ອາເຊນອລ ຄວ້າ ຊິນເຊນໂກ ເສີມຫລັງຮຽບຮ້ອຍແລ້ວ
July 23, 2022 - 9:54 AM

ອາເຊນອລ ເປີດຕົວສະຫລອງໄດ້ ໂອເລັກຊານເດີ ຊິນເຊນໂກ ກອງຫລັງຈອມບຸກຂອງ ແມນເຊສເຕີ ຊິຕີ ມາເສີມຫລັງຮຽບ ຮ້ອຍແລ້ວ.
ອາເຊນອລ ບໍ່ໄດ້ເປີດວ່າ ຊິນເຊນໂກ ເຊັນສັນຍາໃນຖິ່ນ ເອມີເຣດ ຈັກປີ ໂດຍລະບຸພຽງວ່າ ເປັນການເຊັນສັນຍາໄລຍະຍາວ ຂະນະທີ່ The Athletic ສື່ຊື່ດັງເປີດເຜີຍວ່າ ດາວເຕະອາຍຸ 25 ປີ ຫນ້າຈະເຊັນສັນຍາກັບອາເຊນອລ ຈົນເຖິງປີ 2026.
ຊິນເຊນໂກ ເຊິ່ງມີຄ່າຕົວໃນການຍ້າຍສັງກັດຄັ້ງນີ້ທີ 30 ລ້ານປອນ ບວກໂບນັສອີກ 2 ລ້ານປອນ ກ່າວວ່າ : ‘‘ ຂ້ອຍເປັນແຟນບານ ຕົວຈິງຂອງອາເຊນອລມາຕັ້ງແຕ່ເປັນເດັກນ້ອຍ ຕັ້ງແຕ່ ເທຍຣີ ອອງຣີ ແລະ ເຊສ ຟາເບຣກັສ ຍັງຫລິ້ນຢູ່ນີ້ ຂ້ອຍມີຄວາມ ສຸກທີ່ໄດ້ເບິ່ງເກມຂອງອາເຊນອລ ແລະ ເລີ່ມຫລັງຮັກສະໂມສອນແຫ່ງນີ້ ຂ້ອຍຈຶ່ງຮູ້ສຶກຕື່ນເຕັ້ນ ແລະ ບໍ່ຢາກຄອຍຖ້າທີ່ຈະລົງ ຫລິ້ນໃຫ້ສະໂມສອນທີ່ສຸດຍອດແຫ່ງນີ້ແລ້ວ ’’.