32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່

32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່ - ac19d4c0 63d9 44fb bcb7 b413d2e336bb - 32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່
32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່ - kitchen vibe - 32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່

ວັນທີ 21 ກໍລະກົດ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາຜ່ານທາງໂທລະສັບທາງໄກ ກັບ ສົມເດັດ ເຈົ້າຊາຍ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ (Faisal Bin Farhan Al Saud), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ຊາອຸດິ ອາຣັບບີ.

ໃນການໂອ້ລົມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ທັງສອງປະເທດ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 29 ພຶດສະພາ 1990 ເປັນຕົ້ນມາ, ເຊິ່ງປີນີ້ ແມ່ນຄົບຮອບ 32 ປີ, ພ້ອມດຽວກັນ, ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນການຢ້ຽມຢາມເຮັດວຽກ ຂອງ ສົມເດັດ ເຈົ້າຊາຍ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ ໃນເດືອນ ມີນາ 2022 ຜ່ານມາ ທີ່ ນະຄອນຫຼວງວຽງຈັນ ແລະ ຜົນຂອງການປຶກສາຫາລື ຜ່ານໂທລະສັບທາງໄກ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ລະຫວ່າງ ສປປ ລາວ ແລະ ຊາອຸດິ ອາຣັບບີ ໃນເດືອນມິຖຸນາ 2022 ທີ່ຜ່ານມາ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງ ສອງປະເທດ ໃຫ້ມີບາດກ້າວອັນໃຫມ່.

32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່ - Visit Laos Visit SALANA BOUTIQUE HOTEL - 32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່
32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່ - Visit Laos Visit SALANA BOUTIQUE HOTEL - 32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່

ທັງສອງຝ່າຍ ໄດ້ແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລື ກ່ຽວກັບ ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ, ໂດຍສະເພາະແມ່ນການນຳເຂົ້າ ຜະລິດຕະພັນ ນໍ້າມັນເຊື້ອໄຟຈາກ ປະເທດ ຊາອຸດິ ອາຣັບບີ ມາຍັງ ສປປ ລາວ ແລະ ການສົ່ງອອກ ສິນຄ້າກະສິກໍາ ຂອງ ສປປ ລາວ ໄປຍັງ ຊາອຸດິ ອາຣັບບີ.

ພ້ອມນີ້, ທັງສອງຝ່າຍ ເຫັນພ້ອມໃຫ້ການສະໜັບສະໜູນ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ, ທັງໃນເວທີພາກພື້ນ ແລະ ສາກົນ, ໂດຍສະເພາະ ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານຂອງ ອາຊຽນ ກັບ ກຸ່ມປະເທດ GCC (Gulf Cooperation Council), ສ່ວນ ຊາອຸດິ ອາຣັບບີ ກໍເປັນປະເທດປະສານງານ ຂອງ ກຸ່ມປະເທດ GCC (Gulf Cooperation Council) ກັບ ອາຊຽນ, ສອງຝ່າຍ ຈຶ່ງເຫັນດີເປັນເອກະພາບກັນຈະເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງກຸ່ມ ຂອງ ພາກພື້ນໃຫ້ນັບມື້ນັບຫຼາຍຂຶ້ນ.

ການສົນທະນາຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບ ແລະ ສະໜິດສະໜົມກັນເປັນຢ່າງດີ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງລັດຖະບານ ກໍ່ຄື ປະຊາຊົນສອງປະເທດ ລາວ ແລະ ຊາອຸດິ ອາຣັບບີ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍກ້າວຂຶ້ນຢ່າງຫມັ້ນທ່ຽງ.

32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່ - 4 - 32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່
32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່ - 3 - 32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່
32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່ - 5 - 32 ປີແຫ່ງການພົວພັນລາວ-ຊາອຸດິ ອາຣັບບີ ລ້ວນແຕ່ມີໝາກຜົນດີ ແລະ ເປັນບາດກ້າວໃໝ່