລັງທີ່ ເອຊຽນເກມ ຄັ້ງທີ 19 ຫລື ‘‘ ຫາງໂຈເກມ’’ ເຊິ່ງຕາມກຳນົດເກ່ົາທີ່ຈະຈັດການແຂ່ງຂັນລະຫວ່າງວັນທີ 10-25 ກັນຍານີ້ ແຕ່ຕ້ອງຖືກເລື່ອນອອກໄປ ເນື່ອງຈາກສະຖານະການໂຄວິດ-19 ທີ່ຍັງບໍ່ຄ່ອຍດີ ແລະຍັງມີການປະກາດກຳນົດວັນ ທີທີ່ແນ່ນອນ ອອກມາ.
ຫລ້າສຸດມີລາຍງານວ່າ ສະພາໂອລິມປິກແຫ່ງເອເຊຍ (OCA) ແລະຝ່າຍຈັດການແຂ່ງຂັນ ເອຊຽນເກມ 2022 ໄດ້ກຳນົດການໃຫມ່ ອອກມາແລ້ວ ໂດຍຈະຈັດລະຫວ່າງວັນທີ 23 ກັນຍາ – 8 ຕຸລາ ໃນປີ 2023 ທີ່ເມືອງ ຫາງໂຈ ປະເທດຈີນຄືເກ່ົາ.
ເມື່ອເດືອນເມສາຜ່ານມາ ຝ່າຍຈັດການແຂ່ງຂັນໄດ້ອອກມາຢືນຢັນແລ້ວວ່າ ສະຫນາມແຂ່ງຂັນກິລາທັງ 56 ແຫ່ງຢູ່ໃນສະພາບ ສົມບູນພ້ອມຕໍ່ການໃຊ້ງານທັງຫມົດແລ້ວ.