ກອງທັບລາວ – ຈີນ ເປີດການເຝິກຊ້ອມຮ່ວມໃນການຊ່ວຍເຫຼືອມະນຸດສະທໍາ ແລະ ບໍລິການດ້ານການແພດ
July 25, 2022 - 12:54 PM

ໃນວັນທີ 25 ກໍລະກົດ 2022 ນີ້, ຢູ່ທີ່ສະຖານີລົດໄຟ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ຈັດພິທີເປີດການເຝິກຊ້ອມຮ່ວມ ໃນການຊ່ວຍເຫຼືອມະນຸດສະທໍາ ແລະ ບໍລິການດ້ານການແພດ ( ຂະບວນລົດໄຟສັນຕິພາບ 2022 ) ລະຫວ່າງສອງກອງທັບ ລາວ-ຈີນ ຂຶ້ນ , ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປລາວ, ມີ ສະຫາຍ ພັນເອກພິເສດ ເສິນ ຊຸນມິງ ຮອງຫົວໜ້າເສນາຮັກ ກົມຮັບປະກັນພະລາທິການ ຄະນະກໍາມະການທະຫານສູນກາງແຫ່ງ ສປ ຈີນ, ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ກອງທັບປົດປ່ອຍປະຊາຊົນຈີນ, ມີ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ຫົວໜ້າຄະນະຊີ້ນໍາລວມ ການຫັດແອບ, ເຝິກຊ້ອມກອບກູ້ໄພພິບັດ ຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການດ້ານການແພດ ( ຂະບວນລົດໄຟສັນຕິພາບ ປີ 2022 ) ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ, ມີທີ່ປຶກສາທູດປ້ອງກັນຊາດ ສປ ຈີນ ປະຈໍາ ສປປ ລາວ, ພ້ອມດ້ວຍຄະນະຊີ້ນໍາລວມ, ອະນຸກໍາມະການ, ພະນັກງານການແພດເຫຼົ່າຮົບເສນາຮັກຂອງກອງທັບລາວ – ຈີນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຄໍາແພງ ພູມມະແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການ ກອງທັບ ປະຊາຊົນລາວ ໄດ້ລາຍງານກ່ຽວກັບຄວາມພ້ອມຂອງການຫັດແອບ, ເຝິກຊ້ອມໃນຄັ້ງນີ້ວ່າ: ຂະບວນລົດໄຟສັນຕິພາບລາວ-ຈີນ ເລີ່ມຈັດຕັ້ງປະຕິບັດກັນມາແຕ່ປີ 2017, 2018, 2019 ມາຮອດປີ 2020 ຫາ ປີ 2021 ເນື່ອງຈາກໄດ້ມີການແຜ່ລະບາດຂອງພະຍາດ ໂຄວິດ-19 ກິດຈະກໍາດັ່ງກ່າວຈຶ່ງໄດ້ຢຸດເຊົາຊົ່ວຄາວ ແລະ ມາຮອດປີ 2022 ນີ້ ແມ່ນໄດ້ສືບຕໍ່, ພິເສດ ປີນີ້ກອງທັບປົດປ່ອຍປະຊາຊົນຈີນ ໄດ້ນໍາເອົາລົດໄຟການແພດມາຈາກ ສປ ຈີນ 25 ຕູ້ ປະກອບມີ: ລະບົບເຊີດຊູຄົນເຈັບ, ໂຮງໝໍສະໜາມ, ອຸປະກອນການແພດ ແລະ ຫ້ອງວິເຄາະ PCR ມາຈໍາລອງເຫດການ, ການບໍລິການທາງດ້ານການແພດ ແລະ ເພື່ອຊ່ວຍເຫຼືອຜູ້ບາດເຈັບ ຫຼື ຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ແລະ ນໍາສົ່ງໄປໂຮງໝໍແນວຫຼັງ ໃນນີ້ທັງສອງຝ່າຍໄດ້ເອກະພາບທາງດ້ານເນື້ອໃນການຫັດແອບ, ການກະກຽມສະຖານທີ່ (ສະໜາມເຝິກຊ້ອມ), ໂຮງໝໍສະໜາມຂັ້ນ 2, ມີຈໍານວນພົນເຂົ້າຮ່ວມທັງໝົດ 418 ສະຫາຍ, ກໍາລັງຝ່າຍລາວ 274 ສະຫາຍ, ໃນນັ້ນມີນັກເຝິກຊ້ອມ 100 ສະຫາຍ, ຝ່າຍຈີນເຂົ້າຮ່ວມ 149 ສະຫາຍ ກ່ອນເຂົ້າເຝິກຊ້ອມ 28 ວັນ ນັກເຝິກຊ້ອມຕ້ອງໄດ້ຮັບການສັກວັກຊີນອີກເຂັມໜຶ່ງ, ເຂົ້າກັກໂຕ 14 ວັນ ພ້ອມກັນປະຕິບັດມາດຕະການປ້ອງກັນພະຍາດໂຄວິດ -19 ແລະ ປະຕິບັດລະບຽບການເຝິກຊ້ອມຢ່າງເຂັ້ມງວດ, ຮັບປະກັນໄດ້ຄວາມປອດໄພ, ຮັບປະກັນໄດ້ພາຫະນະຮັບໃຊ້ທາງດ້ານການແພດ ແລະ ວຽກງານດ້ານອື່ນໆ ເຊິ່ງມີຄວາມພ້ອມຮອບດ້ານ 100% ສໍາລັບເນື້ອໃນເຝິກຊ້ອມ ຈະໄດ້ຈໍາລອງເຫດການໄພພິບັດທີ່ເກີດຈາກໄພພິບັດທາງທໍາມະຊາດ: ມີຝົນຕົກໜັກ ເກີດມີພະຍຸລົມແຮງແບບກະທັນຫັນ, ມີກໍລະນີທີ່ໄດ້ຮັບຜົນກະທົບເປັນຈໍານວນຫຼາຍໃນນັ້ນ ມີຜູ້ຄົນຂາດທີ່ຢູ່ອາໄສ, ຖືກບາດເຈັບແຂນ, ຂາຫັກ, ກະທົບຫົວ, ກະທົບທ້ອງ, ກະທົບເອິກ ຊຸດໂຊມລະບົບຫາຍໃຈ ເຊິ່ງການເຝິກຊ້ອມຈະໃຊ້ເວລາ 10 ວັນຈຶ່ງຈະສໍາເລັດ.
ໂອກາດນີ້, ສະຫາຍ ພົນຕີ ຄໍາເພັດ ສີຊານົນ ໄດ້ມີຄໍາເຫັນກ່າວເປີດບັ້ນເຝິກຊ້ອມກອບກູໄພພິບັດເພື່ອຊ່ວຍເຫຼືອມະນຸດສະທຳດ້ານການແພດ ແລະ ກິດຈະກໍາບໍລິການທາງການແພດ (ຂະບວນລົດໄຟສັນຕິພາບ2022) ການເຝິກຊ້ອມໃນໄລຍະຜ່ານມາແມ່ນນໍາໃຊ້ລົດການແພດໃນການຊ່ວຍເຫຼືອ ແລະ ນຳສົ່ງຄົນເຈັບ ມາໃນປີ 2022 ນີ້ ການຈັດຕັ້ງປະຕິບັດແມ່ນໄດ້ນໍາໃຊ້ຂະບວນລົດໄຟ ເປັນພາຫະນະໃນການຊ່ວຍເຫຼືອ ແລະ ນໍາສົ່ງຄົນເຈັບຈາກບ່ອນທີ່ຖືກຜົນກະທົບຈາກໄພພິບັດ ໄປສູ່ໂຮງໝໍແນວຫຼັງ ເຊິ່ງເປັນຄັ້ງປະຫວັດສາດ ແລະ ຈະໄດ້ດຳເນີນໃນຮູບການດັ່ງກ່າວນີ້ ໃນປີຕໍ່ໆໄປ ການຮ່ວມເຝິກຊ້ອມຊ່ວຍເຫຼືອມະນຸດສະທຳດ້ານການແພດ (ຂະບວນລົດໄຟສັນຕິພາບ) ຂອງສອງກອງທັບ ລາວ-ຈີນ ຍັງໄດ້ຕີລາຄາສູງ ແລະ ເຫັນໄດ້ຄວາມສາມັກຄີແບບພິເສດ ລະຫວ່າງສອງລັດຖະບານກໍຄືສອງກອງທັບລາວ-ຈີນ ທີ່ໄດ້ຮ່ວມກັນເຊັນສັນຍາແຜນແມ່ບົດວ່າດ້ວຍຄູ່ຮ່ວມສະຕາກຳ ລາວ-ຈີນ. ການຮ່ວມຫັດແອບເຝິກຊ້ອມຊ່ວຍເຫຼືອມະນຸດສະທຳທາງການແພດໃນຄັ້ງນີ້ເປັນຄັ້ງທີ 4 ເປັນການສືບຕໍ່ຂະຫຍາຍການພົວພັນອັນມີມູນເຊື້ອລະຫວ່າງສອງຊາດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຈີນ ເວົ້າລວມເວົ້າສະເພາະແມ່ນເປັນການຍົກລະດັບຂີດຄວາມສາມາດໃນການແກ້ໄຂເຫດການໄພພິບັດທາງທຳມະຊາດຮ່ວມກັນລະຫວ່າງສອງເຫຼົ່າຮົບເສນາຮັກກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ບັນຫາໄພພິບັດທຳມະຊາດ ແລະ ບັນຫາພະຍາດລະບາດ ລ້ວນແຕ່ເປັນໄພຄຸກຄາມຕໍ່ມວນມະນຸດຊາດທີ່ພວກເຮົາຈະຕ້ອງຮ່ວມມືກັນແກ້ໄຂ ຕົວຢ່າງການລະບາດພະຍາດໂຄວິດ-19. ສະນັ້ນການຮ່ວມຫັດແອບເຝິກຊ້ອມເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດຈາກທຳມະຊາດດ້ານການແພດກໍ່ຍິ່ງມີຄວາມສຳຄັນ ເພື່ອກຽມຄວາມພ້ອມຮັບມືກັບເຫດການຕ່າງໆ ທີ່ອາດຈະເກີດ ຂຶ້ນໃນຕໍ່ໜ້າ .ໃນໄລຍະທີ່ມີການລະບາດພະຍາດໂຄວິດ-19 ກອງທັບປົດປ່ອຍປະຊາຊົນຈີນໄດ້ຊ່ວຍເຫຼືອກອງທັບປະຊາຊົນລາວເປັນຕົ້ນແມ່ນໄດ້ສົ່ງຄະນະຊ່ຽວຊານມາຊີ້ນຳ ແລະ ຖອດຖອນບົດຮຽນໃນການໂຕ້ຕອບຕໍ່ການລະບາດຂອງພະຍາດ ພ້ອມກັນນັ້ນຍັງໄດ້ຊ່ວຍເຫຼືອອຸປະກອນການແພດ, ຢາປົວພະຍາດ ແລະ ວັກຊິນ ເພື່ອປ້ອງກັນ ແລະ ໂຕ້ຕອບຕໍ່ການລະບາດພະຍາດໂຄວິດ-19 ເຊິ່ງເປັນມູນຄ່າຈໍານວນຫຼວງຫຼາຍ, ໂດຍສະເພາະໂຮງໝໍສູນກາງ 103 ກອງທັບ ແມ່ນໄດ້ຮັບການຊ່ວຍເຫຼືອດ້ານວິຊາການໂດຍຄະນະຊ່ຽວຊານຈາກກອງທັບປົດປ່ອຍປະຊາຊົນຈີນຈຳນວນ 12 ສະຫາຍ ມາປະຈຳການ ໂດຍມີການໝູນວຽນໃນແຕ່ລະຊຸດ(2ຄັ້ງ/ປີ).
ໃນພິທີຍັງໄດ້ຮັບຟັງການປະກອບຄໍາເຫັນກ່າວເປີດບັ້ນຫັດແອບ, ເຝິກຊ້ອມໃນຄັ້ງນີ້ ຂອງ ສະຫາຍ ພົນຕີ ເສີນ ຊື້ ຮອງຫົວໜ້າກົມຮັບປະກັນພະລາທິການ, ຄະນະກໍາມະການທະຫານສູງກາງ ແຫ່ງ ສປ ຈີນ ຜ່ານລະບົບ ວີດີໂອ ທາງໄກ ຈາກ ສປ ຈີນ, ຈາກນັ້ນທັງສອງຝ່າຍຍັງໄດ້ມອບຂອງຂວັນທີ່ລະນຶກເຊິ່ງກັນ ແລະ ກັນ, ຝ່າຍຈີນຍັງໄດ້ມອບເຄື່ອງຊ່ວຍເຫຼືອທາງດ້ານການແພດ ໃຫ້ກອງທັບປະຊາຊົນລາວ ຄື: ເຄື່ອງກວດ PCR ຈໍານວນ 2 ເຄື່ອງ, ນໍ້າຢາເຄມີ ແລະ ອຸປະກອນກວດພະຍາດໂຄວິດ-19 ຈໍານວນ 10.000 ຊຸດ, ຊຸດເຄື່ອງປ້ອງກັນພະຍາດ( ຊຸດ PPE ຈໍານວນ 2000 ຊຸດ ແລະ ໜ້າກາກອະນາໄມ N-95 ຈໍານວນ 1000 ອັນ,ຈາກນັ້ນ ສະຫາຍ ພັນເອກພິເສດ ເສິນ ຊຸນມິງ ຮອງຫົວໜ້າເສນາຮັກ ກົມຮັບປະກັນພະລາທິການ ຂອງຄະນະກໍາມະການທະຫານສູນກາງແຫ່ງ ສປ ຈີນ, ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ຂອງກອງທັບປົດປ່ອຍປະຊາຊົນຈີນ ໄດ້ຂຶ້ນຍິງປືນ ສົ່ງສັນຍານ ເລີ່ມການຫັດແອບຢ່າງເປັນທາງການ.
