ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ

ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ -                             - ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ
ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ - kitchen vibe - ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ

ໂດຍ: ທິດກໍ່າ

ເຖິງວ່າວັນແມ່ຍິງລາວ 20 ກໍລະກົດ ໄດ້ຜ່ານພົ້ນໄປບໍ່ພໍເທົ່າໃດວັນກໍຕາມ, ແຕ່ວັນດັ່ງກ່າວກໍຍັງເປັນວັນຈົດຈຳລຳລຶກໃນຈິດໃຈຂອງຄົນລາວທັງປວງປະເທດ ໂດຍສະເພາະແມ່ນແມ່ຍິງລາວໃນທົ່ວປະເທດ. ຄືດັ່ງທີ່ຮູ້ກັນດີແລ້ວວ່າ, ວັນທີ 20 ເດືອນກໍລະກົດຂອງທຸກໆປີແມ່ນເປັນວັນແມ່ຍິງລາວ. ປີນີ້ຖືວ່າມີອາຍຸໄດ້ 67 ປີພໍດີ (20/7/1955-20/7/2022). ຕະຫລອດໄລຍະ 67 ປີ ແມ່ຍິງລາວໄດ້ມີຜົນງານໂດດເດັ່ນ ແລະ ໃຫຍ່ຫລວງຕໍ່ປະເທດຊາດບ້ານເມືອງຂອງພວກເຮົາຢ່າງຫລວງຫລາຍ. ຍ້ອນສິດ, ໜ້າທີ່, ພາລະບົດບາດ ແລະ ພາລະກຳປະຫວັດສາດຂອງແມ່ຍິງລາວມີຄວາມຊະໜິດຕິດພັນກັບພາລະກິດຂອງຊາດພັກ ແລະ ລັດຖະບານ ຈຶ່ງໄດ້ຍົກສູງ ແລະ ໃຫ້ຄວາມສຳຄັນເປັນຢ່າງຍິ່ງຕໍ່ບົດບາດແມ່ຍິງລາວຈຶ່ງສະຖາປະນາໃຫ້ມີວັນແມ່ຍິງລາວ ໂດຍກຳນົດເອົາວັນທີ 20 ເດືອນກໍລະກົດ 1955 ນັບແຕ່ນັ້ນມາ

ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ - Visit Laos Visit SALANA BOUTIQUE HOTEL - ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ
ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ - Visit Laos Visit SALANA BOUTIQUE HOTEL - ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ

ເມື່ອເອີ່ຍເຖິງພາລະກິດ, ຜົນງານ ແລະ ຄຸນງາມຄວາມດີຂອງແມ່ຍິງລາວນັບແຕ່ອະດີດຈົນມາຮອດປັດຈຸບັນແມ່ນສຸດທີ່ໃຫຍ່ຫລວງ ແລະ ໜ້າຊື່ນຊົມຍິນດີເປັນຢ່າງຍິ່ງ ເປັນຕົ້ນໃນສະໄໝສົງຄາມຕໍ່ສູ້ກູ້ຊາດ ແມ່ຍິງລາວໄດ້ເປັນກຳລັງແຮງໃນການຕໍ່ສູ້ຕີຕ້ານສັດຕູຂອງຊາດເຊັ່ນ: ເປັນທະຫານ, ເປັນພະນັກງານ, ເປັນກອງລຳລຽງ, ເປັນກຳລັງການຜະລິດ ແລະ ເປັນໄດ້ທຸກສິ່ງທຸກຢ່າງທີ່ການປະຕິວັດຮຽກຮ້ອງຕ້ອງການ.

ດັ່ງບົດບາດຊື່ສຽງໂດ່ງດັງໃນຍຸກສົງຄາມມາຮອດທຸກວັນນີ້ແມ່ນມີກອງກຳລັງໄຟເພດຍິງທີ່ໄດ້ຄຽງບ່າຄຽງໄຫລ່ກັບກຳລັງທະຫານເພດຊາຍຕີຕ້ານສັດຕູແບບບໍ່ນ້ອຍໜ້າ ແລະ ພິລະອາດຫານທີ່ສຸດຈົນມາຮອດປັດຈຸບັນໄດ້ມີນັກຮົບວິລະຊົນແຫ່ງຊາດເພດຍິງໃນທົ່ວປະເທດເຖິງ 23 ຄົນ ແລະ ມີນັກຮົບແຂ່ງຂັນໃນທົ່ວປະເທດ 25 ຄົນ. ນີ້ກໍສະແດງໃຫ້ເຫັນວ່າ ແມ່ຍິງລາວມີນ້ຳໃຈເດັດດ່ຽວໜຽວແໜ້ນ, ພິລະອາດຫານ ແລະ ບໍ່ຍອມຈຳນົນຕໍ່ສັດຕູຜູ້ມາຮຸກຮານ.

ພໍຕົກມາໃນສະໄໝສ້າງສາພັດທະນາປະເທດຊາດ ແມ່ຍິງລາວຍິ່ງກາຍເປັນກຳລັງແຮງອັນສຳຄັນ ແລະ ໃຫຍ່ຫລວງທີ່ສຸດໃນພາລະກິດສ້າງສາພັດທະນາປະເທດຊາດ ເປັນຕົ້ນເປັນພະນັກງານ, ທະຫານ, ຕຳຫລວດ, ເປັນກຳມະກອນ, ຊາວກະສິກອນ, ເປັນວິສະວະກອນ, ເປັນນັກທຸລະກິດ, ນັກອອກແບບ, ນັກຊ່ຽວຊານ, ນັກສະແດງ, ເປັນແມ່ຄ້າຊາວຂາຍ ແລະ ນາໆອາຊີບອື່ນໆທີ່ແມ່ຍິງມີຄວາມສາມາດເຮັດໄດ້, ແຕ່ອັນສຳຄັນພິເສດສຸດໆກໍແມ່ນເປັນພົນລະເມືອງດີຂອງຊາດ, ເປັນແມ່ທີ່ດີຂອງລູກ ແລະ ເປັນແມ່ເຮືອນທີ່ດີຂອງຄອບຄົວ. ມາຮອດປັດຈຸບັນແມ່ຍິງລາວໄດ້ກາຍເປັນຈຸລັງອັນສຳຄັນໃຫຍ່ຫລວງໃນການປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ ບໍ່ວ່າໃນດ້ານການເມືອງ, ເສດຖະກິດ ແລະ ສັງຄົມ, ວັດທະນະທຳ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ.

ອີກປະການໜຶ່ງ ແມ່ຍິງລາວຍັງເປັນຜູ້ທີ່ຮັກສາໄດ້ເອກະລັກຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດໄວ້ໄດ້ຢ່າງໝັ້ນຄົງ ເປັນຕົ້ນການນຸ່ງສິ້ນ, ເສື້ອ, ຜ້າໄໝບ່ຽງແພ ເຊິ່ງກາຍເປັນເອກະລັກອັນໂດດເດັ່ນສະເພາະຕົວຂອງແມ່ຍິງລາວ ບໍ່ວ່າໃນຍຸກໃດສະໄໝໃດ.

ແຕ່ແນວໃດກໍດີ, ອີງໃສ່ສະພາບການປ່ຽນແປງຂອງໂລກ ແລະ ຂະບວນວິວັດຂອງສັງຄົມໃນປັດຈຸບັນ ຍັງມີແມ່ຍິງຈຳນວນບໍ່ໜ້ອຍໄດ້ຕົກຢູ່ໃນອະບາຍຍະມຸກກະທຳຜິດກົດໝາຍ, ພົວພັນຢາເສບຕິດ, ຕົວະຕົ້ມຫລອກລວງ, ຂີ້ລັກມັກຈົກ ແລະ ສໍ້ໂກງເອົາຊັບສິນຂອງຄົນອື່ນ. ດັ່ງຕົວຢ່າງໃນມໍ່ໆມານີ້ກໍແມ່ນກໍລະນີ !! ເຈ້ທິບ !! ທີ່ພວມເປັນກະແສໂດ່ງດັງໃນສັງຄົມຫລາຍສົມຄວນ.

ເພາະສະນັ້ນ, ເພື່ອຮັກສາກຽດສັກສີ ແລະ ມູນເຊື້ອອັນດີງາມຂອງແມ່ຍິງລາວໃຫ້ສູງເດັ່ນຂຶ້ນເລື້ອຍໆ ແມ່ຍິງບັນດາເຜົ່າທຸກຄົນຕ້ອງດຸໝັ່ນ ແລະ ຝຶກຝົນຫລໍ່ຫລອມຕົນເອງໃຫ້ເປັນພົນລະເມືອງດີຂອງຊາດ ສົມກັບວ່າແມ່ຍິງລາວເປັນແມ່ຍິງເຮືອນ 3 ນ້ຳ 4 ຕາມຕຳລາບູຮານທີ່ໄດ້ກ່າວໄວ້.

ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ - 5 - ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ
ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ - 4 - ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ
ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ - 3 - ເມື່ອນຶກເຖິງບົດບາດແມ່ຍິງລາວ ພວກເຮົາອົດບໍ່ໄດ້ທີ່ຈະຊົມເຊີຍບົດບາດນັ້ນ