ປິດຊົ່ວຄາວປໍ້ານໍ້າມັນຢູ່ນະຄອນປາກເຊ 5 ປໍ້າ ຍ້ອນຂາຍເກີນລາຄາ

ວັນທີ 18 ກໍລະກົດ 2022 ຜ່ານມາ, ເຈົ້າໜ້າທີ່ກວດການການຄ້າ ຂະແໜງການຄ້າພາຍໃນ ຮ່ວມກັບ ຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ໄດ້ເຄື່ອນໄຫວຕິດຕາມ, ກວດກາປໍ້ານໍ້າມັນຢູ່ນະຄອນປາກເຊ 26 ປໍ້າ ຜ່ານການກວດກາຕົວຈິງ ເຫັນວ່າປໍ້ານໍ້າມັນທີ່ເປີດໃຫ້ບໍລິການ ມີ 21 ປ້ໍາ ແລະ ຢຸດບໍລິການຊົ່ວຄາວ 6 ປໍ້າ. ພ້ອມດຽວກັນ, ໄດ້ກວດກາພົບເຫັນປໍ້ານໍ້າມັນທີ່ຂາຍຕາມລາຄາລັດກໍານົດ ມີ 16 ປ້ໍາ ແລະ ຂາຍເກີນລາຄາທີ່ລັດກໍານົດມີ 5 ປ້ໍາ.
ສໍາລັບປໍ້ານໍ້າມັນ 5 ປ້ໍາ ທີ່ຂາຍນໍ້າມັນເຊື້ອໄຟເກີນລາຄາທີ່ລັດກໍານົດ ນັ້ນ, ເຈົ້າໜ້າທີ່ກວດກາການຄ້າ ໄດ້ສ້າງບົດບັນທຶກ ແລະ ສຶກສາອົບຮົມເຈົ້າຂອງປ້ໍາ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ລະບຽບການທີ່ກໍານົດໄວ້. ພ້ອມນີ້ ເຈົ້າໜ້າທີ່ ກໍໄດ້ໜີບກົ່ວໃສ່ຫົວຈ່າຍ ບໍ່ໃຫ້ຈໍາໜ່າຍ ຈົນກ່ວາຈະມີທິດຊີ້ນໍາຈາກຂັ້ນເທິງ ແລະ ຈະຕ້ອງໄດ້ຈ່າຍຄ່າປັບໃໝ 5 ລ້ານກີບ/ປໍ້າ, ຕາມທີ່ໄດ້ລະບຸໄວ້ ໃນມາດຕາ 82 ຂອງດໍາລັດນາຍົກລັດຖະມົນຕີ ເລກທີ 331/ນຍ, ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ.
ການເຄື່ອນໄຫວຕິດຕາມ, ກວດກາປໍ້ານໍ້າມັນຢູ່ນະຄອນປາກເຊ ແລະ ເມືອງບາຈຽງຈະເລີນສຸກ ຄັ້ງນີ້ ແມ່ນອີງຕາມດໍາລັດຂອງນາຍົກລັດຖະມົນຕີ ເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 ວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ; ອີງຕາມຂໍ້ຕົກລົງຂອງພະແນກອຸດສາຫະກໍາ ແລະ ການຄ້າແຂວງ ເລກທີ 2537/ພອກ.ຈສ, ລົງວັນທີ 20 ພຶດສະພາ 2022 ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບກວດກາການນໍາເຂົ້ານໍ້າມັນເຊື້ອໄຟ, ກວດສາງເກັບນໍ້າມັນເຊື້ອໄຟ ແລະ ປໍ້າຫົວຈ່າຍນໍ້າມັນເຊື້ອໄຟ ໃນທົ່ວແຂວງຈໍາປາສັກ.
ນອກນີ້ ເຈົ້າໜ້າທີ່ກວດການການຄ້າ ຂະແໜງການຄ້າພາຍໃນ, ຂະແໜງຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຍັງຈະປະສານສົມທົບກັບຫ້ອງການອຸດສາຫະກໍາ ແລະ ການຄ້າບັນດາເມືອງ ເພື່ອສືບຕໍ່ເຄື່ອນໄຫວຕິດຕາມ, ກວດກາປໍ້ານໍ້າມັນຢູ່ 8 ເມືອງ ຕື່ມອີກ.