ຫວຽດນາມ ຊ່ວຍສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານຄອຍ ມູນຄ່າ 7 ຕື້ດົງ

ຫວຽດນາມ ຊ່ວຍສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານຄອຍ ມູນຄ່າ 7 ຕື້ດົງ - 295292596 769650444483658 1054721612803191844 n - ຫວຽດນາມ ຊ່ວຍສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານຄອຍ ມູນຄ່າ 7 ຕື້ດົງ
ຫວຽດນາມ ຊ່ວຍສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານຄອຍ ມູນຄ່າ 7 ຕື້ດົງ - kitchen vibe - ຫວຽດນາມ ຊ່ວຍສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານຄອຍ ມູນຄ່າ 7 ຕື້ດົງ

ພິທີມອບ-ຮັບ ອາຄານຮຽນຫຼັງໃໝ່ ໂດຍການຊ່ວຍເຫຼືອຂອງແຂວງທ້າຍຫງວຽນ ສສ ຫວຽດນາມ ມູນຄ່າ 7 ຕື້ດົງ (ສະກຸນເງິນຫວຽດນາມ) ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ທີ່ໂຮງຮຽນມັດທະຍົມຕອນຕົ້ນບ້ານຄອຍ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ເປັນກຽດກ່າວມອບຂອງ ທ່ານ ເຢືອງວັນຕ້ຽນ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຂົນຂວາຍແຂວງທ້າຍຫງວຽນ ສສ ຫວຽດນາມ, ກ່າວຮັບໂດຍ ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງຫຼວງພະບາງ, ມີຄະນະນຳທັງສອງແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການກໍ່ສ້າງອາຄານຮຽນຫຼັງໃໝ່ ເປັນໂຄງການນຳໃຊ້ທຶນຊ່ວຍເຫຼືອຂອງແຂວງທ້າຍຫງວຽນ ສສ ຫວຽດນາມ ລວມມູນຄ່າການກໍ່ສ້າງທັງໝົດ 7 ຕື້ດົງ ໂດຍແມ່ນພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ 86 ທີ່ປຶກສາ, ສຳຫຼວດອອກແບບ ແລະ ກໍ່ສ້າງເຄຫາສະຖານເປັນຜູ້ຮັບເໜົາກໍ່ສ້າງ ຊຶ່ງເປັນອາຄານ 2 ຊັ້ນ, ມີ 8 ຫ້ອງຮຽນ, ໂຄງສ້າງເບຕົງເສີມເຫຼັກ, ກໍ່ດ້ວຍດິນຈີ່, ເພ ດານຍິບຊໍາ, ຫຼັງຄາມຸງດ້ວຍກະເບື້ອງ, ແຕ່ລະຫ້ອງປະກອບມີອຸປະກອນຄົບຊຸດ, ອາຄານມີຂະໜາດ 10,5 x 32 ແມັດ, ມີຫ້ອງນໍ້າ 7 ຫ້ອງ ໃນນີ້ສຳລັບຄົນພິການ 1 ຫ້ອງ, ເລີ່ມກໍ່ສ້າງມາແຕ່ປີ 2019 ມາຮອດເດືອນສິງຫາປີ 2020 ໄດ້ສຳເລັດ 100% ໃຊ້ເວລາກໍ່ສ້າງ 15 ເດືອນ ແລະ ໄດ້ມອບໃຫ້ເຈົ້າຂອງໂຄງການນຳໃຊ້ໃນວັນທີ 10 ກັນຍາ 2020 ເປັນຕົ້ນມາ.

ທ່ານ ສຸກັນ ບຸນຍົງ ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ມາຍັງຄະນະນຳຂອງແຂວງທ້າຍຫງວຽນ ທີ່ໄດ້ໃຫ້ການສະໜັບສະໜູນໂດຍສະເພາະໃຫ້ທຶນໃນການກໍ່ສ້າງອາຄານຮຽນຫຼັງໃໝ່, ການມອບ-ຮັບອາຄານຮຽນແຫ່ງນີ້ ເປັນໂຮງຮຽນມິດຕະພາບລະຫວ່າງແຂວງທ້າຍຫງວຽນ ແລະ ແຂວງຫຼວງພະບາງ ຊຶ່ງຢູ່ໃນໄລຍະເວລາແຫ່ງການສະເຫຼີມສະຫຼອງ 2 ວັນປະຫວັດສາດລາວ-ຫວຽດນາມ ກໍຄື: ວັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມືລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດ ນາມ ຄົບຮອບ 60 ປີ ຊຶ່ງການຊ່ວຍເຫຼືອດັ່ງກ່າວສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບຂອງ 2 ຊາດລາວ-ຫວຽດນາມ ທີ່ເປັນມູນເຊື້ອອັນໂດດເດັ່ນ ສະເໝີຕົ້ນສະເໝີປາຍຂອງສອງຊາດ ແລະ ຈະນຳໃຊ້ອາຄານຮຽນເພື່ອພັດທະນາຊັບພະຍາກອນມະນຸດໃຫ້ເກີດດອກອອກຜົນ ແລະ ມີຜົນປະໂຫຍດສູງສຸດແກ່ສັງຄົມ, ເພື່ອເປັນບ່ອນສ້າງຄັງຄວາມຮູ້, ຄວາມສາມາດໃຫ້ແກ່ນັກຮຽນ, ສ້າງໃຫ້ເຂົາເຈົ້າມີນໍ້າໃຈຮັກຊາດ ຮັກມິດຕະພາບ ແລະ ເປັນເຈົ້າເສີມຂະຫຍາຍສາຍພົວພັນຂອງ 2 ຊາດລາວ-ຫວຽດນາມ ໃນອະນາຄົດ. ພ້ອມນີ້ ທ່ານ ເຢືອງວັນຕ້ຽນ ຍັງໄດ້ກ່າວມອບເຄື່ອງຄອມພີວເຕີໃຫ້ແກ່ໂຮງຮຽນຕື່ມອີກ.

ຫວຽດນາມ ຊ່ວຍສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານຄອຍ ມູນຄ່າ 7 ຕື້ດົງ - 3 - ຫວຽດນາມ ຊ່ວຍສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານຄອຍ ມູນຄ່າ 7 ຕື້ດົງ
ຫວຽດນາມ ຊ່ວຍສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານຄອຍ ມູນຄ່າ 7 ຕື້ດົງ - 4 - ຫວຽດນາມ ຊ່ວຍສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານຄອຍ ມູນຄ່າ 7 ຕື້ດົງ
ຫວຽດນາມ ຊ່ວຍສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານຄອຍ ມູນຄ່າ 7 ຕື້ດົງ - 5 - ຫວຽດນາມ ຊ່ວຍສ້າງໂຮງຮຽນມັດທະຍົມຕອນຕົ້ນ ບ້ານຄອຍ ມູນຄ່າ 7 ຕື້ດົງ