ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍ ກຽມເຂົ້າພົບທ່ານ ສີຈິ້ນຜິງ ອາທິດໜ້າ ໃນຖານະຜູ້ນຳຕ່າງປະເທດ ຄົນທຳອິດທີ່ຈີນຍອມໃຫ້ເຂົ້າພົບໃນຮອບ 2 ປີ

ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດເນເຊຍ ກຽມເດີນທາງເຂົ້າພົບປະທານປະເທດ ສີຈິ້ນຜິງ ຂອງຈີນ ໃນວັນທີ 25-26 ກໍລະກົດນີ້ ໂດຍທ່ານ ວີໂດໂດ ຖືເປັນຜູ້ນຳຈາກຕ່າງປະເທດຄົນທຳອິດທີ່ທາງການຈີນຍອມໃຫ້ເຂົ້າພົບແບບຕົວຕໍ່ຕົວໃນຮອບ 2 ປີ ເຊິ່ງສື່ລະບຸວ່າ: ນີ້ອາດເປັນການສົ່ງສັນຍານທີ່ສຳຄັນວ່າຈີນຍອມຫລຸດຜ່ອນມາດຕະການສະກັດໂຄວິດທີ່ເຂັ້ມງວດລົງ ເພື່ອຮັດແໜ້ນການພົວພັນທາງການທູດກັບປະເທດອື່ນໆ.
ທ່ານ ຫວັງເຫວິນປິນ ໂຄສົກກະຊວງການຕ່າງປະເທດຈີນ ກ່າວວ່າ: ທ່ານ ວີໂດໂດ ໄດ້ຮັບຄຳເຊີນຈາກທ່ານ ສີຈິ້ນຜິງ ໃຫ້ເດີນທາງມາຢ້ຽມຢາມດ້ວຍຕົນເອງ ໂດຍທ່ານຈະໄດ້ເຂົ້າຮ່ວມປະຊຸມກັບທ່ານ ສີຈິ້ນຜິງ ແລະ ທ່ານ ຫລີເຄີສຽງ ນາຍົກລັດຖະມົນຕີຈີນ ໃນອາທິດໜ້າ ເພື່ອແລກປ່ຽນຄວາມຄິດເຫັນກ່ຽວກັບການພົວພັນລະດັບທະວີພາຄີ ຕະຫລອດຈົນບັນຫາຫລັກໆໃນລະດັບພາກພື້ນ ແລະ ລະດັບໂລກ.
ທັງນີ້, ສື່ເບິ່ງວ່າການເດີນທາງຢ້ຽມຢາມຂອງທ່ານ ວີໂດໂດ ຖືເປັນການສົ່ງສັນຍານຄັ້ງສຳຄັນວ່າຈີນໄດ້ເລີ່ມເປີດປະຕູຮັບຜູ້ນຳຈາກຕ່າງປະເທດເພີ່ມຂຶ້ນ ຫລັງຈາກບໍ່ໄດ້ຕ້ອນຮັບແຂກບ້ານແຂກເມືອງມານັບແຕ່ໂຄວິດເລີ່ມລະບາດຮຸນແຮງໃນປີ 2020 ຍົກເວັ້ນໃນໄລຍະການຈັດມະຫະກຳໂອລິມປິກລະດູໜາວໃນເດືອນກຸມພາ ເຊິ່ງຈີນໄດ້ເປີດປະເທດຕ້ອນຮັບຜູ້ນຳຈາກຕ່າງປະເທດດ້ວຍຄວາມລະມັດລະວັງ.
ປັດຈຸບັນ ອິນໂດເນເຊຍດຳລົງຕຳແໜ່ງປະທານກຸ່ມປະເທດອຸດສາຫະກຳຊັ້ນນຳຂອງໂລກ ຫລື G20 ແລະ ຈະຮັບໜ້າທີ່ເປັນເຈົ້າພາບຈັດກອງປະຊຸມສຸດຍອດຜູ້ນຳກຸ່ມ G20 ຢູ່ບາຫລີໃນວັນທີ 15-16 ພະຈິກນີ້.
ຄັ້ງສຸດທ້າຍທີ່ທ່ານ ສີຈິ້ນຜິງ ໄດ້ເດີນທາງຢ້ຽມຢາມຕ່າງປະເທດດ້ວຍຕົນເອງຄືເດືອນມັງກອນ 2020 ກ່ອນຈະລັອກດາວນະຄອນອູ່ຮັ່ນ ແລະ ມີການເດີນທາງຢ້ຽມຢາມຮົງກົງເພື່ອຮ່ວມພິທີສາບານຕົນເຂົ້າຮັບຕຳແໜ່ງຂອງທ່ານ ຈອນ ລີ ຜູ້ບໍລິຫານສູງສຸດຄົນໃໝ່ຂອງຮົງກົງ ໃນວັນທີ 1 ກໍລະກົດ
ອ້າງອີງ: