ຣັດເຊຍກຽມຫລຸດປະລິມານສົ່ງແກັສໃຫ້ເອີຣົບເຫລືອພຽງ 20%
July 26, 2022 - 1:45 PM

Gazprom ບໍລິສັດພະລັງງານຍັກໃຫຍ່ຂອງຣັດເຊຍ ເປີດເຜີຍວ່າ: ບໍລິສັດຈະຫລຸດປະລິມານການສົ່ງແກັສໃຫ້ສະຫະພາບເອີຣົບ (EU) ຜ່ານທໍ່ສົ່ງ Nord Stream 1 ລົງອີກໃນອາທິດນີ້ ໂດຍອ້າງເຫດຜົນວ່າ: ຈະຕ້ອງສ້ອມແປງລະບົບຂອງທໍ່ສົ່ງດັ່ງກ່າວ.
ຖະແຫລງການຈາກ Gazprom ລະບຸວ່າ: ປະລິມານການສົ່ງແກັສຈະຫລຸດລົງຢູ່ລະດັບ 33 ລ້ານແມັດກ້ອນຕໍ່ວັນໃນອາທິດນີ້ ຫລື ເຫລືອພຽງ 20% ຈາກຄວາມບັນຈຸທັງໝົດ ທຽບກັບລະດັບ 40% ໃນເດືອນມິຖຸນາທີ່ຖືວ່າຕໍ່າຢູ່ແລ້ວ ເນື່ອງຈາກຈຳເປັນຕ້ອງສ້ອມແປງລະບົບກັງຫັນແກັສ Siemens Energy ຕາມຄຳແນະນຳຂອງຜູ້ຊ່ຽວຊານ.
ກ່ອນໜ້ານີ້, Gazprom ໄດ້ໂຈະການສົ່ງອອກແກັສໄປບຸນກາລີ, ດານມາກ, ແຟັງລັງ, ໂຮນລັງ ແລະ ໂປໂລຍ ເນື່ອງຈາກປະເທດເຫລົ່ານີ້ປະຕິເສດຈະປະຕິບັດຕາມຄຳສັ່ງຂອງຣັດເຊຍທີ່ຕ້ອງການໃຫ້ຈ່າຍເງິນເປັນສະກຸນຣູເບິລແທນຢູໂຣ ຫລື ໂດລາ ເພື່ອຮັກສາຄ່າເງິນຣູເບິລທີ່ຫລຸດລົງຢ່າງໜັກຈາກການຖືກຂວ້ຳບາດທາງເສດຖະກິດ.
ອ້າງອີງ: