WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ

WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ -           8 - WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ
WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ - kitchen vibe - WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ

ອົງການອະນາໄມໂລກປະກາດໃຫ້ການລະບາດຂອງພະຍາດໝາກສຸກລີງ ເປັນສະຖານະການສຸກເສີນທາງສາທາລະນະສຸກແລ້ວ.

Dr. Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ຂອງອົງການອະນາໄມໂລກ (WHO) ເປີດເຜີຍຜົນກອງປະຊຸມຄະນະກຳມະການສຸກເສີນພາຍໃຕ້ການຈັດການດ້ານສາທາລະນະສຸກລະຫວ່າງປະເທດກ່ຽວກັບພະຍາດໝາກສຸກລີງ (Monkeypox) ໃນການປະເມີນວ່າການລະບາດຄັ້ງນີ້ເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນ ຫລື ບໍ່.

WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ - Visit Laos Visit SALANA BOUTIQUE HOTEL - WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ
WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ - Visit Laos Visit SALANA BOUTIQUE HOTEL - WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ

ເຖິງວ່າທາງຄະນະກຳມະການຜູ້ຊ່ຽວຊານບໍ່ໄດ້ມີມະຕິເປັນເອກະພາບ ໂດຍຜູ້ທີ່ເຫັນພ້ອມໃຫ້ປະກາດມີພຽງ 6 ສຽງ ເຊິ່ງເປັນສຽງສ່ວນໜ້ອຍ. ຂະນະທີ່ຜູ້ຄັດຄ້ານມີ 9 ສຽງ ແຕ່ສຸດທ້າຍທາງ WHO ຕັດສິນໃຈປະກາດໃຫ້ພະຍາດໝາກສຸກລີງເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນ ເຊິ່ງເປັນຄຳເຕືອນລະດັບສູງສຸດ.

ປົກກະຕິແລ້ວ, ທາງຜູ້ອຳນວຍການ WHO ມັກຈະອີງໃສ່ການຕັດສິນໃຈຕາມສຽງຂອງຄະນະກຳມະການເປັນຫລັກ, ແຕ່ເທື່ອນີ້ທາງແຫລ່ງຂ່າວຂອງສຳນັກຂ່າວຣອຍເຕີອ້າງວ່າທ່ານຕັດສິນໃຈປະກາດສະຖານະການສຸກເສີນລະດັບສູງສຸດ ເນື່ອງຈາກມີຄວາມກັງວົນກ່ຽວກັບຈຳນວນຜູ້ຕິດເຊື້ອທີ່ເພີ່ມຂຶ້ນ ແລະ ຍັງບໍ່ມີວັກຊີນ ຫລື ຢາປິ່ນປົວພຽງພໍ ຈຶ່ງເຮັດໃຫ້ WHO ຕັດສິນໃຈປະກາດສວນທາງກັບມະຕິສ່ວນຫລາຍ.

ຜ່ານມາ ພະຍາດທີ່ເຄີຍຖືວ່າເປັນສະຖານະການສຸກເສີນດ້ານສາທາລະນະສຸກສາກົນ ໄດ້ແກ່ ພະຍາດໄຂ້ຫວັດໝູ, ພະຍາດໂປລິໂອ, ພະຍາດອີໂບລາ, ພະຍາດໄຂ້ຊິກາ ແລະ ພະຍາດໂຄວິດ-19.

ໂດຍພະຍາດທີ່ກ່າວມາເບື້ອງຕົ້ນຖືວ່າເປັນເຫດການສຸກເສີນດ້ານສາທາລະນະສຸກ ທີ່ກໍ່ໃຫ້ເກີດຄວາມສ່ຽງຕໍ່ປະເທດອື່ນໆ ຈາກການແພ່ລະບາດລະຫວ່າງປະເທດ ແລະ ຕ້ອງອາໄສການຮ່ວມມືຈາກນາໆປະເທດໃນການຮັບມືຕໍ່ເຫດການນັ້ນ.

ປັດຈຸບັນມີການພົບຜູ້ຕິດເຊື້ອໝາກສຸກລີງທົ່ວໂລກ 16.000 ກວ່າກໍລະນີ ໃນ 75 ປະເທດ.

ອ້າງອີງ:

https://www.bbc.com/news/health-62279436

https://www.reuters.com/…/monkeypox-outbreak…/

WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ - 5 - WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ
WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ - 3 - WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ
WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ - 4 - WHO ປະກາດ “ພະຍາດໝາກສຸກລີງ” ເປັນສະຖານະການສຸກເສີນ ດ້ານສາທາລະນະສຸກ