9 ສິ່ງທີ່ທ່ານຈະເລີ່ມເຂົ້າໃຈເມື່ອອາຍຸຫລາຍຂຶ້ນ.
July 21, 2022 - 5:06 PM

- ໝູ່ເພື່ອນຈະໜ້ອຍລົງທຸກມື້ : ປະສົບການຊີວິດຈະສອນເຮົາໄດ້ເປັນຢ່າງດີວ່າ ເມື່ອຮອດຈຸດໃດຈຸດໜຶ່ງ ຈະຕ້ອງມີຫລາຍຄົນທີ່ເຮົາຄວນຮັກສາໄວ້, ຫລາຍຄົນທີ່ເຮົາຄວນອອກຫ່າງຈາກຊີວິດ ແລະ ຈະບໍ່ເອົາໃຈໃສ່ກັບການມີໝູ່ເພື່ອນຫລວງຫລາຍ, ແຕ່ຈະໃຫ້ຄວາມສຳຄັນກັບໝູ່ເພື່ອນທຳມະດາທີ່ເຕັມໄປດ້ວຍຄຸນນະພາບ.
- ຍາດຕິພີ່ນ້ອງເລີ່ມທະຍອຍຈາກໄປເລື້ອຍໆ : ຈຶ່ງເລີ່ມເຂົ້າໃຈວ່າບໍ່ມີຄວາມສຳເລັດໃດທົດແທນຄວາມລົ້ມເຫລວຂອງຄອບຄົວໄດ້, ການຈາກລາເປັນເລື່ອງທຳມະຊາດ ແຕ່ກ່ອນຈາກຄວນມີຄວາມຊົງຈຳທີ່ດີຕໍ່ກັນ ເມື່ອຈາກກັນຈະໄດ້ບໍ່ເສຍດາຍ.
- ຝຶກເຮັດໂຕເອງໃຫ້ມີຄວາມສຸກກັບປັດຈຸບັນ : ເພາະມັນສຳຄັນທີ່ສຸດ ເຊິ່ງທ່ານບໍ່ສາມາດຮູ້ໄດ້ເລີຍວ່າ ມື້ອື່ນ ກັບ ຊາດໜ້າ ບໍ່ຮູ້ອັນໃດຈະມາກ່ອນກັນ. ສະນັ້ນ, ການບໍ່ຄາດຫວັງຫລາຍເກີນໄປ ກໍຈະບໍ່ເຮັດໃຫ້ທ່ານເປັນທຸກ.
- ທັດສະນະຄະຕິເລື່ອງຄວາມຮັກ : ເມື່ອອາຍຸຫລາຍຂຶ້ນກໍບໍ່ໄດ້ຕ້ອງການຄວາມຫລວງຫລາຍ ຫລື ສົມບູນແບບດີເລີດ ຫລື ການທຸ້ມເທຫຍັງແບບໄຮ້ເຫດຜົນ ແລະ ອາດຈະຕ້ອງການພຽງຄວາມສະບາຍໃຈທີ່ເຂົາຮັບໃນຄວາມເປັນເຮົາໄດ້ ແລະ ບໍ່ຖິ້ມປະກັນໃນມື້ທີ່ມີບັນຫາ.
- ຄວາມຕາຍຫຍັບເຂົ້າມາໃກ້ເຮົາເລື້ອຍໆ : ຢ່າໄປຄິດຫລາຍວ່າຈະຕ້ອງມີສິ່ງນັ້ນສິ່ງນີ້, ຢ່າໄປບ້ານຳຄວາມຝັນທີ່ເຮັດບໍ່ໄຫວ ບາງເທື່ອການກຽມໃຈໄວ້ກໍອາດດີ ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທຳຮ້າຍຕົນເອງ ແຕ່ໝາຍຄວາມວ່າເຮົາບໍ່ປະໝາດກັບຊີວິດ.
- ເຊົາຖືຊາຄຳຄົນ ເຊົາອິດສາຄົນອື່ນ : ໃຊ້ຊີວິດໃນແບບຂອງເຮົາໄດ້ແລ້ວ ພຽງແຕ່ຮັບຜິດຊອບມັນໃຫ້ໄດ້ກໍພຽງພໍ, ຄຳຄົນຖ້າບໍ່ຮັບມັນ ມັນກໍຈະສະທ້ອນກັບໄປຫາຄົນຜູ້ນັ້ນຢູ່ແລ້ວ ແລະ ສິ່ງສຳຄັນເຮົາກໍບໍ່ຄວນໄປອິດສາຊີວິດໃຜ ເພາະຄົນເຮົາເກີດມາລ້ວນມີຕົ້ນທຶນຊີວິດແຕກຕ່າງກັນ.
- ສຸຂະພາບເປັນສິ່ງທີ່ສຳຄັນທີ່ສຸດ : ເພາະຖ້າມັນເປ່ເພເສື່ອມໂຊມແລ້ວ ບໍ່ມີອະໄຫລ່ປ່ຽນ ເຖິງຈະມີກໍບໍ່ມີທາງຈະຄືເກົ່າ, ຢ່າຖືເບົາວ່າຕົນເອງບໍ່ເປັນຫຍັງງ່າຍໆ ການເບິ່ງແຍງດູແລຕົນເອງເປັນສິ່ງທີ່ສຳຄັນຫລາຍ.
- ຄວາມແຕກຕ່າງແມ່ນສິ່ງສວຍງາມ : ດອກໄມ້ໃນສວນຖ້າມີສີດຽວກັນທັງໝົດ ຄວາມສວຍງາມກໍຄົງບໍ່ຫລາຍປານໃດ, ແຕ່ຖ້າມັນມີຄົນລະສີ ແລະ ເຕັມໄປດ້ວຍການເບັ່ງບານ ສວນນັ້ນຈະງົດງາມຫລາຍໆ ບໍ່ຄືຄົນອື່ນບໍ່ແມ່ນວ່າເຮົາຈະບໍ່ມີຄຸນຄ່າ ເຮົາລ້ວນແຕ່ງາມໃນຮູບແບບຂອງເຮົາເອງ ຢ່າລືມເປັນໃນແບບຂອງຕົວເອງ.
- ຫລັງຈາກເຮົາຕາຍໄປ 10 ປີ ໂລກກໍຈະລືມເຮົາ : ຢ່າລືມໃຊ້ຊີວິດໃນແບບທີ່ຢາກໃຊ້, ຢ່າລືມເປັນໃນແບບທີ່ຢາກເປັນ, ຢ່າລືມເຮັດໃນສິ່ງທີ່ຢາກເຮັດ, ບໍ່ຮູ້ວ່າເຮົາຈະເກີດໄດ້ອີກຈັກເທື່ອ ແຕ່ການໄດ້ເກີດມາ ແລະ ເຮັດໃນສິ່ງທີ່ຢາກເຮັດ ແລະ ຫລົງເຫລືອຫຍັງໄວ້ແດ່ນັ້ນ ແມ່ນຄຸນຄ່າຊີວິດຂອງການໄດ້ເກີດມາ.