ອຸບັດຕິເຫດລົດເສຍຫລັກຕຳຮ້ານຂາຍເຂົ້າປຽກແຄມທາງ ເຮັດໃຫ້ເຈົ້າຂອງຮ້ານໄດ້ຮັບບາດເຈັບສາຫັດ.

ທ່ານ ພັນຕີ ສຸລິຍາ ພັນທະບູນ ກອງຮ້ອຍຈະລາຈອນເມືອງຈັນທະບູລີ ໄດ້ໃຫ້ຂໍ້ມູນເບື້ອງຕົ້ນກ່ຽວກັບ ອຸບັດເຫດລົດໃຫຍ່ຕຳຮ້ານຂາຍເຂົ້າປຽກຢູ່ຕໍ່ໜ້າໂຮງຮຽນເຈົ້າອານຸວົງ ທ່ານໃຫ້ຮູ້ວ່າ: ໃນເວລາປະມານ 4-5 ໂມງເຊົ້າ ຂອງວັນທີ 23 ກໍລະກົດ 2022 ໄດ້ຮັບແຈ້ງເຫດມີອຸບັດເຫດເກີດຂື້ນຢູ່ບ້ານອານຸ (ຕໍ່ໜ້າໂຮງຮຽນເຈົ້າອານຸວົງ) ເຮັດໃຫ້ມີຄົນບາດເຈັບສາຫັດ, ເມື່ອເຈົ້າໜ້າທີ່ລົງໄປສືບສວນສອບສວນຈຶ່ງຮູ້ວ່າຄົນຂັບລົດເປັນເພດຊາຍ ອາຍຸ 25 ປີ ອາຊີບນັກສຶກສາ ອາໄສຢູ່ບ້ານ ອູບມຸງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ຜູ້ກ່ຽວໄດ້ໄປກິນລ້ຽງສັງສັນຢູ່ຮ້ານບັນເທີງແຫ່ງໜຶ່ງ ເຊິ່ງມຸ່ງໜ້າມາແຕ່ເສັ້ນທາງຕະຫລາດເຊົ້າ ພໍມາຮອດຈຸດເກີດເຫດກໍໄດ້ເສຍຫັກໄປຕຳເອົາເຕັ້ນຮ້ານຂາຍເຂົ້າປຽກຈຳນວນ 3 ເຕັ້ນ ເຮັດໃຫ້ມີຄົນໄດ້ຮັບບາດເຈັບ 1 ຄົນ ເປັນເພດຊາຍ ອາຍຸ 40 ປີ ຢູ່ ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ເປັນເຈົ້າຂອງຮ້ານທີ່ກຳລັງເກັບມ້ຽນເຄື່ອງຮ້ານຢູ່. ສ່ວນສາເຫດຂອງການເກີດອຸບັດເຫດຄັ້ງນີ້ແມ່ນເກີດຈາກດື່ມສິ່ງມຶນເມົາແລ້ວຂັບຂີ່ ແລະ ການໃຊ້ຄວາມໄວເກີນກຳນົດ.